ໃນວັນທີ 13 ມີນາ 2019 ທີ່ຫ້ອງປະຊຸມສະພາປະຊາຊົນ ແຂວງ ອັດຕະປື, ໄດ້ຈັດກອງປະຊຸມ ແນະນຳໂຄງການຊ່ວຍເຫຼືອ ແລະ ຟື້ນຟູ ຜູ້ປະສົບໄພພິບັດນ້ຳຖ້ວມ ທີ່ ເມືອງ ສະໜາມໄຊ ແຂວງ ອັດຕະປື, ໂດຍການເປັນປະທານ ຂອງທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ມີທ່ານ ອຸ່ນຫຼ້າ ໄຊຍະສິດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນຳຂົງເຂດວັດທະນະທຳ – ສັງຄົມ ແຂວງ ອັດຕະປື.
ໃນພິທີດັ່ງກ່າວ ທ່ານ ດຮ. ກາວີພອນ ສຸດທິ ຫົວໜ້າກອງຊ່ວຍເຫຼືອບັນເທົາທຸກ ກໍ່ໄດ້ຂຶ້ນກ່າວລາຍງານກ່ຽວກັບສະພາບການເຄື່ອນໄຫວການຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນໄລຍະຜ່ານມາ ນັບຕັ້ງແຕ່ວັນທີ 23ກໍລະກົດ2018 ຈົນເຖິງປັດຈຸບັນ ເຊິ່ງໄດ້ສຸມໃສ່ວຽກງານຕົ້ນຕໍຄື: ສ້າງທີ່ພັກອາໄສຊົ່ວຄາວ, ຫຼຸດຜ່ອນຄວາມສ່ຽງໄພພິບັດ, ສ້າງເຄື່ອງກອງນ້ຳ, ແຈກຢາຍເຄື່ອງນຸ່ງ, ເຂົ້າສານອາຫານແຫ້ງ, ສ້າງວິດຖ່າຍ, ຄົ້ນຫາຜູ້ສູນຫາຍ ແລະ ອື່ນໆ ຕາມສະພາບຄວາມເປັນຈິງ ເຊິ່ງໄດ້ຮັບການສະໜັບສະໜູນຈາກສັງຄົມ, ກາແດງປະເທດເພື່ອນມິດ, ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ, ຄະນະກຳມະການກາແດງສາກົນ ແລະ ກາແດງປະເທດອື່ນໆ, ຫຼັງຈາກນັ້ນທ່ານກໍ່ໄດ້ນຳສະເໜີໂຄງການທີ່ຈະໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອໃຫ້ການຊ່ວຍເຫຼືອປະຊາຊົນໃນໄລຍະຟື້ນຟູ ເພື່ອໃຫ້ເຂົາເຈົ້າມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ, ນອກຈາກນັ້ນ ກໍ່ຍັງໄດ້ມີການແລກປ່ຽນຄຳຄິດເຫັນ ຈາກນາຍບ້ານ ແລະ ປະຊາຊົນທີ່ໄດ້ຮັບຜົນກະທົບ ເພື່ອນຳມາພິຈາລະນາ ແລະ ແກ້ໄຂຮ່ວມກັນໃນອານະຄົດ.
