- ວັນທີ 9 / 9 / 1993 ໂດຍອິງຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ, ສະບັບເລກທີ 20 / ກມສພ , ລົງວັນທີ 27 / 4 / 1993 ວ່າດ້ວຍການຍົກຍ້າຍຊັບຊ້ອນພະນັກງານຢູ່ຂະແໜ່ງການຕ່າງໆ ທີ່ໄດ້ຮັບເລືອກຕັ້ງເປັນຫົວໜ້າ , ຮອງຫົວໜ້າກໍາມະການຕ່າງໆຂອງສະພາແຫ່ງຊາດ ໄປປະຈໍາການຢູ່ສະພາ . ດັ່ງນັ້ນ , ໃນມະຕິຕົກລົງຂອງກົມການເມືອງສູນກາງພັກວ່າດ້ວຍການແຕ່ງຕັ້ງພະນັກງານ ເລກທີ 58 / ກມສພ , ຈຶ່ງຕົກລົງໃນ ມາດຕາ 1 ໃຫ້
- ທ່ານ ດຣ. ຄຳລຽງ ພົນເສນາ ກໍາມະການປະຈໍາ , ຫົວໜ້າກໍາມາທິການພົວພັນຕ່າງປະເທດຂອງສະພາແຫ່ງຊາດ , ທັງເປັນປະທານລັດຖະສະພາສາກົນຂອງລາວ. ເຊົາດໍາລົງຕຳແໜ່ງ ເປັນ ປະທານສະພາກາແດງລາວ ເພື່ອໄປເຮັດວຽກເປັນຄະນະປະຈຳຢູ່ກຳມາທິການພົວພັນຕ່າງປະເທດ ຂອງສະພາແຫ່ງຊາດ. ມາດຕາ 2: ແຕ່ງຕັ້ງ ທ່ານ ດຣ. ພູເງິນ ດວງສິດທິ , ເປັນຜູ້ ຮອງປະທານ ສະພາກາແດງລາວ ທັງເປັນຜູ້ຮັກສາການປະທານສະພາກາແດງລາວ ເພື່ອສົມທົບກັບຄະນະປັບປຸງກົງຈັກການຈັດຕັ້ງຂອງ ສະພາກາແດງ ເພື່ອດຳເນີນການປັບປຸງ ບູລະນະການຈັດຕັ້ງ ແລະ ສັບຊ້ອນພະນັກງານ ຂອງ ອົງການກາແດງລາວ ເຊິ່ງປະກອບມີວຽກງານທີ່ເຄື່ອນໄຫວຄື :
- ວຽກງານອາສາສະໝັກຊາວໜຸ່ມ ,
- ສູນບໍລິຈາກເລືອດ ,
- ການສົງເຄາະ ມີສຸສາລາກວດສຸຂະພາບໃຫ້ຜູ້ດ້ວຍໂອກາດ,
- ໃຫ້ຜູ້ມາເອົາເລືອດອອກ,
- ຕັ້ງຢູ່ສູນບໍລິຈາກເລືອດ.
ພາຍຫຼັງທີ່ໄດ້ແຕ່ງຕັ້ງຜູ້ຮັກສາການ ປະທານ ສະພາກາແດງລາວ ແລ້ວ , ໄດ້ມີການປັບປຸງພາລະບົດບາດ ແລະ ກົງຈັກການຈັດຕັ້ງຂອງສະພາກາແດງລາວຄືນໃໝ່ , ເພື່ອໃຫ້ແທດເໝາະກັບສະພາບການໃນເວລານັ້ນ , ອອກມາເປັນດໍາລັດ 188 / ນຍ, ລົງວັນທີ 30 / 11 / 1993, ໂດຍກໍານົດເອົາ 7 ຫຼັກການຂອງກາແດງສາກົນບັນຈຸເຂົ້າໃນ ດຳລັດ ຢ່າງຈະແຈ້ງ ມາດຕາທີ 2.
ການຂະຫຍາຍສາຂາກາແດງຂັ້ນແຂວງ ,
ໄດ້ມີການປັບປຸງ ແລະ ເປີດການບໍລິການວຽກງານຂອງການແດງຄືນຢູ່ 5 ແຂວງໃຫຍ່, ໂດຍອິງຕາມຂໍ້ 4 / 1 ຂອງມາດຕາ 4 , ດໍາລັດ 188 / ນຍ ຈຶ່ງໄດ້ມີການເປີດສາຂາຂຶ້ນຢູ່ບາງແຂວງຄື:
- ສາຂາກາແດງ ແຂວງຫຼວງພະບາງ : ເປີດຂຶ້ນວັນທີ 12 / 10 / 1993 ໂດຍແມ່ນສະພາກາແດງປະເທດສະວິດໃຫ້ການສະໜັບສະໜູນທາງດ້ານທຶນ ແລະ ວິຊາການ.
- ສາຂາກາແດງ ສະຫວັນນະເຂດ ແລະ ຄໍາມ່ວນ, ເປີດຂຶ້ນວັນທີ 6 / 8 / 1994.
- ສາຂາກາແດງ ແຂວງຈຳປາສັກ ແລະ ສາລະວັນ , ເປີດຂຶ້ນວັນທີ 8 ແລະ 9 / 4 / 1995 ຕາມລໍາດັບ, ໂດຍຈາກ ສະພາກາແດງ ປະເທດເນເທີແລນ ໃຫ້ການສະໜັບສະໜູນ ທາງດ້ານທຶນ ແລະ ວິຊາການ.
- ສາຂາກາແດງ ແຂວງເຊກອງ ແລະ ອັດຕະປື , ເປີດຂຶ້ນວັນທີ 24 ແລະ 25 / 06 / 1996 ສະພາກາແດງປະເທດ ເນເທີແລນ ໃຫ້ການສະໜັບສະໜູນທາງດ້ານທຶນ ແລະ ວິຊາການ.
ນັບແຕ່ທ້າຍ ປີ 1996 ຫາກາງ ປີ 1997
ສະພາກາແດງລາວ ໄດ້ມີການປັບປຸງ ແລະ ໄດ້ປ່ຽນຊື່ໃໝ່ຈາກ ສະພາກາແດງລາວ ໃນເມື່ອກ່ອນ ມາເປັນອົງການກາແດງລາວ ໃນປະຈຸບັນ , ເພື່ອເຮັດໃຫ້ວຽກງານກາແດງມີຄວາມກ້າວໜ້າ ແລະ ຂະຫຍາຍຕົວໄປຕາມທິດແນວທາງປຽ່ນ ການລົງທຶນຂອງພາກພຶ້ນ ແລະ ພາກສ່ວນອື່ນຂອງໂລກ. ນອກນັ້ນ , ຍັງມີການກະກຽມທາງດ້ານວັດຖຸປັດໃຈເພື່ອກ້າວເຂົ້າສັດຕະວັດທີ 21.
ໂດຍເຫັນໄດ້ສະພາບການສິ່ງແວດລ້ອມເງື່ອນໄຂເອື່ອຍອໍານວຍ ແລະ ສອດຄອງກັບແນວທາງນະໂຍບາຍຂອງພັກ ອົງການກາແດງລາວ ສະນັ້ນ, ໄດ້ມີການປັບປຸງພາລະບົດບາດ , ໜ້າທີ່ຄືນໃໝ່ເພື່ອເປັນພື້ນຖານທາງກົດໝາຍ ແລະ ເພື່ອປຽ່ນແທນດຳລັດ 188 / ນຍ ຊຶ່ງເຫັນວ່າ: ມັນບໍສອດຄ່ອງກັບສະພາບການຄວາມຈິງໃນປັດຈຸບັນ ແລະ ໃນອານາຄົດ.
ໃນວັນທີ 02 / 06 / 1997 ໄດ້ມີການສັບຊ້ອນ ແລະ ມອບໝາຍໜ້າທີ່ໃຫ້ ປະທານ ອົງການກາແດງລາວ ຄົນໃໝ່ ອິງຕາມ ຕາມດໍາລັດເລກທີ 42 / ນຍ ລົງວັນທີ 02 ເມສາ 1997. ວ່າດ້ວຍການແຕ່ງຕັ້ງ ທ່ານ ດຣ . ສນີວຸຣັຊ ສຣະມານີ ເປັນປະທານອົງການກາແດງລາວຄົນໃໝ່ ເຂົ້າຮັບຜິດຊອບວຽກງານມະນຸດສະທຳຂອງອົງການກາແດງລາວ