ໃນຕອນບ່າຍຂອງວັນທີ 17 ມິຖຸນາ 2021, ທີ່ ອົງການກາແດງລາວສູນກາງ ທ່ານ ຮສຈ. ດຣ. ພູທອນ ເມືອງປາກ ປະທານອົງການກາແດງລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມປະຊຸມແບບທາງໄກ ກັບ ທ່ານ ຄິດສຕອບ ຊຸດແຕ, ຫົວໜ້າຄະນະກໍາມະການກາແດງສາກົນ(ICRC) ປະຈໍາພາກພື້ນ ເຊີ່ງມີສໍານັກງານປະຈໍາຢູ່ ບາງກອກ ປະເທດໄທ.
ໃນໂອກາດດັ່ງກ່າວ ທ່ານ ຄິດສຕອບ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ການຮັບໜ້າທີ່ໃໝ່ຂອງ ທ່ານປະທານອົງການກາແດງລາວ. ພ້ອມດຽວກັນ ທ່ານ ປະທານອົງການກາແດງລາວ ໄດ້ສະແດງຄວາມ ຂອບໃຈ ຕໍ່ຄະນະກໍາມະການກາແດງສາກົນທີ່ໃຫ້ຄວາມຊ່ວຍເຫລືອ ແກ່ ອົງການກາແດງລາວ ຕະຫລອດໄລຍະຜ່ານມາ. ທັງສອງພາກສ່ວນ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ໃນການຮ່ວມມືໃນໄລຍະຜ່ານມາ ແລະ ແລກປ່ຽນສົນທະນາປືກສາຫາລືການຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນ ການເຜີຍແຜ່ກົດໝາຍວ່າດ້ວຍອົງການກາແດງລາວ, ເຜີຍແຜ່ຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ, ກົດໝາຍມະນຸດສະທໍາສາກົນ. ວຽກງານ ຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ, ວຽກງານໂຄສະນາຊອກຫາແຫລ່ງທຶນ, ວຽກງານກູ້ໄພສຸກເສີນ, ວຽກງານສືບທາວຫາຍາດພີ່ນ້ອງ.ໃນໂອກາດດັ່ງກ່າວ, ທ່ານປະທານອົງການກາແດງລາວໄດ້ຮຽກຮ້ອງໃຫ້ ຄະນະກໍາມະການກາແດງສາກົນ ຈົ່ງສືບຕໍ່ໃຫ້ການຊ່ວຍເຫຼືອ ອົງການກາແດງລາວ ແລະ ພິຈາລະນາໃຫ້ການຊ່ວຍເຫລືອ ສໍາລັບວຽກງານຕອບໂຕ້ການແຜ່ລະບາດ Covid-19, ວຽກງານການຊ່ວຍເຫຼືອບັນເທົາທຸກ, ວຽກງານການໂຄສະນາຂ່າວສານຂອງອົງການກາແດງລາວ, ນອກຈາກນັ້ນ, ທາງຄະນະກໍາມະການກາແດງສາກົນ ຈະສືບຕໍ່ໃຫ້ການຊ່ວຍເຫລືອ ແກ່ ອົງການກາແດງລາວ ໃນຕໍ່ໜ້າ ບໍ່ວ່າຈະເປັນດ້ານວິຊາການ ແລະ ທຶນຮອນ ເຂົ້າໃນວຽກງານ ຂອງ ອົງການກາແດງລາວ ແລະ ວຽກງານອື່ນໆ ທີ່ໄດ້ກໍານົດໄວ້ໃນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ອົງການກາແດງລາວ ແລະ ຄະນະກໍາມະການກາແດງສາກົນ 2021-2023.