ໃນ7ກັນຍາ 2019 ນີ້ ພະນັກງານວີຊາການແລະຫນ່ວຍກູ້ໄພອົງການກາແດງລາວໄດ້ຊ່ວຍເຫລືອປະຊາຊົນເມືອງຊະນະສົມບູນແຂວງຈຳປາສັກປະສົບໄພນຳ້ຖ້ວມຢ້າງຫນັກຫນ້ວງໃນນັ້ນໄດ້ແບ່ງອອກເປັນສອງຄະນະ ຄື ຄະນະຫນຶ່ງແມ່ນຮັບໃຊ້ແມ່ນຮັບໃຊ້ຢູ່ເມືອງຊະນະສົມບູນເພື່ອຍົກຍ້າຍພໍ່ແມ່ປະຊາຊົນທີ່ຍັງບໍ່ສາມາດອອກມາຈາກເຂດເຊລະບຳໄດ້ ແລະຄະນະຫນຶ່ງໄປເຄື່ອນຍ້າຍປະຊາຊົນເຂົ້າມາສູນພັກເຊົາໃນເມືອງຊະນະສົມບູນໄດ້ 39 ຄົນ ຍິງ 10 ຄົນ, ເດັກນ້ອຍ 21 ຄົນ ພ້ອມແມ່ລູກອ່ອນ ແລະ ໄດ້ຊ່ວຍເຫຼືອຜູ້ບາດເຈັບຈາກອຸບັດຕິເຫດທາງຖະໜົນຈຳນວນ 2 ຄົນ ແລະ ນຳສົ່ງໂຮງໝໍເມືອງຊະນະສົມບູນຢ່າງຮີບດ່ວນ.