ວັນທີ 16 ມີຖຸນາ 2021
ສູນເລືອດແຫ່ງຊາດຮ່ວມກັບຊາວໜຸ່ມກະຊວງໂທຍາທິການ ແລະ ຂົນສົ່ງ ໄດ້ຮ່ວມໃຈຈັດກິດຈະກຳບໍລິຈາກເລືອດເພື່ອຊ່ວຍສັງຄົມພາຍໃຕ້ຫົວຂໍ້ “ເມື່ອໃດຊາດຕ້ອງການ ຊາວໜຸ່ມຂານອາສາ” ດ້ວຍນຳພາໂດຍທ່ານ.ລິດຕາ ລັດທິຍະ ຫົວໜ້າກົມຂົວທາງ ຄະນະພັກປະຈຳກະຊວງ ກິດຈະກຳຄັ້ງນີ້ມີຜູ້ຮ່ວມບໍລິຈາກເລືອດທັງໝົດ 31 ທ່ານ.




















