ສະເຫຼີມສະຫຼອງວັນແພດລາວ ຄົບຮອບ 56 ປີ



( 18 ມິຖຸນາ 1965 – 18 ມິຖຸນາ 2021 )
ແລະ
ສະເຫຼີມສະຫຼອງ ວັນຜູ້ບໍລິຈາກເລືອດໂລກ 



( 14 ມິຖຸນາ 2005 – 14 ມິຖຸນາ 2021 )
“ໃຫ້ເລືອດເພື່ອຕໍ່ລົມຫາຍໃຈໃຫ້ເພື່ອນຮ່ວມໂລກ”
ຊົມເຊີຍ ທ່ານ ດຣ ສີວັນໄຊ ຈັນທະວົງສັກ ຜູ້ອຳນວຍການ ໂຮງໝໍແມ່ ແລະ ເດັກເກີດໄໝ່ ທີ່ໄດ້ປະກອບສ່ວນບໍລິຈາກເລືອດຊ່ວຍເຫຼືອດຄົນເຈັບທີ່ນອນປິ່ນປົວຢູ່ຕາມໂຮງໝໍຕ່າງໆ ຈຳນວນ 11 ຄັ້ງ 



ຂໍເຊີນຊວນພະນັກງານແພດໜໍ , ພະນັກງານລັດ ແລະ ເອກະຊົນ , ປະຊາຊົນທົ່ວປະເທດ ຮ່ວມບໍລິຈາກເລືອດພາຍໃຕ້ຫົວຂໍ້ ” ໃຫ້ເລືອດເພື່ອຕໍ່ລົມຫາຍໃຈໃຫ້ເພື່ອນຮ່ວມໂລກ “




ປະຈຸບັນສູນເລືອດແຫ່ງຊາດ ແລະ ສູນເລືອດແຂວງທົ່ວປະເທດຂາດແຄນເລືອດເນື່ອງຈາກວິກິດກ່ຽວກັບພະຍາດໄວຣັສສາຍພັນໃຫມ່ Covid-19 ໄດ້ລະບາດໃນຫລາຍປະເທດ ແຕ່ລະປະເທດໄດ້ມີການເຝົາລະວັງແລະກັກຕົວລວມເຖິ່ງປະເທດລາວເຮົາ. ຈຶ່ງມີຜົນກະທົບຕໍ່ການອອກຮັບບໍລິຈາກເລືອດເຊິ່ງສະຖານທີ່ອອກຮັບບໍລິຈາກເລືອດຕ່າງໆກໍ່ໄດ້ປິດຊົ່ວຄາວບໍ່ວ່າຈະເປັນໂຮງຮຽນ
.ໂຮງງານ
.ວິທະຍາໄລ
ຫລື ສຳນັກງານອົງການແລະອື່ນໆ…



ສູນເລືອດຈຶ່ງຂໍເຊີນຊ່ວນທຸກໆທ່ານຮ່ວມກັນບໍລິຈາກເລືອດ
ເພື່ອຜ່ານວິກິດຂາດແຄນເລືອດ








ໄດ້ທີ່:
ສູນເລືອດແຫ່ງຊາດ ແລະ
ສູນເລືອດໃນແຕ່ລະແຂວງ


ສອບຖາມຂໍ້ມູນເພີ່ມຕື່ມໂທຣ: 021 214 763
030 548 7539
020 5741 6381
020 5741 6382






