ໃນຕອນເຊົ້າຂອງວັນທີ 21 ຕຸລາ 2021 ຕາງໜ້າທະນາຄານການຄ້າຕ່າງປະເທດລາວສາຂາຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ພ້ອມເງິນສົດຈໍານວນໜື່ງລວມເປັນມູນຄ່າທັງໜົດ 3,000,000 ກີບ ມອບໃຫ້ແກ່ ອົງການກາແດງລາວ ແຂວງຫຼວງພະບາງ ເພື່ອປະກອບສ່ວນເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດ COVID-19 ກ່າວຮັບໂດຍທ່ານ ດຣ. ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງລາວ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ ເຄື່ອງຈໍານວນດັ່ງກ່າວອົງການກາແດງລາວແຂວງຫຼວງພະບາງຈະໄດ້ນໍາເອົາໄປຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຜູ້ທີ່ຂາດເຂີນໃນຊ່ວງມີລະບາດຂອງພະຍາດໂຄວິດ19
