ອີງຕາມການລາຍງານໄດ້ໃຫ້ຮູ້ວ່າ ໃນວັນທີ 14 ມິຖຸນາ 2021 ເວລາ 14:00 ໂມງ ໄດ້ເກີດມີລົມພາຍຸພັດແຮງ ເຊິ່ງມາຈາກພາຍຸທີ່ມີຊື່ວ່າ ໂຄກຸມະ ເຮັດໃຫ້ເກີດຝົນຕົກໜັກ, ນ້ຳປ່າໄຫຼຊຸຢ່າງຮຸນແຮງ ເຮັດໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຊີວິດ ແລະ ຊັບສິນຂອງພໍ່ແມ່ປະຊາຊົນ ໃນ 3 ເມືອງ ຄື: ເມືອງ ຜາອຸດົມ ໄດ້ຮັບຜົນກະທົບຈຳນວນ 2 ບ້ານ ໄດ້ແກ່ບ້ານ ໂຮມສຸກ (ຂໍ້ມູນບໍ່ທັນລະອຽດ) ແລະ ບ້ານ ວຽງພັດທະນາ ເຮັດໃຫ້ເຮືອນຂອງປະຊາຊົນ ໄດ້ຮັບຜົນກະທົບ ເປ່ເພເສຍຫາຍ ຈຳນວນ 2ຫຼັງຄາເຮືອນ ແລະ ຕູບນ້ອຍຕະຫຼາດ 10 ຫຼັງ; ເມືອງ ຫ້ວຍຊາຍ ໄດ້ຮັບຜົນກະທົບຈຳນວນ 1 ບ້ານ ໄດ້ແກ່ບ້ານທ່າເພົາ ມີປະຊາຊົນໄດ້ຮັບຜົນກະທົບ 29 ຄອບຄົວ, ມີຈຳນວນພົນ 123 ຄົນ, ຍິງ 65 ຄົນ, ສັດລ້ຽງ ເປັດ ໄກ່ ຕາຍ ແລະ ສູນຫາຍ 455 ໂຕ, ໝູ 1 ໂຕ ແລະ ໂຮງຮຽນໄດ້ຮັບຜົນກະທົບ 2 ແຫ່ງ; ສຳລັບເມືອງ ປາກທາ ໄດ້ຮັບຜົນກະທົບ 7 ບ້ານ ໄດ້ແກ່ ບ້ານໃຫຍ່ປາກທາ, ບ້ານຫາດສະ, ບ້ານດົງ, ບ້ານກ້ອນຕື້ນ, ບ້ານປາກໂຊະ, ບ້ານປາກສາ ແລະ ບ້ານແກ້ງພາກ ນ້ຳໄດ້ໄຫຼສຸເຂົ້າເນື້ອທີ່ ທຳການຜະລິດເປັນຕົ້ນແມ່ນດິນນາ ທີ່ປະຊາຊົນກຳລັງກະກຽມໃສ່ເຂົ້າກ້າ ເພື່ອຜະລິດເຂົ້ານາປີ ໄດ້ຮັບຜົນເສຍຫາຍຢ່າງໜັກຫນ່ວງ. ສະນັ້ນ, ທາງອົງການກາແດງລາວ ຈຶ່ງຂໍເຊີນຊວນຜູ້ທີ່ມີໃຈບຸນປະກອບສ່ວນ ໃຫ້ການຊ່ວຍເຫຼືອປະຊາຊົນໃນຄັ້ງນີ້ ເປັນຕົ້ນແມ່ນເຄື່ອງອຸປະໂພກ-ບໍລິໂພກ ທີ່ຈຳເປັນ ສາມາດຕິດຕໍ່ໄດ້ທີ່ເບີ 020 5999 6059, 020 5689 8079.
