ແຕ່ປິ 1976 – 1978: ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປານາເປັນ ປະເທດ ສາທາລະລັດ ປະຊາທິປະໄຕ ປະຊາຊົນລາວ , ໃນວັນທີ 2 ທັນວາ 1975 .
ໃນໄລຍະນີ້, ປະເທດເຮົາໄດ້ສຳເລັດ ການປະຕິວັດຊາດ ປະຊາທິປະໄຕ ໃນໄລຍະຜ່ານມແມ່ນໄດ້ມີການຜ່ານການຕໍ່ສູ້ອັນລະອິດລະອ້ຽວ ຂ້ຽວຂາດ , ຢືດເຍື້ອຍາວນານມາເປັນເວລາ 30 ກວ່າປີ , ຕີສັດຕູຈົນໄດ້ຮັບໄຊຊະນະ ແລະ ໄດ້ສ້າງຕັ້ງເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975. ພາລະກິດການປະຕິວັດພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ຢູ່ປະເທດເຮົາໄດ້ກ້າວສູ່ໄລຍະແຫ່ງການທຳບາດແຜສົງຄາມ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ການກໍ່ສ້າງລັດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ , ບັນຫາທີ່ສຳຄັນອັນເລັ້ງດ່ວນຂອງພັກແມ່ນການທໍາບາດແຜສົງຄາມ , ການປົກປັກຮັກສາ , ກໍ່ສ້າງລະບອບໃໝ່ ແລະ ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນເປັນກ້າວໆ ອັ່ນໄດ້ກາຍເປັນໜ້າທີ່ການເມືອງ ແລະ ເປັນພາລະກຳປະຫວັດສາດຂອງພັກ ແລະ ລັດເຮົາ.
- ລັດຖະມົນຕີກະຊວງສາທາລະນະສຸກ, ໄດ້ມີໜັງສືສະເໜີເຖິງສະພາລັດຖະມົນຕີເພື່ອແຕ່ງຕັ້ງຄະນະຮັບຜິດຊອບ ສະພາກາແດງລາວ ຄືນໃໝ່ .
- ມາຮອດວັນທີ 28 ກໍລະກົດ 1978, ໄດ້ມີດຳລັດຂອງຄະນະປະຈຳສະພາລັດຖະມົນຕີ, ເລກທີ 113/ສນຍ ( ທ່ານ ໜູຮັກ ພູມສະຫວັນ ເຊັນ ) ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ສະພາກາແດງລາວ ຊຶ່ງໃນຄະນະດັ່ງກ່າວປະກອບມີ 7 ທ່ານ, ຕາມກໍານົດໄວ້ໃນມາດຕາ 1, ໃນນັ້ນປະກອບມີ: ດຣ . ຄໍາລຽງ ພົນເສນາ , ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ . ໃນມາດຕາ 2 ໄດ້ກໍານົດໜ້າທີ່ຮັບຜິດຊອບວຽກງານຕົ້ນຕໍຄື:
- ດ້ານວຽກງານແນວຄິດການເມືອງ ແລະ ການລາຍງາຍແມ່ນສັງກັດຢູ່ກະຊວງສາທາລະນະສຸກສ່ວນການເຄື່ອນໄຫວວຽກງານແມ່ນເອກະລາດແຕ່ພາຍໃຕ້ການຊີ້ນຳຂອງພັກແລະລັດຖະບານ
- ວຽງງານຂົນຂວາຍຍາດແຍ່ງເອົາການຊ່ວຍເຫຼືອຈາກສາກົນ
- ຊ່ວຍວຽກງານດ້ານສາທາລະນະສຸກເປັນຕົ້ນ:
- + ຂົນຂວາຍປະຊາຊົນ , ຊົນຊາດ,ທຸກຊົນເຜົ່າ ເຮັດອານະໄມກັນພະຍາດຕ້ານພະຍຸ
- + ຊ່ວຍຮັກສາສຸຂະພາບໃຫ້ປະຊາຊົນບັນດາຊົນຊາດ, ແກ້ໄຂເຫດການກະທັນຫັນ ແລະ ພະຍາດສັງຄົມ, ຄຸ້ມຄອງການເກີດ ແລະ ການຕາຍ.
- + ໝູນໃຊ້ຢາພື້ນເມືອງສົມທົບກັບຢາສາກົນ.
- ຊ່ວຍໂຄສະນາ , ສຶກສາອົບຮົມປະຊາຊົນບັນດາຊົນຊາດປະຕິບັດນະໂຍບາຍຂອງພັກ ແລະ ລັດຕໍ່ຜູ້ທີ່ເສຍອົງຄະໃນປາງສົງຄາມ ແລະ ເດັກກໍາພ້າ, ກຳພອຍ.
ຊ່ວຍເຫຼືອສັງຄົມດ້ານໄພສົງຄາມ ແລະ ໄພທຳມະຊາດ.