ໃນຕອນເຊົ້າວັນທີ 12/06/2021ນີ້ ສູນເລືອດແຂວງຈໍາປາສັກໄດ້ສົມທົບກັບບໍລິສັດ CBF ຈໍາກັດ ( ແຂວງຈຳປາສັກ ) ຈັດກິດຈະກຳບໍລິຈາກເລືອດຂື້ນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ ຈິນດາ ວົງສຸລິ ( ຜູ້ອໍານວຍການໃຫຍ່ບໍລິສັດ CBF ຈຳກັດແຂວງຈຳປາສັກ ) ພ້ອມດ້ວຍພະນັກງານຂອງບໍລິສັດເຂົ້າຮ່ວມຢ່າງພ້ອມພຽງ. ເຊິ່ງໃນກິດຈະກຳຄັ້ງນີ້ທ່ານ ດຣ ຈິນດາ ວົງສຸລິ ໄດ້ເປັນກຽດນໍາພາອ້າຍນ້ອງພະນັກງານບໍລິຈາກເລືອດດ້ວຍຕົວເພິ່ນເອງ ໂດຍໃນກິດຈະກຳຄັ້ງນີ້ມີຜູ້ບໍລິຈາກເລືອດທັງມົດ 25 ທ່ານ. ດັ່ງນັ້ນ ສູນເລືອດແຫ່ງຊາດໃນນາມຕາງຫນ້າໃຫ້ແກ່ຄົນເຈັບຜູ້ຮັບເລືອດຂໍສະແດງຄວາມຂອບໃຈມາຍັງຜູ້ອຳນວຍການໃຫຍ່ບໍລິສັດ CBF ຈຳກັດ ແລະ ຜູ້ບໍລິຈາກເລືອດທຸກໆທ່ານໃນໂອກາດນີ້ດ້ວຍ
