ໃນວັນທີ 02 ເມສາ 2019 ອົງການກາແດງລາວ ໄດ້ມອບເຄື່ອງຊ່ວຍເຫລືອນ້ອງນັກຮຽນທີ່ບ້ານຫ້ວຍໄຄ້ ເມືອງຫົວເມືອງ ແຂວງຫົວພັນ ຈຳນວນ 64 ນ້ອງ,ຍິງ 23 ນ້ອງ. ບ້ານດັ່ງກ່າວປະກອບມີ 42 ຫລັງຄາເຮືອນ ມີ 74 ຄອບຄົວ,ພົນລະເມືອງ 337ຄົນ,ຍິງ 168ຄົນ ເຊິ່ງອາຊີບ ຕົ້ນຕໍ່ແມ່ນຜະລິດກະສິກຳປູກຝັງລ້ຽງສັດ ເປັນບ້ານຊົນນະບົດ ພູດອຍ ຫ່າງໄກ ແລະທຸກຍາກ. ສະນັ້ນອົງການກາແດງລາວຈື່ງໃຫ້ການຊ່ວຍເຫລືອເຄື່ອງທີ່ມາຊ່ວຍເຫລືອໃນຄັ້ງນີ້ ປະກອບມີ: ເສື້ອກັນຫນາວ,ເສື້ອຢືດ,ສົ້ງຊ້ອນ ແລະ ຢາສີຟັນ ແປງສີຟັນ.ກ່າວມອບໂດຍ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ຮັບໂດຍນ້ອງນັກຮຽນໂຮງຮຽນດັ່ງກ່າວເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ຈູເຮີ ຫົວຫນ້າພະແນກແຮງງານສະຫວັດດີການ ສັງຄົມແຂວງ, ທ່ານ ຄຳພອນ ພັນວົງໄຊ ຮອງເຈົ້າເມືອງຫົວເມືອງ,ທ່ານ ຄຳສີ ຜິວວິໄລ ຫົວຫນ້າຫ້ອງການກາແດງແຂວງຫົວພັນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ລວມມູນຄ່າທັງຫມົດ 14,430,000 ກີບ.
