ໃນວັນທີ 25 ມີຖຸນາ 2020 ນີ້ ອົງການກາແດງລາວ, ໄດ້ເຜີຍແຜ່ກົດໝາຍວ່າດ້ວຍວຽກງານກາແດງລາວຂຶ້ນທີ່ ຫໍວັດທະນາທຳ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມຂອງທ່ານ ທອງພະຈັນ ສອນນະສິນ ຮອງປະທານອົງການກາແດງລາວ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ ສັງຄົມ ແຂວງ, ຕາງໜ້າຫ້ອງການຄະນະກຳມະການກາແດງສາກົນ ປະຈຳນະຄອນຫຼວງວຽງຈັນ, ການນຳ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ. ການລົງໂຄສະນາເຜີຍແຜ່ວຽກງານຂອງຂະບວນການກາແດງ, ພາລະບົດບາດ, ສິດໜ້າທີ່, ກົດໝາຍວ່າດ້ວຍວຽກງານກາແດງລາວ, ປະຫວັດການເຕີບໃຫຍ່ຂະຫຍາຍຕົວຂອງອົງການກາແດງລາວໃນແຕ່ລະໄລຍະ ເພື່ອໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງໄດ້ຮັບຮູ້, ເຂົ້າໃຈຢ່າງຈະແຈ້ງ ແລະ ສາມາດປະກອບສ່ວນເຂົ້າໃນວຽກງານຂອງກາແດງ ພິທີດັ່ງກ່າວມີຜູ້ເຂົ້າຮ່ວມ 158 ຄົນ ຍິງ 76 ຄົນ.
