ອິງໃສ່ສະພາບການຂອງ ປະເທດລາວໃນເວລານັ້ນ, ແມ່ນມີຄວາມຫຍຸ້ງຍາກສັບສົນຢ່າງສະຫຼັບສັບຊ້ອນ, ມີຫຼາຍອັນໄດ້ມີປຽ່ນແປງ, ຂະບວນການປະຕິວັດໃນການການຕໍສູ້ກູ້ຊາດ ຂອງປະຊາຊົນລາວໄດ້ດຳເນີນໄປຢ່າງລະອິດລະອ້ຽວດຸເດືອດຂ້ຽວຂາດ , ເຖິງແມ່ນສັດຕູໄດ້ບຸກໂຈມຕີຢ່າງໜັກໜ່ວງທັງພາກພື້ນດີນ ແລະ ທັງອາກາດຕະຫຼອດ 24 ຊົ່ວໂມງຍິ່ງຕີ , ຍິ່ງຊະນະ , ສັດຕູຍິ່ງປາລາໄຊ ສາມາດອຶດໄດ້ຖານທີ່ໝັ້ນຂອງພວກສັດຕູ ແລະ ພວກກຸ່ມລູກແຫຼ້ງຕີນມືຂອງພວກຈະກະພັດອະເມລິກາຢ່າງຊີ້ນເຊິງ, ເຊິ່ງພາຍໄຕ້ການນຳພາທີ່ປີຊາສາມາດຂອງພັກປະຊາຊົນປະຕິວັດລາວຈຶ່ງໄດ້ຮັບໄຊຊະນະເປັນກ້າວໆມາ , ພວກຈະກະພັດໄດ້ປະລາໄຊ ແລະ ເຈັບແສບຢ່າງແສນສາຫັດ, ແຕ່ກອງທັບປົດປ່ອຍປະຊາຊົນລາວພັດເອົາຊະນະຢ່າງເນື່ອງນິດລຽນຕິດ ສາມາດປົດປ່ອຍແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນ ທີ 2 ທັນວາປີ 1975
ສະນັ້ນ , ຈຶ່ງໄດ້ມີການປ່ຽນຊື່ ຈາກ ສະພາກາຊາດແຫ່ງຣາຊອານາຈັກລາວ ມາເປັນ ສະພາກາຊາດລາວ ດ້ານວຽກງານກໍ່ໄດ້ມມີການປັບປຸງໂຄງປະກອບສ້າງການຈັດຕັ້ງເຊິ່ງແບ່ງອອກເປັນ 2 ຮູບການຄື:
ກ. ສະມາຊິກຄະນະກຳມະການກາງ ( ຖືກແຕ່ງຕັ້ງ )
+ ສະມາຊິກຄະນະກຳມະການກາງປະກອບມີ 15 ທ່ານ.
+ ຜູ້ແທນທີ່ມາຈາກ ບັນດາພາກຂອງຣາຊອານາຈັກລາວໃນເມື່ອກ່ອນ , ຊຶ່ງໄດ້ມີການຈັດຕັ້ງໄວ້ແລ້ວ.
+ ຜູ້ແທນ ຈາກບັນດາກະຊວງກຽ່ວຂ້ອງ, ມີ 4 ກະຊວງຫຼັກໃນປະຈຸບັນ:
- ກະຊວງສາທາລະນະສຸກ
- ກະຊວງສັງຄົມສົງເຄາະ
- ກະຊວງມະຫາດໄທ ( ພາຍໃນ )
- ກະຊວງປ້ອງກັນແຫ່ງຊາດ
+ ຜູ້ແທນ ຈາກການຈັດຕັ້ງ ອາສາສະໝັກຊາວໜຸ່ມກາແດງ ແລະ ສະຕຣີກາແດງ.
ຂ. ບັນດາສະມາຊິກ
- ມີຄະນະກຳມະການບໍລິຫານມີ 11 ທ່ານໃນການເຄື່ອນໄຫວ .