- ຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ
- ຂົນຂວາຍບໍລິຈາກເລືອດ ແລະ ການສະໜອງເລືອດທີ່ປອດໄພ
- ສົ່ງເສີມສຸຂະພາບຂັ້ນພື້ນຖານ
- ປະຖົມພະຍາບານ
- ກູ້ໄພສຸກເສີນ
- ໂຄສະນາຂົນຂວາຍແຫຼ່ງທຶນ
- ສ້າງສະມາຊິກ ແລະ ອາສາສະໝັກກາແດງ
- ສືບທາວຫາຍາດພີ່ນ້ອງ
- ພົວພັນ ແລະ ຮ່ວມມືສາກົນ
ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ແມ່ນ ການຊ່ວຍເຫຼືອທາງດ້ານວັດຖຸ ແລະ ຈິດໃຈຂັ້ນພື້ນຖານ, ລວມທັງ ການໃຫ້ຄວາມຮູ້ພື້ນຖານ ເພື່ອສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ກ່ຽວກັບວຽກງານປ້ອງກັນ, ຫຼຸດຜ່ອນຄວາມສ່ຽງ ແລະ ຮັບມືກັບໄພພິບັດ.
ເປົ້າໝາຍຂອງການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ແມ່ນ ຜູ້ທີ່ຖືກຜົນກະທົບຈາກໄພພິບັດ, ຜູ້ທຸກຍາກຂາດເຂີນ, ປ່ຽວພອຍ, ດ້ອຍໂອກາດ, ກຳພ້າ, ກຳພອຍ, ຄົນພິການ ແລະ ຜູ້ຢູ່ເຂດຫ່າງໄກສອກຫຼີກ.
ການປຸກລະດົມຂົນຂວາຍ ບໍລິຈາກເລືອດ ແລະ ການສະໜອງເລືອດທີ່ປອດໄພ ແມ່ນ ຂະບວນການ ຈັດຫາຜູ້ບໍລິຈາກເລືອດແບບສະໝັກໃຈ, ຮັບການບໍລິຈາກເລືອດ, ກວດກາວິເຄາະເລືອດ, ເກັບຮັກສາ, ຄຸ້ມຄອງຄຸນນະພາບ ແລະ ການສະໜອງເລືອດໃຫ້ພຽງພໍ, ປອດໄພ ແລະ ທັນເວລາ.
ການສົ່ງເສີມສຸຂະພາບຂັ້ນພື້ນຖານ ແມ່ນ ການເຮັດໃຫ້ປະຊາຊົນຜູ້ດ້ອຍໂອກາດ, ຊຸມຊົນ, ເຂດຫ່າງໄກສອກຫຼີກ ໄດ້ເຂົ້າເຖິງນ້ຳສະອາດ, ສຸຂາພິບານ, ອະນາໄມ, ໂພສະນາການ, ສຸຂະພາບແມ່ ແລະ ເດັກ ດ້ວຍການໂຄສະນາສຸຂະສຶກສາ, ການຝຶກອົບຮົມການປະຖົມພະຍາບານ ຕາມນະໂຍບາຍຂອງກະຊວງສາທາລະນະສຸກ ເພື່ອເຮັດໃຫ້ປະຊາຊົນມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ.
ການປະຖົມພະຍາບານ ແມ່ນ ການຊ່ວຍເຫຼືອເບື້ອງຕົ້ນ ແກ່ຜູ້ຖືກເຄາະຮ້າຍທີ່ໄດ້ຮັບບາດເຈັບ ທາງດ້ານຮ່າງກາຍ ແລະ/ຫຼື ຈິດໃຈ ໂດຍນຳໃຊ້ວັດຖຸປະກອນທີ່ມີຢູ່ອ້ອມຂ້າງ ຢ່າງຖືກວິທີ ຈົນກ່ວາຈະນຳສົ່ງເຖິງສະຖານທີ່ບໍລິການດ້ານການແພດ.
ຜູ້ທີ່ຈະໃຫ້ການຊ່ວຍເຫຼືອປະຖົມພະຍາບານ ຕ້ອງໄດ້ຮັບການຝຶກອົບຮົມທາງດ້ານປະຖົມພະຍາບານ.
ການກູ້ໄພສຸກເສີນ ແມ່ນ ການຊ່ວຍເຫຼືອຮີບດ່ວນ
ເພື່ອກອບກູ້ຜູ້ຖືກເຄາະຮ້າຍ ຈາກໄພທຳມະຊາດ ຫຼື ມະນຸດສ້າງຂື້ນ ເຊັ່ນ ອຸບປະຕິເຫດທາງທ້ອງຖະໜົນ,
ທາງອາກາດ, ທາງນ້ຳ, ອຸທົກກະໄພ, ອັກຄີໄພ, ວາຕະໄພ, ດິນເຈື່ອນ, ຕຶກຖະຫຼົ່ມ,
ແຜ່ນດິນໄຫວ, ພະຍາດລະບາດ.
ການໂຄສະນາຂົນຂວາຍແຫຼ່ງທຶນ ແມ່ນ ການເຮັດໃຫ້ສັງຄົມຮູ້, ເຂົ້າໃຈພາລະບົດບາດ, ຄວາມສຳຄັນ, ຜົນງານການເຄື່ອນໄຫວວຽກງານກາແດງລາວໃນແຕ່ລະໄລຍະໂດຍຜ່ານສື່ ແລະ ກິດຈະກຳຕ່າງໆ ເພື່ອໃຫ້ມີຄວາມສະໝັກໃຈປະກອບສ່ວນທຶນຮອນເຂົ້າໃນວຽກງານກາແດງລາວ.
ການສ້າງສະມາຊິກ ແລະ ອາສາສະໝັກກາແດງ ແມ່ນການປຸກລະດົມຂົນຂວາຍ, ສຶກສາອົບຮົມ, ຝຶກອົບຮົມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງເຂົ້າເປັນສະມາຊິກ ແລະ ອາສາສະໝັກກາແດງ ເພື່ອປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານກາແດງລາວ.
ສຳລັບເງື່ອນໄຂ ແລະ ມາດຕະຖານ ຂອງສະມາຊິກ ແລະ ອາສາສະໝັກກາແດງ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.
ການສືບທາວຫາຍາດພີ່ນ້ອງ ແມ່ນ ການເປັນສື່ກາງໃນການຕິດຕໍ່ພົວພັນຫາ ບຸກຄົນ, ກຸ່ມຄົນ ທີ່ບໍ່ສາມາດຕິດຕໍ່ພົວພັນກັນໄດ້ ເນື່ອງຈາກໄພພິບັດ, ການຍົກຍ້າຍຖິ່ນຖານ, ການອົບພະຍົກ, ສົງຄາມ ແລະ ອື່ນໆ ໃຫ້ຮູ້ຂ່າວຄາວ ຫຼື ກັບມາຢູ່ຮ່ວມກັນອີກ.
ອົງການກາແດງລາວ ພົວພັນ ແລະ ຮ່ວມມືສາກົນ ກ່ຽວກັບວຽກງານກາແດງ ດ້ວຍການອອກແຮງຊອກຮູ້ບົດຮຽນທີ່ເປັນປະໂຫຍດ, ຂົນຂວາຍແຫຼ່ງທຶນ, ວັດຖຸປະກອນ, ເຕັກນິກ ແລະ ການພັດທະນາບຸກຄະລະກອນ ເພື່ອນຳໃຊ້ເຂົ້າໃນວຽກງານຂອງຕົນ ໃຫ້ມີປະສິດທິພາບ ລວມທັງການປະຕິບັດພັນທະຂອງຕົນຕໍ່ສາກົນ.
ອົງການຈັດຕັ້ງສາກົນ, ອົງການກາແດງຂອງຕ່າງປະເທດ ແລະ ຄົນຕ່າງປະເທດ ຈະສາມາດເຄື່ອນໄຫວວຽກງານກາແດງ ຢູ່ ສປປ ລາວ ໄດ້ກໍຕໍ່ເມື່ອໄດ້ຮັບອະນຸຍາດຈາກລັດຖະບານຂອງ ສປປ ລາວ ແລະ ຕ້ອງປະຕິບັດຕາມກົດໝາຍ ແລະ ຮີດຄອງປະເພນີຂອງ ສປປ ລາວ.
ລັດຖະບານ ແຫ່ງ ສປປ ລາວ ສະໜັບສະໜູນ ແລະ ອຳນວຍຄວາມສະດວກໃຫ້ອົງການກາແດງລາວ ເຂົ້າຮ່ວມການຊ່ວຍເຫຼືອກູ້ໄພ ໃນລະດັບພາກພື້ນ ແລະ ສາກົນ ບົນພື້ນຖານຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ, ກົດໝາຍ ແລະ ຮີດຄອງປະເພນີຂອງປະເທດທີ່ກ່ຽວຂ້ອງ.