ໃນຕອນເຊົ້າຂອງວັນທີ 11 ກັນຍາ 2019 ທ່ານ ພູວົງ ພະມີສິດ ປະທານຮ້ານຄຳພູວົງ ໄດ້ນຳນຳ້ດື່ມຈຳນວນ 100 ແພັກ ມອບໃຫ້ແກ່ ອົງການກາແດງລາວ ເພື່ອໄປຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດນຳ້ຖ້ວມ ຢູ່ແຂວງ ພາກກາງແລະພາກໃຕ້, ກ່າວມອບໂດຍທ່ານ ພູວົງ ພະມີສິດ ແລະ ກ່າວຮັບໂດຍ ທ່ານ ທອງພະຈັນ ສອນນະສິນ ຮອງປະທານກາແດງລາວ ລວມມູນຄ່າ 3.600.000 ກີບ.