ທີ່ຕັ້ງ ແລະ ພາລະບົດບາດ
ອົງການກາແດງລາວ ຂຽນເປັນຕົວອັກສອນຫຍໍ້ວ່າ “ ກດລ ” ຫຼື ຂຽນເປັນພາສາຝຣັ່ງວ່າ “ Croix – Rouge Lao ” ແມ່ນການຈັດຕັ້ງທາງສັງຄົມໜຶ່ງ ທີ່ສັງກັດຢູ່ຫ້ອງວ່າການລັດຖະບານ , ມີພາລະບົດບາດ ເປັນເສນາທິການ ຊ່ວຍລັດຖະບານ ໃນການຈັດຕັ້ງປະຕິບັດວຽກງານບັນເທົາທຸກ ໃຫ້ແກ່ປະຊາຊົນຜູ້ທຸກຍາກ ຂາດເຂີນ, ຜູ້ປະສົບໄພພິບັດຕ່າງໆ , ປົກປັກຮັກສາສົ່ງເສີມສຸຂະພາບຂັ້ນພຶ້ນຖານ ຈັດຕັ້ງປະຕິບັດວຽກງານ ການບໍລິຈາກເລືອດ , ສະໜອງເລືອດປອດໄພ ແລະ ຄຸນຄ່າດ້ານມະນຸດສະທໍາ , ຂົນຂວາຍແຫຼ່ງທຶນ ແລະ ອາສາສະໝັກກາແດງ ເພື່ອປະກອບສ່ວນ ເຂົ້າໃນວຽກງານມະນຸດສະທໍາ ຕາມ 7 ຫຼັກການພື້ນຖານຂອງຂະບວນການກາແດງສາກົນ.


ປະຫວັດຄວາມເປັນມາ ແລະ ການສ້າງຕັ້ງ
ອົງການກາແດງລາວ ໄດ້ສ້າງຕັ້ງຂຶ້ນໃນວັນທີ 1 / 1 / 1955 ໃນເວລານັ້ນ ບັນດາກາແດງໃນທົ່ວໂລກມີພຽງແຕ່ 80 ປະເທດ ແລະ ມີຊື່ວ່າ ສະພາກາແດງລາວ ເປັນພາສາສາກົນວ່າ: Lao Red Cross ມີພະນັກງານກາທັງໝົດ 73 ທ່ານ , ຍິງ 2 ທ່ານ , ຄະນະກໍາມະການບໍລິຫານ 7 ທ່ານ ທີ່ໄດ້ຮັບການແຕ່ງຕັ້ງຈາກສະພາລັດຖະມົນຕີ ເລກທີ່ 71 / PC ລົງວັນທີ 26 / 3 / 1956 ທີ່ວຽງຈັນ ແລະ ຄະນະກໍາມະການກາແດງສາກົນໄດ້ຮັບຮູ້ຢ່າງເປັນທາງການ 23 / 5 / 1957 . ຕາມຈົດໝາຍວຽນເລກທີ 416 , ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ ຮັບຮອງ ສະພາກາແດງລາວ ຢ່າງເປັນທາງການ ເຂົ້າເປັນສະມາຊິກ ໃນວັນທີ 25 ເດືອນຕຸລາ ປີ 1957 , ທີ່ກອງປະຊຸມຄັ້ງທີ່ 24 ຈັດຂຶ້ນນະຄອນຫຼວງນິວແດນລີ ປະເທດອິນເດຍ ຂອງສະມາຄົມກາແດງທົ່ວໂລກ
ຍ້ອນຫຍັງຈຶ່ງມີການສ້າງຕັ້ງອົງການກາແດງລາວ
ຍ້ອນ ພັກ -ລັດຖະບານ ມີແນວທາງທີ່ຖຶກຕ້ອງ ແລະ ສອດຄ່ອງ ສະຫຼາດສ່ອງໃສ ເປັນຫ່ວງເປັນໃຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ເອົາປະຊາຊົນເປັນຫຼັກ, ຍ້ອນໄດ້ຮັບອິດຕິພົນ ແລະ ບົດບາດຂອງກາແດງສາກົນການແຜ່ຂະຫຍາຍເຂົ້າມາໃນທະວິບອາຊີໄດ້ຢ່າງກວ້າງຂວາງ ແລະ ຍ້ອຍຄວາມຮຽກຮ້ອງຕ້ງການຂອງປະຊາຊົນລາວບັນດາເຜົ່າທີ່ຢາກໃຫ້ມີການຊ່ວຍເຫຼືອແລະບັນທຸກແກ່ປະຊາຊົນຜູ້ທຸກຍາກ

ຈຸດປະສົງ
ລັດຖະບານຣາຊອານາຈັກລາວ , ໄດ້ແຈ້ງເຈດຈຳນົງໂດຍ ອິງຕາມຈົດໝາຍເຊີນ ເລກທີ 1.112 / AE – CI, ລົງວັນທີ 23 / 10 / 1956 ທີ່ວຽງຈັນ , ເຂົ້າຮ່ວມໃນ 1956 , ກັບບັນດາປະເທດເອກະລາດອື່ນໆ , ໃນ 4 ສົນທິສັນຍາເຊີແນວທີ່ກຳນົດໃຊ້ ວັນທີ 12 ສິງຫາ 1949 ຊຶ່ງມີເນື້ອໃນລວມດັ່ງຕໍ່ໄປນີ້:
- ໃຫ້ການຊ່ວຍໜູນແກ່ບັນດາຜູ້ຖືກບາດເຈັບ ແລະ ຄົນເຈັບ ຢູ່ໃນກຳລັງກອງທັບທີ່ກຳລັງສູ້ຮົບກັນ
- ໃຫ້ການຊ່ວຍໜູນແກ່ບັນດາຜູ້ທທີ່ຖືກເຈັບ , ຄົນເຈັບ , ພວກທີ່ຕົກຢູ່ໃນທະເລຂອງກຳລັງກອງທັບທາງທະເລ
- ດູແລ ແລະ ເບິ່ງແຍງສະເລີຍເສິກໃນສົງຄາມ
- ປົກປ້ອງບັນດາພົນລະເຮືອນໃນເວລາສົງຄາມ
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍປະເທດ 1975 ລັດຖະບານໄດ້ໃຫ້ສັນຕະຍາບັນເຊັນຮັບຮອງເອົາອານຸສັນຍາເພີ່ມເຕີມມີ:
- ອານຸສັນຍາເພີ່ມເຕີມ ສະບັບທີ I ( protocole additionnel I ) ໃນວັນທີ 8 ມີຖຸນາ 1977 ແລະ ອານຸສັນຍາເພີ່ມເຕີມສະບັບທີ II ( protocole additionnel II ) ໃນວັນທີ 18 ພະຈິກ 1980, ລັດຖະບານສປປລາວ ໄດ້ອອກຖະແຫຼງການຮັບຮອງຄືນ ມາດຕາທີ 90 ຂອງອານຸສັນຍາເພີ່ມເຕີມ I, ຂອງປີ 1977 ໃນວັນທີ 30 ມັງກອນ 1988
- ດັ່ງນັ້ນ, ມາຮອດດຽວນີ້, ໄດ້ມີ 53 ປະເທດຮັບຮອງເອົາໃນ 175 ປະເທດ ຊຶ່ງເປັນສະມາຊິກຂອງຂະບວນການກາແດງສາກົນ.
- ວັນຄົບຮອບ 50 ປີ ຂອງການເຊັນສົນທິສັນຍາເຊີແນວ , 12 ສິງຫາ 1999 , ໄດ້ມີ 188 ປະເທດເຊັນຮັບຮູ້ ແລະ ຮັບຮອງເອົາ 4 ສົນທິສັນຍາເຊີແນວ ແລະ 2 ອານຸສັນຍາເພີ່ມເຕີມ.
- ມີ 175 ປະເທດທີ່ເປັນສະມາຊິກຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງຂອງໂລກໄດ້ນໍາໃຊ້ ແລະຈັດຕັ້ງປະຕິບັດ.