ໃນວັນທີ 25 ມີຖຸນາ 2021 ນີ້ ຢູ່ທີ່ອົງການກາແດງລາວ ທ່ານ ວີເຈ ມັດດາວັນ ຜູ້ອຳນວຍການໃຫຍ່ບໍລິສັດພຣູເນໂຊປະກັນໄພຊີວິດ(ລາວ) ຈຳກັດ ພ້ອມດ້ວຍຄະນະ ໄດ້ນຳເອົາເຄື່ອງຊ່ວຍເຫຼືອປະກອບມີ ເຂົ້າສານໜຽວ ແລະ ເຂົ້າສານຈ້າວ 1.5 ໂຕນ, ນ້ຳດື່ມ 120 ແພັກ, ປາກະປ໋ອງ 480 ປ໋ອງ ແລະ ຢາສີດຍຸງ 300ປ໋ອງ ລວມມູນຄ່າທັງໝົດ 30 ລ້ານກີບເພື່ອນຳໄປມອບໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນຕົ້ນເດືອນຜ່ານມາ ໂດຍການຮັບຂອງທ່ານ ຮສຈ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ໂອກາດດັ່ງກ່າວທ່ານປະທານອົງການກາແດງລາວກໍໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງທ່ານຜູ້ອຳນວຍການໃຫຍ່ບໍລິສັດ ພຣູເດັນໂຊປະກັນໄພຊີວິດ(ລາວ) ຈຳກັດ ທີ່ໄດ້ປະກອບສ່ວນເຄື່ອງຈຳນວນດັ່ງກ່າວເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ກັບພໍ່ແມ່ປະຊາຊົນຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແລະ ຈະນຳເຄື່ອງຈຳນວນດັ່ງກ່າວໄປມອບໃຫ້ເຖິງມືປະຊາຊົນໃນໄວໆນີ້ ຈາກນັ້ນທ່ານປະທານອົງການກາແດງລາວກໍໄດ້ມອບໃບສົມມະນາຄຸນໃຫ້ກັບສັດພຣູເນໂຊປະກັນໄພຊີວິດ(ລາວ) ຈຳກັດ ເພື່ອຈາລຶກຄຸນງາມຄວາມດີຕໍ່ການຊ່ວຍເຫຼືອໃນຄັ້ງນີ້.
