ກອງປະຊຸມການປຶກສາຫາລືການຮ່ວມມືລະຫວ່າງສະພາກາແດງຈີນ – ອາຊຽນໃນເດືອນຜ່ານມານີ້ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ພ້ອມຄະນະໄດ້ເດີນທາງເຂົ້າຮ່ວມກອງປະຊຸມເວທີການປຶກສາຫາລື ການຮ່ວມມືລະຫວ່າງ ສະພາກາແດງຈີນ – ອາຊຽນ (China – ASEAN Res Cross and Red Crescent Fraternity Forum) ທີ່ນະຄອນໜານໜິງ ແຂວງກວາງຊີ ສປ ຈີນ ໂດຍມີບັນດາຜູ້ແທນກາແດງປະເທດອາຊຽນເຂົ້າຮ່ວມ ເຊັ່ນ: ກາແດງລາວ, ຫວຽດນາມ, ໄທ, ກຳປູເຈຍ, ພະມ້າ, ສິງກະໂປ, ມາເລເຊຍ, ຕາງໜ້າສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ປະຈຳນະຄອນຫຼວງປັກກິ່ງ, ຕາງໜ້າຈາກຄະນະກຳມະການກາແດງສາກົນປະຈຳພາກພື້ນອາຊີຕາເວັນອອກ ແລະ ບັນດາກາແດງແຂວງໃກ້ຄຽງຂອງ ສປຈີນເຂົ້າຮ່ວມ ມີທັງໝົດ 87 ທ່ານ ຍິງ 31 ທ່ານ.
ກອງປະຊຸມ ຄະນະປະທານໄດ້ເຂົ້າຮ່ວມພິທີໄຂງານສະແດງ ສິນຄ້າ ຈີນ – ອາຊຽນ ຄັ້ງທີ 15 (China-Asean Expo) ແລະ ຈາກນັ້ນຕອນບ່າຍໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືການຮ່ວມມືລະຫວ່າງສະພາກາແດງຈີນອາຊຽນ (China – Asean Res Cross and Red Crescent Fraternity Forum) ໃນຫົວຂໍ້ທີ່ວ່າ: ການເປັນຜູ້ນຳຮ່ວມກັນ, ການເຄື່ອນໄຫວຮ່ວມກັນ ແລະ ໃນອະນາຄົດທີ່ຮ່ວມກັນ (Shared Leadershipມ Shared Action, Shared Future),
ທ່ານ ຮວງ ຈຸນຫົວ (Mr. Huang Junhua) ຮອງເຈົ້າແຂວງ ແຂວງກວາງຊີ, ທ່ານ ເກວັນໂດລິນ ປັງ (Mrs. Gwendolyn Pang) ຫົວໜ້າສະຫະພັນກາແດງ ແລະ ຊີກວົງເດືອນສາກົນ ປະຈຳນະຄອນຫຼວງປັກກິ່ງ, ທ່ານ ໂກວ ຢັງ (Mr. Guo Yang) ທີ່ປຶກສາການເມືອງຂອງຄະນະກຳມະການກາແດງສາກົນປະຈຳພາກພື້ນອາຊີຕາເວັນອອກ, ແລະ ທ່ານ ຫວັງ ປິງ ຮອງປະທານ, ເລຂາທິການສະພາກາແດງຈີນ (Mr. Wang Ping). ກອງປະຊຸມໄດ້ຂຶ້ນກ່າວໄຂກອງປະຊຸມຢ່າງເປັນທາງການແລ້ວ
ໃນກອງປະຊຸມປະຊຸມ ໄດ້ມີການແລກປ່ຽນ ພົບປະ , ສົນທະນາກັນ ແລະ ຮັບຟັງການລາຍງານ ການນຳສະເໜີບົດຄົ້ນຄວ້າຕ່າງໆເຊັ່ນ: ການປ້ອງກັນພະຍາດຕະລາຊີເມຍ, ວຽກງານສົ່ງເສີມສຸຂະພາບຊຸມຊົນ ແລະ ການປະຖົມພະຍາບານ, ການປັບຕົວ ແລະ ຮັບມືຂອງຊຸມຊົນຕໍ່ຄວາມສ່ຽງໄພພິບັດ, ບົດບາດຂອງອາສະໝັກໃນວຽກງານກາແດງ ແລະ ການນຳສະເໜີ ການຕອບໂຕ້ ແລະ ກູ້ໄພສຸກເສີນຂອງສູນກູ້ໄພສຸກເສີນເລກໝາຍ 999 ຂອງກາແດງນະຄອນຫຼວງປັກກິ່ງ, ພ້ອມກັນນັ້ນ
ອົງການກາແດງລາວກໍ່ໄດ້ນຳສະເໜີຕໍ່ກອງປະຊຸມກ່ຽວກັບ ການຕອບໂຕ້ ແລະ ໃຫ້ການຊ່ວຍເຫຼືອສຸກເສີນຂອງອົງການກາແດງລາວ ຕໍ່ເຫດການໄພພິບັດທີ່ເກີດຂຶ້ນຢູ່ເມືອງສະໜາມໄຊ ແຂວງ ອັດຕະປື.
ກອງປະຊຸມໄດ້ຮັບຟັງ ແລະ ແລກປ່ຽນປະສົບການກ່ຽວກັບ ຄວາມຄືບໜ້າ ຂອງວຽກກງານສາທາລະນະສຸກ, ການປັບຕົວຂອງຊຸມຊົນເພື່ອຮັບມືຕໍ່ໄພສຸກເສີນ ແລະ ການຕອບໂຕ້ໄພສຸກເສີນ ຈາກສະພາກາແດງຈີນສູນກາງ, ບັນດາປະເທດອາຊຽນ ແລະ ບັນດາກາແດງແຂວງຂອງສະພາກາແດງຈີນ.
ກອງປະຊຸມມີຄວາມສົນໃຈຫຼາຍ ຕໍ່ບົດສະເໜີຂອງອົງການກາແດງລາວ ກ່ຽວກັບການຕອບໂຕ້ ແລະ ໃຫ້ການຊ່ວຍເຫຼືອ ສຸກເສີນຂອງອົງການກາແດງລາວ ຕໍ່ເຫດການໄພພິບັດທີ່ເກີດຂຶ້ນຢູ່ເມືອງສະໜາມໄຊ ແຂວງ ອັດຕະປື.
ບັນດາຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ຕີລາຄາ ສັງເກດເນື້ອໃນເອກະສານຂອງກູ້ໄພ ທີ່ມາຈາກສູນຝຶກອົບຮົມກູ້ໄພສຸກເສີນຂອງກາແດງແຂວງ ກວາງຊີ ແລະ ສາທິດການຮັບມືກັບໄພພິບັດແຜ່ນດິນໄຫວ, ກູ້ໄພທາງນ້ຳ, ການສ້າງສູນປິ່ນປົວພາກສະໜາມ , ສູນບັນຊາການ , ສູນພັກຊົ່ວຄາວ, ສູນສະໜອງນ້ຳ ແລະ ສຸຂະອະນາໄມ, ສູນສະໜອງອາຫານ ແລະ ນ້ຳດື່ມ ແລະ ການແຈກຢາຍບັນເທົາທຸກໃຫ້ແກ່ຜູ້ປະສົບໄພ.