ໃນວັນທີ 11ສິງຫາ 2021ນີ້ ສະພາກາແດງສເກົາຫລີໄດ້ຈັດສົ່ງເຄື່ອງຊ່ວຍເຫລືອອຸປະກອນແລະເຄື່ອງປ້ອງກັນໂຄວິດ19ເຖິງນະຄອນຫຼວງວຽງຈັນແລ້ວແລະມອບໃຫ້ອົງການກາແດງລາວໄດ້ຢ່າງເປັນທາງການ,ເຄື່ອງຈຳນວນດັ່ງກ່າວປະກອບດ້ວຍ ຜ້າອັດປາກ, ສະບູ,ນ້ຳຢາຂ້າເຊື້ອ,ເຈວລ້າງມື ຈຳນວນ 440 ກ໋ອງລວມມູນຄ່າທັງໝົດ 600 ກວ່າລ້ານກີບ ທັງອົງການກາແດງລາວຈະນຳໄປຊ່ວຍເຫຼືອພໍ່ແມ່ປະຊາຊົນ,
ພິທີຮັບເອົາເຄື່ອງຊ່ວຍເຫລືອໃນຄັ້ງນີ້ໂດຍເປັນການເຂົ້າຮ່ວມຂອງທ່ານ ຮສ ດຣ ພູທອນ ເມືອງປາກປະທານອົງການກາແດງລາວພ້ອມດ້ວຍພະນັກງານຫຼັກແຫຼ່ງຈາກອົງກາກາແດງລາວ ແລະ ກາແດງນະຄອນຫຼວງແລະອາສາສະໝັກໄດ້ຮັບເອົາເຄື່ອງຈຳນວນດັ່ງກ່າວ ຈາກນັ້ນ ທ່ານປະທານອົງການກາແດງລາວກໍໄດ້ກ່າວສະແດງຄວາມຂອບໃຈຢ່າງສູງມາຍັງກາແດງເກົາຫຼີທີ່ໄດ້ສະໜອງວັດຖຸ,ອຸປະກອນປ້ອງກັນໂຄວິດໃຫ້ກັບອົງການກາແດງລາວ ເຊິ່ງມັນເປັນການຊ່ວຍເຫຼືອລະຫວ່າງກາແດງລາວ-ເກົາຫຼີ ທີ່ເຄີຍມີມາຕະຫຼອດໄລຍະຜ່ານມາ ສຳລັບເຄື່ອງຈຳນວນນີ້ທາງອົງການກາແດງລາວຈະໄດ້ຈັດສັນແລະແຈກຢາຍເຖິງເປົ້າໝາຍພາກສ່ວນວິຊາການທີ່ເຄື່ອນໄຫວຕ້ານກັບການແຜ່ລະບາດພະຍາດໂຄວິດແລະປະຊາຊົນເປັນສຳຄັນ










