ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ, ຜູ້ນຳການປະຕິວັດ ທີ່ມີນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ມີນ້ຳໃຈອັນສູງສົ່ງ, ຄົບຮອບ 112 ປີ ແລະ ວັນປ່ອຍປາ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ທີ່ໜູນວຽນມາໃນອີກວາລະໜຶ່ງ ແລະ ເພື່ອເປັນການສະໜອງເລືອດທີ່ປອດໄພແລະເພື່ອກອບກູ້ເອົາຊີວິດຜູ້ທີ່ເຈັບປ່ວຍຕ້ອງການເລືອດຢູ່ໂຮງໝໍແຫ່ງຕ່າງໆໃນທົ່ວແຂວງ, ,ໃນຕອນເຊົ້າຂອງວັນທີ 13 ກໍລະກົດ 2021, ອົງການກາແດງແຂວງ ໄດ້ຈັດກິດຈະກຳບໍລິຈາກເລືອດຂຶ້ນ ຢູ່ທີ່ຫ້ອງການຊາວໜຸ່ມແຂວງ, ໃຫ້ກຽດເປັນປະທານ ໂດຍ ສະຫາຍ ທ່ານ ທອງມະນີ ໂຄດປັນຍາ, ກຳມະການພັກແຂວງ, ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ນາງ ພິນທອງ ທຳມະວົງສາ, ຮອງຫົວໜ້າອົງການກາແດງແຂວງ, ມີບັນດາຊາວໜຸ່ມຈາກຮາກຖານອ້ອມຂ້າງແຂວງເຂົ້າຮ່ວມທັງໝົດ ຈຳນວນ 152 ສະຫາຍ, ຍິງ 85 ສະຫາຍ, ມີຜູ້ສະໝັກໃຈບໍລິຈາກເລືອດທັງໝົດ ຈຳນວນ 89 ສະຫາຍ, ຍິງ 28 ສະຫາຍ, ໄດ້ເລືອດຕົວຈິງ 87 ຖົງ, ຍິງ 28 ຖົງ.
