ໃນຕອນເຊົ້າຂອງວັນທີ 1 ມີຖຸນາ 2021 ທີ່ອົງການກາແດງລາວ ທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ໄດ້ຕ້ອນຮັບຄະນະຜູ້ແທນ ສະພາກາແດງສະວິດສ ທ່ານ ຊັງມາກ ໂຕເມ ຫົວໜ້າຫ້ອງການ ສະພາກາແດງສະວິດສ ປະຈຳ ສປປລາວ ໄດ້ລາຍງານ ສະພາບການຈັດຕັ້ງປະຕິບັດການຊ່ວຍເຫຼືອປະຊາຊົນຜູ້ທຸກຍາກ ໃນເຂດແຂວງຕ່າງໆ ເປັນຕົ້ນແມ່ນວຽກງານສຸຂະພາບຊຸມຊົນ, ວຽກງານບັນເທົາທຸກແລະວຽກງານອື່ນໆ ທີ່ໄດ້ປະກອບສ່ວນໃນວຽກງານມະນຸດສະທຳ ເລີ່ມແຕ່ປີ1988ຈົນເຖິງປະຈຸບັນເປັນເວລາ30 ກວ່າປີທີ່ປະສົບຜົນສຳເລັດແລະສາມາດພັດທະນາຊິວິດການເປັນຢູ່ຂອງປະຊາຊົນດີຂຶ້ນໄດ້ຢ່າງຫລວງຫລາຍ .
ໃນໂອກາດນີ້ ທ່ານພູ ທອນ ເມືອງປາກ ປະທານອົງການກາແດງລາວ ໄດ້ສະແດງຕ້ອນຮັບຢ່າງອົບອຸ່ນ ປີຕິຍິນດີ ດີອົກດີໃຈ ຕໍ່ຄະນະຜູ້ແທນດັ່ງກ່າວ, ຈາກນັ້ນ ທ່ານປະທານ ອົງການກາແດງລາວ ກໍ່ໄດ້ແຈ້ງ ໃຫ້ທ່ານ ຊັງມາກ ໂຕເມ ຊາບວ່າ, ໃນໂອກາດທີ່ທ່ານມາຮັບຫນ້າທີ່ໃຫມ່, ເປັນປະທ່ານອົງການການແດງລາວ ແລະ ຈະສືບຕໍ່ສາຍພົວພັນລະຫວ່າງການຮ່ວມມື ສອງປະເທດທີ່ມີມາແຕ່ຍາວນານໃຫ້ເກີດດອກອອກຜົນ ເວົ້າລວມ ,ເວົ້າສະເພາະ ກໍ່ຄືການພົວພັນລະຫວ່າງສອງກາແດງທີ່ມີມາແລ້ວນັ້ນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ສະພາກາແດງສະວິດສໄດ້ໃຫ້ ທ່ານຊັງມາກ ໂຕເມ ຫົວໜ້າຫ້ອງການ ສະພາກາແດງສະວິດສປະຈຳ ສປປ ລາວ ກໍ່ໄດ້ສະແດງຄວາມດີອົກດີໃຈທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຊົມເຊີຍ ຕໍ່ປະທານອົງການກາແດງລາວຄົນໃຫມ່ເພື່ອສືບຕໍ່ການການພົວພັນແລະການຮ່ວມມື
ສະພາກາແດງສະວິດສ ຍັງຢືນຢັນວ່າຈະສືບຕໍ່ໃຫ້ການຊ່ວຍເຫຼືອ ອົງການກາແດງລາວ ໃນການຊ່ວຍປະຊາຊົນຜູ້ທຸກຍາກ , ໃນໂຄງການສຳຄັນຕ່າງໆ ເປັນຕົ້ນການຕອບໂຕ້ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ19, ໂຄງການພັດທະນາອົງກອນ ແລະ ໂຄງການຮັກສາສຸຂະພາບຂັ້ນຕົ້ນໃນເຂດແຂວງແລະທ້ອງຖິ່ນວຽກງານອື່ນໆເພື່ອປະກອບສ່ວນໃນວຽກງານມະນຸດສະທຳຂອງອົງການກາແດງລາວ ທີ່ກຳໄວ້ເພື່ອເຮັດໃຫ້ ສປປ ລາວ ຫລຸດພົ້ນປະເທດດ້ອຍພັດທະນາ
ຕ້ອນທ້າຍ ທ່ານປະທານອົງການລາວໄດ້ຕີລາຄາສູງໃນການຢ້ຽມຢາມໃນຄັ້ງນີ້,ມັນເປັນຂີດໝາຍຄວາມສຳຄັນໃນການປະກອບສ່ວນເຂົ້າໃນວຽກງານມະນຸສະທຳ ແລະທັງເປັນການຮັດແໜ້ນສາຍພົວພັນລະຫວ່າງສອງກາແດງໃນການປະກອບສ່ວນໃນການສ້າງສາພັດທະປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.