ໜ້າທີ່ ແລະ ພາລະບົດບາດ

ອົງການກາແດງລາວ ແມ່ນອົງການຈັດຕັ້ງທາງສັງຄົມໜຶ່ງແຫ່ງ ສ ປ ປ ລາວ, ເປັນສະມາຊິກຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ ສ້າງຕັ້ງຂຶ້ນໃນວັນທີ 1 ມັງກອນ 1955, ຖືກຮັບຮູ້ຈາກຄະນະກຳມະການກາແດງສາກົນໃນວັນທີ 23 ພຶດສະພາ 1955 ເຂົ້າເປັນສະມາຊິກຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ໃນວັນທີ 25 ຕຸລາ 1957 ໂດຍກອງປະຊຸມຄັ້ງທີ 24 ທີ່ກຸງນິວເດີລີ ປະເທດອິນເດຍ. ອົງການກາແດງລາວມີສຳນັກງານຕັ້ງຢູ່ ນະຄອນຫຼວງວຽງຈັນ, ມີພາລະບົດບາດເປັນເສນາທິການຊ່ວຍລັດຖະບານ ໃນການປະຕິບັດວຽກງານບັນເທົາທຸກໃຫ້ແກ່ປະຊາຊົນຜູ້ທຸກຍາກຂາດເຂີນ, ຜູ້ປະສົບໄພພິບັດຕ່າງໆ, ປົກປັກຮັກສາສົ່ງເສີມສຸຂະພາບຂັ້ນພື້ນຖານ ຈັດຕັ້ງປະຕິບັດວຽກງານການບໍລິຈາກເລືອດ, ສະໜອງເລືອດປອດໄພ ແລະ ຄຸນຄ່າດ້ານມະນຸດສະທຳຂົນຂວາຍແຫຼ່ງທຶນ ແລະ ອາສາສະໝັກກາແດງ ເພື່ອປະກອບສ່ວນເຂົ້າໃນວຽກງານມະນຸດສະທຳຕາມ 7 ຫຼັກການພື້ນຖານຂອງຂະບວນການກາແດງສາກົນ.