ປະທານກາແດງລາວ






ປະຫວັດຄວາມເປັນມາ ແລະ ການເຄື່ອນໄຫວ
1955 – 1965
- ສະພາກາຊາດລາວ ມີພະນັກງານຈຳນວນທັງໝົດ 73 ທ່ານ , ຍິງ 2 ທ່ານ, ໃນວັນທີ 01 ມັງກອນ 1955 ພະນັກງານໃນຈໍານວນ 73 ທ່ານນັ້ນ, ເປັນທ່ານໝໍ 6 ທ່ານ, ນອກຈາກນັ້ນ ແມ່ນມາຈາກວິຊາອາຊີບທີ່ແຕກຕ່າງກັນ, ແຕ່ສ່ວນໃຫຍ່ ແມ່ນພະນັກງານຢູ່ແຕ່ລະ ກະຊວງ , ທະບວງກົມ , ທະຫານຊັ້ນນາຍພັນ ແລະ ນາຍພົນຈຳນວນໜຶ່ງ.
- ໄດ້ມີກົດລະບຽບຂອງສະພາກາຊາດເພື່ອເປັນຂອບເຂດໃນການຄຸ້ມຄອງ, ລວມມີ 10 ພາກ ແລະ 36 ມາດຕາ ຮັບຮອງເອົາຈາກກອງປະຊຸມຄະນະສ້າງຕັ້ງ ແລະ ລົງລາຍເຊັນຈາກປະທານສະພາກາຊາດລາວ, ທ່ານ ດຣ ອຸດົມ ສຸວັນນະວົງ, ລົງວັນທີ 1 ມັງກອນ
- ໄດ້ສ້າງຕັ້ງຄະນະກໍາມະການທີ່ປຶກສາໃນການປະຕິບັດວຽກງານກາແດງ 07 ທ່ານ.
1974 – 1975
ສະນັ້ນ , ຈຶ່ງໄດ້ມີການປ່ຽນຊື່ ຈາກ ສະພາກາຊາດແຫ່ງຣາຊອານາຈັກລາວ ມາເປັນ ສະພາກາຊາດລາວ ດ້ານວຽກງານກໍ່ໄດ້ມມີການປັບປຸງໂຄງປະກອບສ້າງການຈັດຕັ້ງເຊິ່ງແບ່ງອອກເປັນ 2 ຮູບການຄື:
ກ. ສະມາຊິກຄະນະກຳມະການກາງ ( ຖືກແຕ່ງຕັ້ງ )
+ ສະມາຊິກຄະນະກຳມະການກາງປະກອບມີ 15 ທ່ານ.
+ ຜູ້ແທນທີ່ມາຈາກ ບັນດາພາກຂອງຣາຊອານາຈັກລາວໃນເມື່ອກ່ອນ , ຊຶ່ງໄດ້ມີການຈັດຕັ້ງໄວ້ແລ້ວ.
+ ຜູ້ແທນ ຈາກບັນດາກະຊວງກຽ່ວຂ້ອງ, ມີ 4 ກະຊວງຫຼັກໃນປະຈຸບັນ:
- ກະຊວງສາທາລະນະສຸກ
- ກະຊວງສັງຄົມສົງເຄາະ
- ກະຊວງມະຫາດໄທ ( ພາຍໃນ )
- ກະຊວງປ້ອງກັນແຫ່ງຊາດ
+ ຜູ້ແທນ ຈາກການຈັດຕັ້ງ ອາສາສະໝັກຊາວໜຸ່ມກາແດງ ແລະ ສະຕຣີກາແດງ.
ຂ. ບັນດາສະມາຊິກ
- ມີຄະນະກຳມະການບໍລິຫານມີ 11 ທ່ານໃນການເຄື່ອນໄຫວ .
1976 – 1978
ໃນໄລຍະນີ້, ປະເທດເຮົາໄດ້ສຳເລັດ ການປະຕິວັດຊາດ ປະຊາທິປະໄຕ ໃນໄລຍະຜ່ານມແມ່ນໄດ້ມີການຜ່ານການຕໍ່ສູ້ອັນລະອິດລະອ້ຽວ ຂ້ຽວຂາດ , ຢືດເຍື້ອຍາວນານມາເປັນເວລາ 30 ກວ່າປີ , ຕີສັດຕູຈົນໄດ້ຮັບໄຊຊະນະ ແລະ ໄດ້ສ້າງຕັ້ງເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975. ພາລະກິດການປະຕິວັດພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ຢູ່ປະເທດເຮົາໄດ້ກ້າວສູ່ໄລຍະແຫ່ງການທຳບາດແຜສົງຄາມ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ການກໍ່ສ້າງລັດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ , ບັນຫາທີ່ສຳຄັນອັນເລັ້ງດ່ວນຂອງພັກແມ່ນການທໍາບາດແຜສົງຄາມ , ການປົກປັກຮັກສາ , ກໍ່ສ້າງລະບອບໃໝ່ ແລະ ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນເປັນກ້າວໆ ອັ່ນໄດ້ກາຍເປັນໜ້າທີ່ການເມືອງ ແລະ ເປັນພາລະກຳປະຫວັດສາດຂອງພັກ ແລະ ລັດເຮົາ.
- ລັດຖະມົນຕີກະຊວງສາທາລະນະສຸກ, ໄດ້ມີໜັງສືສະເໜີເຖິງສະພາລັດຖະມົນຕີເພື່ອແຕ່ງຕັ້ງຄະນະຮັບຜິດຊອບ ສະພາກາແດງລາວ ຄືນໃໝ່ .
- ມາຮອດວັນທີ 28 ກໍລະກົດ 1978, ໄດ້ມີດຳລັດຂອງຄະນະປະຈຳສະພາລັດຖະມົນຕີ, ເລກທີ 113/ສນຍ ( ທ່ານ ໜູຮັກ ພູມສະຫວັນ ເຊັນ ) ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ສະພາກາແດງລາວ ຊຶ່ງໃນຄະນະດັ່ງກ່າວປະກອບມີ 7 ທ່ານ, ຕາມກໍານົດໄວ້ໃນມາດຕາ 1, ໃນນັ້ນປະກອບມີ: ດຣ . ຄໍາລຽງ ພົນເສນາ , ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ . ໃນມາດຕາ 2 ໄດ້ກໍານົດໜ້າທີ່ຮັບຜິດຊອບວຽກງານຕົ້ນຕໍຄື:
- ດ້ານວຽກງານແນວຄິດການເມືອງ ແລະ ການລາຍງາຍແມ່ນສັງກັດຢູ່ກະຊວງສາທາລະນະສຸກສ່ວນການເຄື່ອນໄຫວວຽກງານແມ່ນເອກະລາດແຕ່ພາຍໃຕ້ການຊີ້ນຳຂອງພັກແລະລັດຖະບານ
- ວຽງງານຂົນຂວາຍຍາດແຍ່ງເອົາການຊ່ວຍເຫຼືອຈາກສາກົນ
- ຊ່ວຍວຽກງານດ້ານສາທາລະນະສຸກເປັນຕົ້ນ:
- + ຂົນຂວາຍປະຊາຊົນ , ຊົນຊາດ,ທຸກຊົນເຜົ່າ ເຮັດອານະໄມກັນພະຍາດຕ້ານພະຍຸ
- + ຊ່ວຍຮັກສາສຸຂະພາບໃຫ້ປະຊາຊົນບັນດາຊົນຊາດ, ແກ້ໄຂເຫດການກະທັນຫັນ ແລະ ພະຍາດສັງຄົມ, ຄຸ້ມຄອງການເກີດ ແລະ ການຕາຍ.
- + ໝູນໃຊ້ຢາພື້ນເມືອງສົມທົບກັບຢາສາກົນ.
- ຊ່ວຍໂຄສະນາ , ສຶກສາອົບຮົມປະຊາຊົນບັນດາຊົນຊາດປະຕິບັດນະໂຍບາຍຂອງພັກ ແລະ ລັດຕໍ່ຜູ້ທີ່ເສຍອົງຄະໃນປາງສົງຄາມ ແລະ ເດັກກໍາພ້າ, ກຳພອຍ.
ຊ່ວຍເຫຼືອສັງຄົມດ້ານໄພສົງຄາມ ແລະ ໄພທຳມະຊາດ.
1978-1987
- ໃນໄລຍະນີ້, ກໍມີສູນເລືອດເຄື່ອນໄຫວຢູ່ໃນຂອບເຂດຈຳກັດ, ຊຶ່ງມີທີ່ຕັ້ງຢູ່ມະຫາວິທະຍາໄລແພດສາດ.
- ວຽກສັງຄົມສົງເຄາະ ແລະ ວຽກງານຊາວໜຸ່ມອາສາສະໝັກ.
- ການຂະຫຍາຍສາຂາລົງແຂວງ, ກໍໄດ້ຮັບການອານຸມັດໃຫ້ມີການຂະຫຍາຍ 5 ແຂວງ, ແຕ່ໄດ້ສາຂາພຽງແຕ່ 4 ແຂວງຄື: ແຂວງຈໍາປາສັກ , ແຂວງກໍາແພງນະຄອນວຽງຈັນ , ແຂວງວຽງຈັນ ແລະ ແຂວງຫຼວງພະບາງ. ສ່ວນແຂວງສະຫວັນນະເຂດນັ້ນ, ພໍແຕ່ໄດ້ຈັດຕັ້ງຜູ້ຕາງໜ້າພຽງເທົ່ານັ້ນ.
1988 – 1992
- 22 ສິງຫາ 1988 ໄດ້ມີດໍາລັດເລກທີ 91/ປສລ, ເພື່ອ ຍົກຍ້າຍ ດຣ. ຄໍາລຽງ ພົນເສນາ ວ່າການກະຊວງສາທາລະນະສຸກ ແລະ ສະຫວັດດີການສັງຄົມ, ໄປເປັນ ປະທານ ສະພາກາແດງ ແລະ ອະນາໄມແຫ່ງຊາດ ( 22 ສິງຫາ 1988 ຮອດວັນທີ 4 ເມສາ 1992 ).
- ວັນທີ 28 ທັນວາ 1989 ໄດ້ມີມະຕິຕົກລົງ ຂອງປະທານສະພາລັດຖະມົນຕີ, ເລກທີ 98 / ປສລ, ໃຫ້ ທ່ານ ດຣ. ຄໍາລຽງ ພົນເສນາ ເປັນລັດຖະມົນຕີກະຊວງສະຫວັດດີການສັງຄົມ ແລະ ນັກຮົບເກົ່າ, ຊຶ່ງມີສະພາກາແດງຂຶ້ນຢູ່ນຳ.
- ແຕ່ດ້ານວຽກງານແນວຄິດການເມືອງ ແລະ ການລາຍງາຍສ່ອງແສງແມ່ນສັງກັດຢູ່ກະຊວງຢູ່ກະຊວງແຮງງານສະຫວັດດີການສັງສ່ວນການເຄື່ອນໄຫວວຽກງານແມ່ນເອກະລາດແຕ່ພາຍໃຕ້ການຊີ້ນຳຂອງພັກ ແລະລັດຖະບານ
- ວັນທີ 2 / 4 / 1992 ໄດ້ມີກອງປະຊຸມກົມການເມືອງສູນກາງພັກ ວ່າດ້ວຍການປັບປຸງບູລະນະໂຄງປະກອບກົງຈັກຂອງລັດຖະບານ ແລະ ການບັນຈຸສັບຊ້ອນວຽກງານຈຳນວນໜຶ່ງໃນບັນດາກະຊວງ ແລະ ອົງການທຽບເທົ່າອ້ອມຂ້າງສູນກາງ. ເລກທີ 06/ກມສພ ລົງວັນທີ 04 / 04 / 1992 ໃນຂໍ້ທີ 6 , ໄດ້ຂຽນວ່າ : ອົງການ ສະພາກາແດງລາວ ໃຫ້ແຍກອອກຈາກກະຊວງສະຫວັດດີການສັງຄົມ , ຈັດຕັ້ງເປັນອົງການສັງຄົມທີ່ເປັນເອກະລາດ ແຕ່ຢູ່ໃຕ້ການນໍາພາຂອງພັກມີໜ້າທີ່ພົວພັນກັບ ອົງການກາແດງສາກົນ.
1993 – 1997
- ວັນທີ 9 / 9 / 1993 ໂດຍອິງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ, ສະບັບເລກທີ 20 / ກມສພ , ລົງວັນທີ 27 / 4 / 1993 ວ່າດ້ວຍການຍົກຍ້າຍຊັບຊ້ອນພະນັກງານຢູ່ຂະແໜ່ງການຕ່າງໆ ທີ່ໄດ້ຮັບເລືອກຕັ້ງເປັນຫົວໜ້າ , ຮອງຫົວໜ້າກໍາມະການຕ່າງໆຂອງສະພາແຫ່ງຊາດ ໄປປະຈໍາການຢູ່ສະພາ . ດັ່ງນັ້ນ , ໃນມະຕິຕົກລົງຂອງກົມການເມືອງສູນກາງພັກວ່າດ້ວຍການແຕ່ງຕັ້ງພະນັກງານ ເລກທີ 58 / ກມສພ , ຈຶ່ງຕົກລົງໃນ ມາດຕາ 1 ໃຫ້
- ທ່ານ ດຣ. ຄຳລຽງ ພົນເສນາ ກໍາມະການປະຈໍາ , ຫົວໜ້າກໍາມາທິການພົວພັນຕ່າງປະເທດຂອງສະພາແຫ່ງຊາດ , ທັງເປັນປະທານລັດຖະສະພາສາກົນຂອງລາວ. ເຊົາດໍາລົງຕຳແໜ່ງ ເປັນ ປະທານສະພາກາແດງລາວ ເພື່ອໄປເຮັດວຽກເປັນຄະນະປະຈຳຢູ່ກຳມາທິການພົວພັນຕ່າງປະເທດ ຂອງສະພາແຫ່ງຊາດ. ມາດຕາ 2: ແຕ່ງຕັ້ງ ທ່ານ ດຣ. ພູເງິນ ດວງສິດທິ , ເປັນຜູ້ ຮອງປະທານ ສະພາກາແດງລາວ ທັງເປັນຜູ້ຮັກສາການປະທານສະພາກາແດງລາວ ເພື່ອສົມທົບກັບຄະນະປັບປຸງກົງຈັກການຈັດຕັ້ງຂອງ ສະພາກາແດງ ເພື່ອດຳເນີນການປັບປຸງ ບູລະນະການຈັດຕັ້ງ ແລະ ສັບຊ້ອນພະນັກງານ ຂອງ ອົງການກາແດງລາວ ເຊິ່ງປະກອບມີວຽກງານທີ່ເຄື່ອນໄຫວຄື :
- ວຽກງານອາສາສະໝັກຊາວໜຸ່ມ ,
- ສູນບໍລິຈາກເລືອດ ,
- ການສົງເຄາະ ມີສຸສາລາກວດສຸຂະພາບໃຫ້ຜູ້ດ້ວຍໂອກາດ,
- ໃຫ້ຜູ້ມາເອົາເລືອດອອກ,
- ຕັ້ງຢູ່ສູນບໍລິຈາກເລືອດ.
ພາຍຫຼັງທີ່ໄດ້ແຕ່ງຕັ້ງຜູ້ຮັກສາການ ປະທານ ສະພາກາແດງລາວ ແລ້ວ , ໄດ້ມີການປັບປຸງພາລະບົດບາດ ແລະ ກົງຈັກການຈັດຕັ້ງຂອງສະພາກາແດງລາວຄືນໃໝ່ , ເພື່ອໃຫ້ແທດເໝາະກັບສະພາບການໃນເວລານັ້ນ , ອອກມາເປັນດໍາລັດ 188 / ນຍ, ລົງວັນທີ 30 / 11 / 1993, ໂດຍກໍານົດເອົາ 7 ຫຼັກການຂອງກາແດງສາກົນບັນຈຸເຂົ້າໃນ ດຳລັດ ຢ່າງຈະແຈ້ງ ມາດຕາທີ 2.
ການຂະຫຍາຍສາຂາກາແດງຂັ້ນແຂວງ ,
ໄດ້ມີການປັບປຸງ ແລະ ເປີດການບໍລິການວຽກງານຂອງການແດງຄືນຢູ່ 5 ແຂວງໃຫຍ່, ໂດຍອິງຕາມຂໍ້ 4 / 1 ຂອງມາດຕາ 4 , ດໍາລັດ 188 / ນຍ ຈຶ່ງໄດ້ມີການເປີດສາຂາຂຶ້ນຢູ່ບາງແຂວງຄື:
- ສາຂາກາແດງ ແຂວງຫຼວງພະບາງ : ເປີດຂຶ້ນວັນທີ 12 / 10 / 1993 ໂດຍແມ່ນສະພາກາແດງປະເທດສະວິດໃຫ້ການສະໜັບສະໜູນທາງດ້ານທຶນ ແລະ ວິຊາການ.
- ສາຂາກາແດງ ສະຫວັນນະເຂດ ແລະ ຄໍາມ່ວນ, ເປີດຂຶ້ນວັນທີ 6 / 8 / 1994.
- ສາຂາກາແດງ ແຂວງຈຳປາສັກ ແລະ ສາລະວັນ , ເປີດຂຶ້ນວັນທີ 8 ແລະ 9 / 4 / 1995 ຕາມລໍາດັບ, ໂດຍຈາກ ສະພາກາແດງ ປະເທດເນເທີແລນ ໃຫ້ການສະໜັບສະໜູນ ທາງດ້ານທຶນ ແລະ ວິຊາການ.
- ສາຂາກາແດງ ແຂວງເຊກອງ ແລະ ອັດຕະປື , ເປີດຂຶ້ນວັນທີ 24 ແລະ 25 / 06 / 1996 ສະພາກາແດງປະເທດ ເນເທີແລນ ໃຫ້ການສະໜັບສະໜູນທາງດ້ານທຶນ ແລະ ວິຊາການ.
ນັບແຕ່ທ້າຍ ປີ 1996 ຫາກາງ ປີ 1997
ສະພາກາແດງລາວ ໄດ້ມີການປັບປຸງ ແລະ ໄດ້ປ່ຽນຊື່ໃໝ່ຈາກ ສະພາກາແດງລາວ ໃນເມື່ອກ່ອນ ມາເປັນອົງການກາແດງລາວ ໃນປະຈຸບັນ , ເພື່ອເຮັດໃຫ້ວຽກງານກາແດງມີຄວາມກ້າວໜ້າ ແລະ ຂະຫຍາຍຕົວໄປຕາມທິດແນວທາງປຽ່ນ ການລົງທຶນຂອງພາກພຶ້ນ ແລະ ພາກສ່ວນອື່ນຂອງໂລກ. ນອກນັ້ນ , ຍັງມີການກະກຽມທາງດ້ານວັດຖຸປັດໃຈເພື່ອກ້າວເຂົ້າສັດຕະວັດທີ 21.
ໂດຍເຫັນໄດ້ສະພາບການສິ່ງແວດລ້ອມເງື່ອນໄຂເອື່ອຍອໍານວຍ ແລະ ສອດຄອງກັບແນວທາງນະໂຍບາຍຂອງພັກ ອົງການກາແດງລາວ ສະນັ້ນ, ໄດ້ມີການປັບປຸງພາລະບົດບາດ , ໜ້າທີ່ຄືນໃໝ່ເພື່ອເປັນພື້ນຖານທາງກົດໝາຍ ແລະ ເພື່ອປຽ່ນແທນດຳລັດ 188 / ນຍ ຊຶ່ງເຫັນວ່າ: ມັນບໍສອດຄ່ອງກັບສະພາບການຄວາມຈິງໃນປັດຈຸບັນ ແລະ ໃນອານາຄົດ.
ໃນວັນທີ 02 / 06 / 1997 ໄດ້ມີການສັບຊ້ອນ ແລະ ມອບໝາຍໜ້າທີ່ໃຫ້ ປະທານ ອົງການກາແດງລາວ ຄົນໃໝ່ ອິງຕາມ ຕາມດໍາລັດເລກທີ 42 / ນຍ ລົງວັນທີ 02 ເມສາ 1997. ວ່າດ້ວຍການແຕ່ງຕັ້ງ ທ່ານ ດຣ . ສນີວຸຣັຊ ສຣະມານີ ເປັນປະທານອົງການກາແດງລາວຄົນໃໝ່ ເຂົ້າຮັບຜິດຊອບວຽກງານມະນຸດສະທຳຂອງອົງການກາແດງລາວ
1997
- ບັນຫາທີ 1 : ໄດ້ນຳສະເໜີຕໍ່ການຈັດຕັ້ງຂັ້ນເທິງໃຫ້ອະນຸມັດດຳລັດກຽ່ວກັບພາລະບົດບາດ ແລະ ໜ້າ ທີ່ຄືນໃໝ່ຂອງອົງການກາແດງລາວ ເພື່ອປຽ່ນແທນດຳລັດ 188 / ນຍ ລົງວັນທີ 30 / 11 / 1993 ໂດຍເຫັນວ່າ: ມັນບໍ່ສອດຄ່ອງກັບທ່າອຽ່ງລວມໃນຍຸກການປຽ່ນແປງໃໝ່ນີ້.
- ບັນຫາທີ 2 : ໃນໄລຍະລໍຖ້ານີ້, ທາງອົງການພວກເຮົາກໍໄດ້ສືບຕໍ່ປັບປຸງ ແລະ ເຄື່ອນໄຫວວຽກງານຢ່າງຕັ້ງໜ້າ ແລະ ຮອບດ້ານຕາມດຳລັດເກົ່າ ແລະ ຕາມຄວາມຮຽກຮ້ອງຕ້ອງການຂອງສະພາບການລວມພາຍໃນປະເທດຄື:
ກ. ການຂະຫຍາຍສາຂາຕ່າງແຂວງ
– ທ້າຍປີ 1997 ໄດ້ເປີດສາຂາຂຶ້ນ 4 ແຂວງຄື:
- 2 ແຂວງ ພາກກາງ : ແຂວງບໍລິຄໍາໄຊ ແລະ ແຂວງວຽງຈັນ.
- 2 ແຂວງ ພາກເໜືອ : ແຂວງອຸດົມໄຊ ແລະ ແຂວງບໍ່ແກ້ວ.
- ຕົ້ນປີ 1998 ໄດ້ເປີດຂຶ້ນອີກ 2 ແຂວງຄື: ແຂວງຫົວພັນ ແລະ ແຂວງຊຽງຂວາງ
- ທ້າຍປີ 1998: ເປີດສາຂາຂຶ້ນທີ່ແຂວງຫຼວງນໍ້າທາ
1 ການເຄື່ອນໄຫວດ້ານວິຊາການ :
- – ສູນບໍລິຈາກເລືອດ ແລະ ສົ່ງເລືອດແຫ່ງຊາດ :
- ໄດ້ມີການປັບປຸງ ແລະ ກໍ່ສ້າງຫ້ອງຫຼັງໃຫມ່ ແລະ ຂະຫຍາຍຕາໜ່າງ ສາຂາກາແດງ ລົງສູ່ 5 ແຂວງທີ່ສຳຄັນເຊັ່ນ: ແຂວງຈຳປາສັກ , ແຂວງສາລະວັນ , ແຂວງສະຫວັນນະເຂດ , ແຂວງຄຳມ່ວນ ແລະ ແຂວງຫຼວງພະບາງ.
- ລັດຖະບານ ໄດ້ຮັບຮອງກຽ່ວກັບນະໂຍບາຍວ່າດ້ວຍ ການບໍລິຈາກເລືອດ ແລະ ການສົ່ງເລືອດແຫ່ງຊາດ, ຕາມດຳລັດ ເລກທີ 84 / ນຍ , ລົງວັນທີ 31 / 10 / 1995
- ລັດຖະບານໄດ້ອອກ ດຳລັດ ເລກທີ 001 / ນຍ , ລົງວັນທີ 06 ມັງກອນ 1998 ເພື່ອແຕ່ງຕັ້ງຄະນະກຳມະການ ສົ່ງເສີມການບໍລິຈາກເລືອດ – ສົ່ງເລືອດແຫ່ງຊາດ ຊຶ່ງມີຜູ້ຕາງໜ້າຈາກບັນດາກະຊວງຕ່າງໆທີ່ກຽ່ວຂ້ອງເຂົ້າຮ່ວມເປັນ ປະທານ ໄດ້ແກ່ ທ່ານລັດຖະມົນຕີຊ່ວຍວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ປະທານອົງການກາແດງລາວ . ກໍາມະການມີ 7 ທ່ານ ຈາກຫົວໜ້າຫ້ອງການກະຊວງຖະແຫຼງຂ່າວ ແລະ ວັດທະນາທຳ , ຫົວໜ້າຫ້ອງການສູນກາງແນວລາວສ້າງຊາດ , ຫົວໜ້າຫ້ອງການຊາວໜຸ່ມປະຊາຊົນປະຕິວັດລາວ , ຫົວໜ້າຫ້ອງການສູນກາງກໍາມະບານລາວ ແລະ ຫົວໜ້າຫ້ອງການສູນກາງສະຫະພັນແມ່ຍິງລາວ ຕາມການສະເໜີຂອງ ອົງການກາແດງລາວ
- ບັນດາ ຄະນະກຳມະການ ດັ່ງກ່າວ ໄດ້ປະຊຸມກັນເປັນຄັ້ງທຳອິດເພື່ອຜ່ານພາລະບົດບາດ ແລະ ທິດທາງແຜນການໃນການເຄື່ອນໄຫວ ແລະ ຮັບຮອງເອົາລະບຽບການຂອງການປຸກລະດົມການບໍລິຈາກເລືອດແບບສະໝັກໃຈ ແລະ ບໍ່ມີສິ່ງຕອບແທນ
- ພິມເອກະສານ ກຽ່ວກັບການຈັດຫາເລືອດ , ຄວາມປອດໄພຂອງເລືອດ , ການວິໄຈເລືອດດ້ວຍຂັ້ນຕອນຕ່າງໆ .
- ຂະຫຍາຍ ສູນບໍລິຈາກເລືອດລົງສູ່ຂັ້ນແຂວງ ນອກຈາກຢູ່ນະຄອນວຽງຈັນທີ່ມີຢູ່ແລ້ວ , ໂດຍອິງໃສ່ພົນລະເມືອງຫຼາຍ , ເປັນແຂວງໃຫຍ່ ແລະ ໃນນັ້ນໄດ້ຖືເອົາ ຫ້ອງວິເຄາະ ຂອງໂຮງໝໍແຂວງເປັນຈຸໃຈກາງສຳຄັນໃນການບໍລິທາງດ້ານເຕັກນິກເປັນຕົ້ນຕໍຄື:
- ໂຮງໝໍແຂວງຈຳປາສັກ
- ໂຮງໝໍແຂວງສະຫວັນນະເຂດ
- ໂຮງໝໍແຂວງຫຼວງພະບາງ
- ໂຮງໝໍແຂວງສາລະວັນ
- ໂຮງໝໍແຂວງຄຳມ່ວນ
- ສະຖິຕິການບໍລິຈາກເລືອດແບບສະໝັກໃຈ, ມາຮອດປັດຈຸບັນມີເຖິງ 20 % ( 1998 ) ແລະ ຄາດວ່າແຕ່ນີ້ຮອດປີ 2000, ການລະດົມແບບນີ້ຈະມີເຖິງ 30 – 40 %
2 ວຽກງານອາສາສະໝັກຊາວໜຸ່ມ ແລະ ການບໍລິການສຸກເສີນ:
ມີໜ້າທີ່ສ້າງອາສາສະໝັກຊາວໜຸ່ມປະຈຳຢູ່ໂຮງຮຽນ, ບ້ານຊຸມຊົນ ,ປະກອບຖົງຢາສຸກເສີມ ແລະ ສົ່ງເສີມບັນຫາກິລາຊາວໜຸ່ມ
- ມີຈັກໜ່ວຍ
- ຈໍານວນພົນລວມ
- ມີຈັກໂຮງຮຽນ
- ມີຈັກບ້ານ
3 ວຽຫງານຄຸ້ມຄອງໄພພິບັດ ແລະ ສົງເຄາະສຸກເສີນ
- ໃຫ້ການຝຶກອົບຮົມວຽກງານກະກຽມຕອບໂຕ້ອຸປະຕິໄພ.
- ໃຫ້ການຊ່ວຍເຫຼືອສຸກເສີນເວລາມີອຸປະຕິໄພເກີດຂຶ້ນ.
- ສ້າງສາງຢູ່ແຕ່ລະພາກເພື່ອຮອງຮັບການແກ້ໄຂສຸກເສີນ.
- ຊອກຈັດຫາແຫຼ່ງທຶນ.
- ວຽກງານສົ່ງເສີມສຸຂະພາບຊຸມຊົນ:
-
- ອົບຮົມການຮັກສາສຸຂະພາບຂັ້ນຕົ້ນໃຫ້ພະນັກງານລົງເຮັດວຽກຢູ່ 3 ແຂວງ ( PHC ) ( ແຂວງຫົວພັນ,ຊຽງຂວາງ ແລະ ຜົ້ງສາລີ ).
- ສ້າງນັກອາສາສະໝັກຊ່ວຍຊຸມຊົນຂັ້ນຕົ້ນ ( CBFA / FA ) ຢູ່ 13 ແຂວງ.
- ໂຄງການຈັດຫານ້ຳສະອາດ ແລະ ສຸຂະອານາໄມຄອບຄົວ.
- ໂຄງການອົບຮົມຊາວໜຸ່ມ ເພື່ອຕໍ່ເພື່ອນ ເພື່ອປ້ອງກັນໂລກເອສ໌ ແລະ ພະຍາດທາງເພດສຳພັນ ( HIV / AIDS).
5 ວຽກງານໂຄສະນາຂ່າວສານ ແລະ ຊອກຫາຜູ້ຫາຍສາບສູນ :
- ເຮັດວາລະສານກາແດງລາວປະຈຳ 2 ເດືອນ.
- ສ້າງໂປດສະເຕີ 7 ຫຼັກການ ແລະ ແຜ່ນພັບກຽ່ວກັບປະຫວັດຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ, ຄະນະກຳມະການກາແດງສາກົນ ແລະ ອົງການກາແດງລາວ.
- ຊອກຄົ້ນຫາຜູ້ຫາຍສາບສູນ.
- ຊອກຈັດຫາແຫຼ່ງທຶນ.
- ສ້າງຕັ້ງອາສາສະໝັກໜ່ວຍຊ່ວຍເຫຼືອຜູ້ປະສົບອຸປະຕິເຫດຕາມຖະໜົນ
6 ບັນດາອົງການກາແດງປະເທດເພື່ອນມິດທີ່ໃຫ້ການຊ່ວຍໜູນ
ກ. ປະຈຳຢູ່ ສປປ ລາວ :
- ຄະນະກໍາມະການກາແດງສາກົນ ( ICRC ) ຊ່ວຍດ້ານທຶນຮອນ ແລະ ບົດຮຽນໃນການເຜີຍແຜ່ພາລະບົດບາດອົງການກາແດງລາວ , ກົດໝາຍມະນຸດສະທຳສາກົນ , ສືບທາວຫາຍາດຕິພີ່ນ້ອງທີ່ພັດພາກຈາກກັນ ແລະ ອື່ນໆ.
- ອົງການກາແດງປະເທດສວີເດັນ , ໃຫ້ທຶນຊ່ວຍພັດທະນາຊີວິດການເປັນຢູ່ຂອງແມ່ຍິງໃນຊົນນະບົດ .
- ອົງການກາແດງປະເທດແອສປາຍໂຍນ , ໃຫ້ທຶນຊ່ວຍໜູນການພັດທະນາການພັດທະນາສາຂາກາແດງລາວ
- ອົງການກາແດງປະເທດອັງກິດ , ໃຫ້ທຶນຊ່ວຍພັດທະນາຂະໜາດນ້ອຍຕໍ່ຊຸມຊົນທຸກຍາກຢູ 4 ແຂວງພາກໃຕ້ .
- ອົງການກາແດງປະເທດສາທາລະນະລັດເກົາຫຼີຊ່ວຍເຄື່ອງນຸ່ງຫົ່ມ.
- ສະພາກາແດງໄທ , ໃຫ້ການຝຶກອົບຮົມພະນັກງານໂຄສະນາຈັດຫາເລືອດທີ່ປອດໄພ.
- ອົງການມູນນິທິໂອສະກາແຫ່ງຍີ່ປຸ່ນ , ໃຫ້ການຊ່ວຍເຫຼືອເຄື່ອງນຸ່ງຫົ່ມ.
- ອົງການກາແດງປະເທດ ສັງຄົມນິຍົມຫວຽດນາມ , ໄດ້ມີການຮ່ວມມືກັນທາງດ້ານການແລກປຽ່ນຜູ້ແທນ ແລະ ນັກວິຊາການຂອງອົງການນຳກັນໂດຍການສະໜັບສະໜູນດ້ານທຶນຮອນຈາກສະພາກາແດງປະເທດແດນມາກ.
ໃນຕໍ່ໜ້າ, ອົງການກາແດງລາວ ຈະມີແຜນການ ແລະ ການພົວພັນຮ່ວມມືກັບບັນດາສະພາກາແດງປະເທດເພື່ອນມິດໃນບັນດາປະເທດທີ່ເປັນສະມາຊິກຂອງກຸ່ມອາຊຽນ ແລະ ນອກກຸ່ມອີກ . ຕາມເງື່ອນໄຂຕົວຈິງ ແລະ ຈຸດພິເສດຂອງອົງການກາແດງລາວ.
2012 – 2016
ໃນເວລານີ້ ທ່ານ ເລົາລີ ໄຟເພັງຢົວ ປະທານອົງການກາແດງຄົນໃໝ່ ຈະໄດ້ສືບຕໍ່ບັບປຸງການຈັດຕັ້ງ ເພື່ອແນໃສ່ໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ , ເປັນຕົ້ນແມ່ນມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກປະຊາຊົນປະຕິວັດລາວໃນການຈັດຕັ້ງ ແລະ ຜັນຂະຫຍາຍເປັນຕົ້ນກໍ່ແມ່ນ 4 ບຸກທະລຸໃຫ້ປະກົດຜົນເປັນຈິງຕາມ. ນອກຈາກນັ້ນ , ຍັງໄດ້ປັບປຸງ ລະບຽບ ຫຼັກການ ເພື່ອເປັນການຄຸ້ມຄອງບໍລິຫານການເຄື່ອນໄຫວວຽກງານກາແດງ
ອົງການກາແດງແດງ ໄດ້ໄປສັງກັດຢູ່ຫ້ອງວາການລັດຖະບານ ທາງດ້ານແນວຄິດການເມືອງ ແລະ ການລາຍງານ ຄື: ອອກດຳລັດ 138 / ລບ , ລົງວັນທີ 13 / 5 / 2013 ນອກຈາກນັ້ນ, ຍັງໄດ້ຍົກຍາຍສັບຊອນພະນະງານໃຫ້ຖຶກຕ້ອງແທດເໜາະກັບຂະແໜງການຕ່າງໆຄື້:
- ໄດ້ມີການແຕ່ງຕັ້ງ ຮອງປະທານ ທັງສອງທ່ານໂດຍບໍ່ມີເລຂາທີ່ການຄືແຕ່ກ່ອນ
- ແຕ່ກ່ອນເອີ້ນກາສາຂາແດງແຂວງ ແຕ່ໃນປະຈຸບັນເອີ້ນວ່າ: ອົງການກາແດງແຂວງ ສື່ບຕໍ່ຂະຫຍາຍ ກາແດງເມືອງ ຢ່າງຕໍ່ເນື່ອງເພື່ອເປັນການຄຸ້ມຄອງບໍລິຫານຢ່າງມີປະສິດຕິພາບ ເຮັດໜ້າທີ່ຊ່ວຍເຫຼືອປະຊາຊົນຂັ້ນພື້ນຖານໄດ້ຢ່າງທົ່ວເຖິງແລະມີປະສິດຕິພາບ
- ໄດ້ມີການເຊັນບົດບັນທຶກຊ່ວຍຈຳລະຫວ່າງ ອົງການກາແດງລາວ ແລະ ກາແດງ ສສວຽດນາມ ເປັນຄັ້ງທຳອິດໃນປະຫວັດສາດໃນການຮ່ວມມືຊ່ວຍເຫຼືອເຊຶ່ງກັນ ແລະ ກັນ
- ດ້ານໂຄງສ້າງການຈັດຕັ້ງປະກອບມີ:
- ປະທານ
- ຮອງປະທານ 2 ທ່ານ
- ຫົວໜ້າຫ້ອງການ
- ໜ່ວຍງານຊ່ວຍວຽກເປັນເສນາທິການໃຫ້ອົງການກາແດງລາວປະກອບມີດັ່ງນີ້:
1 ຫ້ອງການ
- ສູນບໍລິຈາກເລືອດ
- ກອງທີ່ເຄື່ອນໄຫວຕາມໜ້າທີ່ພະລະບົດບາດຂອງກາແດງຄື:
- ກອງສົ່ງເສີມສຸຂະພາບ
- ກອງຊ່ວຍເຫຼືອບັນເທົາທຸກ
- ກອງໂຄສະນາແລະຂົນຂວາຍການກຸສົນ