ການປຸກລະດົມຂົນຂວາຍ ບໍລິຈາກເລືອດ ແລະ ການສະໜອງເລືອດທີ່ປອດໄພ ແມ່ນ ຂະບວນການ ຈັດຫາຜູ້ບໍລິຈາກເລືອດແບບສະໝັກໃຈ, ຮັບການບໍລິຈາກເລືອດ, ກວດກາວິເຄາະເລືອດ, ເກັບຮັກສາ, ຄຸ້ມຄອງຄຸນນະພາບ ແລະ ການສະໜອງເລືອດໃຫ້ພຽງພໍ, ປອດໄພ ແລະ ທັນເວລາ.
ສູນບໍລິຈາກເລືອດແຫ່ງຊາດ ປະກອບມີ:
- ພະແນກປູກລະດົມ ແລະ ຮັບບໍລິຈາກເລືອດ
- ພະແນກບໍລິຫານ-ແຜນການ ແລະ ການເງິນ
- ພະແນກກວດວິເຄາະເລືອດ
- ພະແນກກວດກາຄຸນນະພາບ, ຄົ້ນຄວ້າ ແລະ ອົບຮົມ
- ພະແນກເກັບຮັກສາ ແລະ ແຈກຈ່າຍເລືອດ
- ຫ້ອງການກາແດງເມືອງ