ໃນໄລຍະນີ້, ພັກ – ລັດ ໄດ້ມີແນວທາງປ່ຽນແປງໃໝ່ຮອບດ້ານ ຢ່າງຖຶກຕ້ອງ ສອດຄ່ອງ ເຫັນໄດ້ຄວາມສຳຄັນເສດຖະກິດຂອງຊາດ ທີ່ມີການຂະຫຍາຍຕົວຊາ, ດັ່ງນັ້ນ , ຍ້ອນຄວາມສະດຸງໄວຂອງພັກເຮົາຈຶ່ງໄດ້ຕັດສີນໃຈສູງ ຕໍ່ກັບແນວທາງປ່ຽນແປງເສດຖະກິດຢ່າງຮອບດ້ານ ແຕ່ມີຫຼັກການ. ເປັນຕົ້ໄດ້ຫັນເອົາເສດຖະກິດຫລາຍພາກສ່ວນເສດຖະກິດ , ການຜະລິດມີການໄລລຽງ , ຍົກເລິກການມອບເໝົາເກື້ອກຸນ ແລະ ອະນຸຍາດໃຫ້ຕ່າງຊາດມາລົງທຶນເພື່ອເຮັດໃຫ້ເສດຖະກິດຂອງຊາດມີການຂະຫຍາຍຕົວ ແລະ ເຂັ້ມແຂງໄປຕາມທິດແນວທາງປຽ່ນແປງໃໝ່ຂອງພັກເທື່ອລະກ້າວ, ສະເພາະຢ່າງຍິ່ງແມ່ນການນຳໃຊ້ກົນໄກເສດຖະກິດຕະຫຼາດພາຍໃຕ້ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ, ສອດຄ່ອງກັບສະພາບແວດລ້ອມຢູ່ພາຍໃນປະເທດ ແລະ ທ່າອ່ຽງການພົວພັນຮ່ວມມືກັນທາງດ້ານ ເສດຖະກິດ – ການຄ້າ , ການລົງທຶນຂອງພາກພຶ້ນ ແລະ ພາກສ່ວນອື່ນໆ ແລະທ່າອ່ຽງຂອງໂລກ. ນອກນັ້ນ, ຍັງມີການກະກຽມກໍາລັງທາງດ້ານວັດຖຸປັດໃຈເພື່ອກ້າວເຂົ້າສັດຕະວັດທີ 21 , ສະພາກາແດງກໍ່ໄດ້ມີການປັບປຸງປ່ຽນແປງໄປຕາມແນວທາງຂອງພັກ.
- 22 ສິງຫາ 1988 ໄດ້ມີດໍາລັດເລກທີ 91/ປສລ, ເພື່ອ ຍົກຍ້າຍ ດຣ. ຄໍາລຽງ ພົນເສນາ ວ່າການກະຊວງສາທາລະນະສຸກ ແລະ ສະຫວັດດີການສັງຄົມ, ໄປເປັນ ປະທານ ສະພາກາແດງ ແລະ ອະນາໄມແຫ່ງຊາດ ( 22 ສິງຫາ 1988 ຮອດວັນທີ 4 ເມສາ 1992 ).
- ວັນທີ 28 ທັນວາ 1989 ໄດ້ມີມະຕິຕົກລົງ ຂອງປະທານສະພາລັດຖະມົນຕີ, ເລກທີ 98 / ປສລ, ໃຫ້ ທ່ານ ດຣ. ຄໍາລຽງ ພົນເສນາ ເປັນລັດຖະມົນຕີກະຊວງສະຫວັດດີການສັງຄົມ ແລະ ນັກຮົບເກົ່າ, ຊຶ່ງມີສະພາກາແດງຂຶ້ນຢູ່ນຳ.
- ແຕ່ດ້ານວຽກງານແນວຄິດການເມືອງ ແລະ ການລາຍງາຍສ່ອງແສງແມ່ນສັງກັດຢູ່ກະຊວງຢູ່ກະຊວງແຮງງານສະຫວັດດີການສັງສ່ວນການເຄື່ອນໄຫວວຽກງານແມ່ນເອກະລາດແຕ່ພາຍໃຕ້ການຊີ້ນຳຂອງພັກ ແລະລັດຖະບານ
- ວັນທີ 2 / 4 / 1992 ໄດ້ມີກອງປະຊຸມກົມການເມືອງສູນກາງພັກ ວ່າດ້ວຍການປັບປຸງບູລະນະໂຄງປະກອບກົງຈັກຂອງລັດຖະບານ ແລະ ການບັນຈຸສັບຊ້ອນວຽກງານຈຳນວນໜຶ່ງໃນບັນດາກະຊວງ ແລະ ອົງການທຽບເທົ່າອ້ອມຂ້າງສູນກາງ. ເລກທີ 06/ກມສພ ລົງວັນທີ 04 / 04 / 1992 ໃນຂໍ້ທີ 6 , ໄດ້ຂຽນວ່າ : ອົງການ ສະພາກາແດງລາວ ໃຫ້ແຍກອອກຈາກກະຊວງສະຫວັດດີການສັງຄົມ , ຈັດຕັ້ງເປັນອົງການສັງຄົມທີ່ເປັນເອກະລາດ ແຕ່ຢູ່ໃຕ້ການນໍາພາຂອງພັກມີໜ້າທີ່ພົວພັນກັບ ອົງການກາແດງສາກົນ.