ໃນວັນທີ 23-27 ມີນາ 2019 ໄດ້ຈັດຂື້ນທີ່ ເມືອງແປກ, ແຂວງຊຽງຂວາງ ໂດຍການເປັນກຽດເຂົ້າຮ່ວມ ທ່ານນາງ ໄອ່ຄຳ ສໍອິນໄຊ ຮອງຫົວຫນ້າກອງໂຄສະນາ ແລະ ຂົນຂວາຍການກຸສົນ, ອົງການກາແດງລາວສູນກາງ, ມີຜູ້ເຂົ້າຮ່ວມທັງໝົດ 22 ທ່ານ, ເຊື່ງຈາກຊາວໜຸ່ມແຂວງ , ຄູ ອາຈານ ແລະ ນ້ອງນັກຮຽນ ຈາກ 3 ໂຮງຮຽນ(ມສ ໂພນສະຫວັນ ມສ ໂພນທອງ, ແລະ ມສ ສີບຸນເຮືອງ.
ຈຸດປະສົງການຝຶກອົບຮົມແມ່ນ ເພື່ອການໃຫ້ຄວາມຮູ້ດ້ານ ຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ຄວາມປອດໄພໃນໂຮງຮຽນໃຫ້ແກ່ນັກຮຽນຄູ-ອາຈານ ແລະ ເພື່ອເປັນການປ່ຽນແປງທັດສະນະ ການປະຕິບັດ, ພຶດຕິກຳຂອງນັກຮຽນ, ຄູ-ອາຈານ ແລະ ພໍ່ແມ່ນັກຮຽນ ກ່ຽວກັບຄວາມປອດໄພໃນໂຮງຮຽນ ເພື່ອໃຫ້ເຂົາເຈົ້າກາຍເປັນແບບຢ່າງໃນການນຳພາຫມູ່ເພື່ອນມີທັດສະນະຄຸນສົມທີ່ດີຕາມ5ຫລັກມູນການສຶກສາແລະການຫຼຸດຜ່ອນຄວາມສ່ຽງຕໍ່ໄພພິບັດ ແລະຮັບຮູ້ ວິທີນຳພາຫມູ່ເພຶ່ອນດ້ວຍຫລັກການ ເພື່ອນສອນເພື່ອນ ເພື່ອເຄືອນໄຫວເຄື່ອນວຽກງານນອກຫຼັກສູດ ຂອງຊາວໜຸ່ມໃນໂຮງຮຽນ.
