ປະທານອົງການກາແດງລາວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍ ກາແດງແຂວງສາລະວັນ. The president of Lao Red Cross have been visited and delivered the donation to the Salavan Provincial Red Cross. ໃນຕອນເຊົ້າວັນທີ 30/06/2020 ທ່ານຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ຢ້ຽມຢາມແລະເຮັດວຽກແຂວງສາລະວັນ ແລະ ໄດ້ຕ້ອນຮັບຈາກນາງ ດຣ ກົງສິດ ອຸ່ນຈິດ ຫົວຫນ້າກາແດງກາແດງແຂວງສາລະວັນ ແລະພະນັກງານແລະໄດ້ຮັບພັງການລາຍງານການຈັດຕັ້ງປະຕິບັດວຽກງານຫົກເດືອນຕົ້ນປີ ແລະແຜນການຫົກເດືອນທ້າຍປີທີ່ໄດ້ຈັດຕັ້ງປະຕິບັດປະສົບຜົນສຳເລັດຫລາຍດ້ານແລະ ໃນໂອກາດນີ້ທ່ານປະທານອົງການກາແດງລາວ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍແກ່ພະນັກງານທຸກທ່ານທີ່ໄດ້ສູ້ຊົນບຸກບືນໃນການປະຕິບັດຫນ້າທີ່ຂອງຕົນໄດ້ສຳເລັດຫລາຍດ້ານແລະ ທ່ານຍັງໄດ້ໃຫ້ທິດຊີ້ນໍາ ນຳພາ ເອົາໃຈໃສ່ສືບຕໍ່ຜັນຂະຫຍາຍ 09 ຫນ້າວຽກຕົ້ນຕໍຂອງອົງການກາແດງລາວ ກໍ່ຄືກາແດງສາລະວັນ ໂດຍສະເພາະກໍ່ແມ່ນວຽກງານປຸກລະດົມຂົນຂວາຍບໍລິຈາກເລືອດ;ວຽກງານລະດົມທຶນຈາກສັງຄົມ ແລະ ວຽກງານສ້າງອາສາສະຫມັກ; ໃນໂອກາດນີ້ທ່ານກໍ່ຍັງໄດ້ນຳເອົາເຄື່ອງຊ່ວຍເຫລືອປະເພດເຄື່ອງໃຊ້ຄົວເຮືອນ;ເຄື່ອງນອນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ມອບໃຫ້ແກ່ອົງການກາແດງແຂວງສາລະວັນ ເພື່ອແຮໄວ້ຊ່ວຍເຫລືອຜູ້ປະສົບຜົນກະທົບຈາກໄພພິບັດ ລວມມູນຄ່າ 30,960,000 ກີບ.ຈາກນັ້ນໃນຕອນບ່າຍ ແມ່ນໄດ້ເຂົ້າຢ້ຽມຢາມ ແລະ ເຮັດວຽກຢູ່ສູນເລືອດກາແດງແຂວງເຊກອງ ນຳອີກດ້ວຍ.
