ສະຖາບັນການທະນາຄານ (ສທຄ) ໄດ້ຈັດຕັ້ງການບໍລິຈາກເລືອດຈາກບັນດາຜູ້ບໍລິຫານ, ພະນັກງານ, ອາຈານ ແລະ ນັກສຶກສາໃຫ້ແກ່ສູນເລືອດແຫ່ງຊາດ ຂອງອົງການກາແດງລາວໃນວັນທີ 24 ມິຖຸນາ 2020 ທີ່ສະໂມສອນ ສທຄ ໂດຍການນໍາພາຂອງທ່ານ ສັນຕິ ພົນເມືອງລາວ ເລຂາຄະນະພັກຮາກຖານ-ຫົວໜ້າ ສທຄ ໂດຍການສະໜັບສະໜູນຂອງທະນາຄານ ໄຊງ່ອນເທືອງຕິ່ນ ລາວ ຈຳກັດ ໂດຍແມ່ນນາງ ອຸໄລພອນ ໂສເງິນ ຮອງຜູ້ອຳນວຍການທະນາຄານດັ່ງກ່າວ ແລະ ມີທ່ານ ດຣ. ຈັນທະລາ ສຸກສາຄອນ ຫົວ ໜ້າສູນເລືອດແຫ່ງຊາດ ພ້ອມດ້ວຍຄະນະແພດ ແລະ ອາຈານ-ນັກສຶກສາ ເຂົ້າຮ່ວມ ທັງນີ້ກໍ່ເພື່ອເປັນການສ້າງຜົນງານຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IV ຂອງອົງຄະນະພັກ ທຫລ ແລະ ກອງປະຊຸມໃຫຍ່ສະມາຊິກພັກຮາກຖານ ຄັ້ງທີ IV ຂອງ ສທຄ ທີ່ຈະ ເປີດຂຶ້ນໃນມໍ່ໆນີ້.
ການບໍລິຈາກເລືອດຄັ້ງນີ້ ກໍ່ຢູ່ໃນທ່າມກາງທີ່ທົ່ວທັງໂລກ ພວມຢູ່ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຢູ່ໃນໄລຍະທີ່ ສປປ ລາວ ປອດເຊື້ອພະຍາດດັ່ງກ່າວ ທັງເປັນວັນຜູ້ບໍລິຈາກເລືອດໂລກ (ວັນທີ 14 ມິຖຸນາ) “World Blood Dono Day” ຊຶ່ງມີຄະນະນໍາ, ພະນັກງານ ແລະ ນັກສຶກສາເຂົ້າກວດເລືອດ 120 ຄົນ ຊຶ່ງ ມີຜູ້ທີ່ສາມາດບໍລິຈາກເລືອດຕົວຈິງທັງ ໝົດ 100 ຄົນ ຊຶ່ງເປັນການບໍລິຈາກທີ່ບໍລິສຸດ, ບໍ່ຫວັງຜົນຕອບແທນ ທັງເປັນການບໍລິຈາກເລືອດ ແລະ ຜະລິດຕະພັນເລືອດທີ່ປອດໄພ ເພື່ອເປັນການຊ່ວຍຊີ ວິດຂອງຄົນເຈັບໃຫ້ປອດໄພ ແລະ ເປັນການປູກຈິດສໍານຶກໃຫ້ສັງຄົມ ມີການປະກອບສ່ວນໃນການບໍລິຈາກ ເລືອດ ຫຼາຍຂຶ້ນ ເຮັດໃຫ້ສັງຄົມ ມີຄວາມສະຫງົບ ເປັນສັງຄົມທີ່ມີຈິດໃຈເອື້ອເຟື້ອເພື່ອແຜ່ ມີຄວາມສາມັກຄີ ແລະ ມີສຸຂະພາບທີ່ດີ.
ໃນໂອກາດດັ່ງກ່າວ; ທ່ານ ສະຫວັນຈິດ ແສງເດືອນ ຮອງຫົວໜ້າ ສທຄ ໄດ້ສະແດງຄວາມຮູ້ສຶກຂອງຕົນອອກມາວ່າ: ການບໍລິຈາກເລືອດຄັ້ງນີ້ ເປັນເທື່ອທີ 18 ແລະ ກໍ່ມີຄວາມພາກພູມໃຈ ແລະ ຍິນດີທີ່ໄດ້ໃຫ້ເລືອດ ຄືໃຫ້ຊີວິດ ແລະ ໃຫ້ອະນາຄົດແກ່ເພື່ອນມະນຸດດ້ວຍກັນ, ການບໍລິຈາກເລືອດ ເປັນສິ່ງທີ່ດີ-ປອດໄພ ແລະ ຄືການໃຫ້ທີ່ແທ້ຈິງ ເພາະເປັນການຊ່ວຍເຫຼືອເພື່ອນມະນຸດດ້ວຍ ກັນ ເນື່ອງຈາກປະຈຸບັນມີຄົນຈໍານວນບໍ່ໜ້ອຍທີ່ເຈັບປ່ວຍພວມລໍຖ້າຄວາມຊ່ວຍເຫຼືອຈາກພວກເຮົາ, ຖ້າບໍ່ມີໃຜສົນໃຈຕໍ່ວຽກງານນີ້ ບຸກ ຄົນເຫຼົ່ານັ້ນຍັງລໍຄອຍຂໍຄວາມຊ່ວຍເຫຼືອກໍ່ຈະບໍ່ມີຊີວິດຢູ່ຕໍ່ໄປໄດ້ ເພາະການໃຫ້ເລືອດຄືການໃຫ້ຊີວິດ ແລະ ພວກເຮົາໄດ້ພ້ອມກັນຈັດຕັ້ງ ປະຕິບັດໃນການບໍລິຈາກເລືອດມາເປັນເວ ລາຫຼາຍປີ ກາຍເປັນປະເພນີຂອງ ສທຄ ພວກເຮົາ.
ທ່ານ ດຣ. ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ໄດ້ແຈ້ງໃຫ້ຮູ້ວ່າ: ການບໍລິຈາກເລືອດ ເປັນສິ່ງທີ່ຈຳເປັນ ເພືຶ່ອເອົາໄປນຳໃຊ້ແກ່ຄົນເຈັບທີ່ມີຄວາມຕ້ອງການອັນຮີບດ່ວນໃນແຕ່ລະວັນ ໂດຍສະເພາະປະຈຸບັນການແຜ່ລະບາດຂອງພະຍາດໄຂ້ຍູງລາຍໃນບໍລິເວນກ້ວາງ ກໍ່ຍິ່ງມີຄວາມຕ້ອງການເລືອດຫຼາຍຂຶ້ນ ຊຶ່ງເງື່ອນໄຂຜູ້ບໍລິຈາກເລືອດແມ່ນອາຍຸ 17 ປີຂຶ້ນໄປທີ່ມີນ້ຳໜັກ 45 ກິໂລຂຶ້ນເມືອ, ມີສຸຂະພາບແຂງແຮງ ສາມາດບໍລິຈາກເລືອດໄດ້ ແລະ ໃນຜ່ານມາ ສທຄ ໄດ້ບໍລິຈາກເລືອດໃນປີ 2017 ໄດ້ 161 ເທື່ອຄົນ, 2018 ໄດ້ 254 ເທື່ອຄົນ, ປີ 2019 ໄດ້ 278 ຄົນ ແລະ ໃນວັນທີ 24 ມິຖຸນາ 2020 ໄດ້ມີຜູ້ເຂົ້າຮ່ວມກວດເລືອດທັງໝົດ 120 ເທື່ອຄົນ ແລະ ສາມາດກວດຜ່ານ 100 ຄົນ ຊຶ່ງເປັນສະຖາບັນການສຶກສາທີ່ດີເດັ່ນໃນການປະກອບສ່ວນບໍລິຈາກເລືອດ ກາຍເປັນຕົວແບບໃຫ້ແກ່ສະຖາບັນອື່ນໆ; ສທຄ ໄດ້ຮັບຫຼຽນກາແຮງງານຈາກຂັ້ນເທິງ 2 ຫຼຽນ ແລະ “ບໍລິຈາກເລືອດຊ່ວຍຊີວິດ” – “ເລືອດປອດໄພ ຊ່ວຍຊີວິດຄົນເຈັບປອດໄພ”
ຂ່າວ-ພາບ: ຣັດສະໝີ ດວງສັດຈະ