ໃນຕອນເຊົ້າຂອງວັນທີ 4 ມີຖຸນາ 2019 ນີ້ ຢູ່ທີ່ຫ້ອງປະຊຸມອົງການກາແດງລາວໄດ້ມີພິທີປະກາດແຕ່ງຕັ້ງຫົວໜ້າພະແນກ ແລ ະຮອງພະແນກຂອງອົງການກາແດງລາວ.
ໂດຍພາຍໃຕ້ການເຂົ້າຮ່ວມຂອງທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ, ທ່ານ ຮສຈ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ພ້ອມດ້ວຍຫົວໜ້າກອງ, ຮອງກອງ, ຫົວໜ້າສູນ,ຮອງສູນ, ຫົວໜ້າພະແນກ,ຮອງພະແນກ ຕະຫຼອດຮອດພະນັກງານວິຊາການເຂົ້າຮ່ວມ.
ໃນພິທີ ທ່ານ ຄອນສະຫວັນ ຈັນທະຄາມ ຫົວໜ້າຫ້ອງການອົງການກາແດງລາວໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ສະບັບເລກທີ 196-203 ລົງວັນທີ 9 ພຶດສະພາ 2019 ເຊິ່ງມີລາຍຊື່ດັ່ງລຸ່ມນີ້: 1. ທ່ານ ຂັນແກ້ວ ວໍລະວົງ ວ່າການຫົວໜ້າພະແນກ ການເງິນອົງການກາແດງລາວ ເປັນຫວົໜ້າພະແນກການເງິນ ອົງການກາແດງລາວ;2. ທ່ານ ນາງ ວັນວິລຸນ ຮອງຫົວໜ້າພະແນກກວດກາຄຸນນະພາບ ແລະ ອົບຮົມ ສູນເລືອດແຫ່ງຊາດ ອົງການກາແດງລາວ ເປັນຫົວໜ້າພະແນກກວດກາຄຸນນະພາບ ແລະ ອົບຮົມ ສູນເລືອດແຫ່ງຊາດ ອົງການກາແດງລາວ; 3. ທ່ານ ນາງ ພອນດາວັນ ສານບຸນລືໄຊ ວິຊາການ ພະແນກພົວພັນ ແລະ ຮ່ວມມືຕ່າງປະເທດ ຫ້ອງການອົງການກາແດງລາວ ເປັນຮອງຫົວໜ້າພະແນກພົວພັນ ແລະ ຮ່ວມມືຕ່າງປະເທດ ຫ້ອງການອົງການກາແດງລາວ;4. ທ່ານຄຳຫຼ້າ ພົມພັກດີ ວິຊາການພະແນກຄຸ້ມຄອງອາສາສະໝັກຊາວໜຸ່ມກາແດງລາວ ກອງໂຄສະນາ ແລະ ຂົນຂວາຍການກຸສົນ ອົງການກາແດງລາວ ເປັນຮອງຫົວໜ້າພະແນກຄຸ້ມຄອງອາສາສະໝັກຊາວໜຸ່ມກາແດງລາວ ກອງໂຄສະນາ ແລະ ຂົນຂວາຍການກຸສົນ ອົງການກາແດງລາວ; 5. ທ່ານ ບຸນທະວີ ໄຊອ່ອນ ວິຊາການພະແນກບໍລິຫານ-ແຜນການ ກອງໂຄສະນາ ແລະ ຂົນຂວາຍການກຸສົນ ອົງການກາແດງລາວ ເປັນຮອງຫົວໜ້າພະແນກພະແນກບໍລິຫານ-ແຜນການ ກອງໂຄສະນາ ແລະ ຂົນຂວາຍການກຸສົນ ອົງການກາແດງລາວ; 6.ທ່ານ ນາງ ຈັນສຸກ ໄຊຍະວົງ ວິຊາການພະແນກສົ່ງເສີມສຸຂະພາບ ກອງສົ່ງເສີມສຸຂະພາບຊຸມຊົນ ອົງການກາແດງລາວ ເປັນຮອງຫົວໜ້າພະແນກສົ່ງເສີມສຸຂະພາບ ກອງສົ່ງເສີມສຸຂະພາບຊຸມຊົນ ອົງການກາແດງລາວ; 7. ທ່ານ ນາງ ສຸລັດດາ ຈັນດາລາ ວິຊາການພະແນກປຸກລະດົມ ແລະ ຮັບບໍລິຈາກເລືອດ ສູນເລືອດແຫ່ງຊາດ ອົງການກາແດງລາວ ເປັນຮອງຫົວໜ້າພະແນກປຸກລະດົມ ແລະ ຮັບບໍລິຈາກເລືອດ ສູນເລືອດແຫ່ງຊາດ ອົງການກາແດງລາວ ແລະ ແຕ່ງຕັ້ງທ່ານ ວົງເກັ່ງ ຮອງຫົວໜ້າພະແນກພະແນກປຸກລະດົມ ແລະ ຮັບບໍລິຈາກເລືອດ ສູນເລືອດແຫ່ງຊາດ ອົງການກາແດງລາວ ຍ້າຍໄປເປັນຮອງພະແນກພະແນກກວດກາຄຸນນະພາບ ແລະ ອົບຮົມສູນເລືອດແຫ່ງຊາດ ອົງການກາແດງລາວ ແລະ ໄດ້ຮັບເອົາພະນັກງານທີ່ຍົກຍ້າຍຈາກກົມກອງອື່ນເພື່ອມາຮັບໜ້າທີ່ໃໝ່ຢູ່ທີ່ອົງການກາແດງລາວ.
ໃນພິທີທ່ານ ຄຳຮຸ່ງເຮືອງວົງສີ ປະທານອົງການກາແດງລາວໄດ້ສະແດງຄວາມຍິນດີຊົມເຊີຍນຳບັນດາສະຫາຍທີ່ໄດ້ເຂົ້າຮັບໜ້າທີ່ຕຳແໜ່ງໃໝ່ນີ້, ພ້ອມທັງໃຫ້ທິດຊີ້ນຳໂອ້ລົມບາງບັນຫາໃຫ້ພະນັກງານທີ່ເຂົ້າຮັບໜ້າທີ່ໃໝ່ນີ້ຈົ່ງພ້ອມກັນເອົາໃຈໃສ່ ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າການຈັດຕັ້ງໜຶ່ງແມ່ນເລີ່ມຈາກສອງຄົນຂຶ້ນໄປ ແລະ ມີໜ້າທີ່ຕາມລຳດັບຂອງການຈັດຕັ້ງ ເຊິ່ງບັນດາສະຫາຍທີ່ເຂົ້າຮັບໜ້າທີ່ໃໝ່ນີ້ເພື່ອການພັດທະນາ, ປັບປຸງໃຫ້ກັບກົງຈັກການຈັດຕັ້ງຂອງອົງການກາແດງລາວໃຫ້ຖືກຕ້ອງ ແລະ ສອດຄອງ ເຊິ່ງໄລຍະຜ່ານມາຄະນະນຳໄດ້ພ້ອມກັນປຶກສາຫາລືທາບທາມນຳແຕ່ລະຂັ້ນຈຶ່ງນຳສະເໜີທຸກການຈັດຕັ້ງຂອງອົງການກາແດງລາວຕ້ອງໄດ້ຮັບຮູ້ ແລະ ເຂົ້າໃຈ.