ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ແມ່ນ ການຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດໃຈຂັ້ນພື້ນຖານ, ລວມທັງ ການໃຫ້ຄວາມຮູ້ພື້ນຖານ ເພື່ອສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ກ່ຽວກັບວຽກງານປ້ອງກັນ, ຫຼຸດຜ່ອນຄວາມສ່ຽງ ແລະ ຮັບມືກັບໄພພິບັດ.
ເປົ້າໝາຍຂອງການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ແມ່ນ ຜູ້ທີ່ຖືກຜົນກະທົບຈາກໄພພິບັດ, ຜູ້ທຸກຍາກຂາດເຂີນ, ປ່ຽວພອຍ, ດ້ອຍໂອກາດ, ກຳພ້າ, ກຳພອຍ, ຄົນພິການ ແລະ ຜູ້ຢູ່ເຂດຫ່າງໄກສອກຫຼີກ.
ກອງຊ່ວຍເຫຼືອບັນເທົາທຸກ ປະກອບມີ:
- ພະແນກກະກຽມໄພພິບັດ
- ພະແນກບໍລິຫານ-ແຜນການ
- ພະແນກບັນເທົາທຸກ ແລະ ຄຸ້ມຄອງ