ເດືອນ 9 / 1997 ໄດ້ມີການເປີດ ກອງປະຊຸມໜ່ວຍພັກ ຂອງອົງການກາແດງລາວຄັ້ງທຳອິດຂຶ້ນ ແລະ ໄດ້ຕີລາຄາທົບທວນຄືນໝົດ ບັນດາຈຸດດີ ຈຸດອ່ອນ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງໜ່ວຍພັກອົງການນີ້. ຕໍ່ຈາກການສະຫຼຸບລາຍງານ, ການຕີລາຄາສໍາເລັດແລ້ວ ກໍມີການປ່ອນບັດຄຂັດເລືອກເອົາເລຂາໜ່ວຍພັກ ແລະ ຄະນະພັກຊຸດໃໝ່ຂຶ້ນເພື່ອນຳພາວຽກງານຂອງອົງການ.
- ບັນຫາທີ 1 : ໄດ້ນຳສະເໜີຕໍ່ການຈັດຕັ້ງຂັ້ນເທິງໃຫ້ອະນຸມັດດຳລັດກຽ່ວກັບພາລະບົດບາດ ແລະ ໜ້າ ທີ່ຄືນໃໝ່ຂອງອົງການກາແດງລາວ ເພື່ອປຽ່ນແທນດຳລັດ 188 / ນຍ ລົງວັນທີ 30 / 11 / 1993 ໂດຍເຫັນວ່າ: ມັນບໍ່ສອດຄ່ອງກັບທ່າອຽ່ງລວມໃນຍຸກການປຽ່ນແປງໃໝ່ນີ້.
- ບັນຫາທີ 2 : ໃນໄລຍະລໍຖ້ານີ້, ທາງອົງການພວກເຮົາກໍໄດ້ສືບຕໍ່ປັບປຸງ ແລະ ເຄື່ອນໄຫວວຽກງານຢ່າງຕັ້ງໜ້າ ແລະ ຮອບດ້ານຕາມດຳລັດເກົ່າ ແລະ ຕາມຄວາມຮຽກຮ້ອງຕ້ອງການຂອງສະພາບການລວມພາຍໃນປະເທດຄື:
ກ. ການຂະຫຍາຍສາຂາຕ່າງແຂວງ
– ທ້າຍປີ 1997 ໄດ້ເປີດສາຂາຂຶ້ນ 4 ແຂວງຄື:
- 2 ແຂວງ ພາກກາງ : ແຂວງບໍລິຄໍາໄຊ ແລະ ແຂວງວຽງຈັນ.
- 2 ແຂວງ ພາກເໜືອ : ແຂວງອຸດົມໄຊ ແລະ ແຂວງບໍ່ແກ້ວ.
- ຕົ້ນປີ 1998 ໄດ້ເປີດຂຶ້ນອີກ 2 ແຂວງຄື: ແຂວງຫົວພັນ ແລະ ແຂວງຊຽງຂວາງ
- ທ້າຍປີ 1998: ເປີດສາຂາຂຶ້ນທີ່ແຂວງຫຼວງນໍ້າທາ
1 ການເຄື່ອນໄຫວດ້ານວິຊາການ :
- – ສູນບໍລິຈາກເລືອດ ແລະ ສົ່ງເລືອດແຫ່ງຊາດ :
- ໄດ້ມີການປັບປຸງ ແລະ ກໍ່ສ້າງຫ້ອງຫຼັງໃຫມ່ ແລະ ຂະຫຍາຍຕາໜ່າງ ສາຂາກາແດງ ລົງສູ່ 5 ແຂວງທີ່ສຳຄັນເຊັ່ນ: ແຂວງຈຳປາສັກ , ແຂວງສາລະວັນ , ແຂວງສະຫວັນນະເຂດ , ແຂວງຄຳມ່ວນ ແລະ ແຂວງຫຼວງພະບາງ.
- ລັດຖະບານ ໄດ້ຮັບຮອງກຽ່ວກັບນະໂຍບາຍວ່າດ້ວຍ ການບໍລິຈາກເລືອດ ແລະ ການສົ່ງເລືອດແຫ່ງຊາດ, ຕາມດຳລັດ ເລກທີ 84 / ນຍ , ລົງວັນທີ 31 / 10 / 1995
- ລັດຖະບານໄດ້ອອກ ດຳລັດ ເລກທີ 001 / ນຍ , ລົງວັນທີ 06 ມັງກອນ 1998 ເພື່ອແຕ່ງຕັ້ງຄະນະກຳມະການ ສົ່ງເສີມການບໍລິຈາກເລືອດ – ສົ່ງເລືອດແຫ່ງຊາດ ຊຶ່ງມີຜູ້ຕາງໜ້າຈາກບັນດາກະຊວງຕ່າງໆທີ່ກຽ່ວຂ້ອງເຂົ້າຮ່ວມເປັນ ປະທານ ໄດ້ແກ່ ທ່ານລັດຖະມົນຕີຊ່ວຍວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ປະທານອົງການກາແດງລາວ . ກໍາມະການມີ 7 ທ່ານ ຈາກຫົວໜ້າຫ້ອງການກະຊວງຖະແຫຼງຂ່າວ ແລະ ວັດທະນາທຳ , ຫົວໜ້າຫ້ອງການສູນກາງແນວລາວສ້າງຊາດ , ຫົວໜ້າຫ້ອງການຊາວໜຸ່ມປະຊາຊົນປະຕິວັດລາວ , ຫົວໜ້າຫ້ອງການສູນກາງກໍາມະບານລາວ ແລະ ຫົວໜ້າຫ້ອງການສູນກາງສະຫະພັນແມ່ຍິງລາວ ຕາມການສະເໜີຂອງ ອົງການກາແດງລາວ
- ບັນດາ ຄະນະກຳມະການ ດັ່ງກ່າວ ໄດ້ປະຊຸມກັນເປັນຄັ້ງທຳອິດເພື່ອຜ່ານພາລະບົດບາດ ແລະ ທິດທາງແຜນການໃນການເຄື່ອນໄຫວ ແລະ ຮັບຮອງເອົາລະບຽບການຂອງການປຸກລະດົມການບໍລິຈາກເລືອດແບບສະໝັກໃຈ ແລະ ບໍ່ມີສິ່ງຕອບແທນ
- ພິມເອກະສານ ກຽ່ວກັບການຈັດຫາເລືອດ , ຄວາມປອດໄພຂອງເລືອດ , ການວິໄຈເລືອດດ້ວຍຂັ້ນຕອນຕ່າງໆ .
- ຂະຫຍາຍ ສູນບໍລິຈາກເລືອດລົງສູ່ຂັ້ນແຂວງ ນອກຈາກຢູ່ນະຄອນວຽງຈັນທີ່ມີຢູ່ແລ້ວ , ໂດຍອິງໃສ່ພົນລະເມືອງຫຼາຍ , ເປັນແຂວງໃຫຍ່ ແລະ ໃນນັ້ນໄດ້ຖືເອົາ ຫ້ອງວິເຄາະ ຂອງໂຮງໝໍແຂວງເປັນຈຸໃຈກາງສຳຄັນໃນການບໍລິທາງດ້ານເຕັກນິກເປັນຕົ້ນຕໍຄື:
- ໂຮງໝໍແຂວງຈຳປາສັກ
- ໂຮງໝໍແຂວງສະຫວັນນະເຂດ
- ໂຮງໝໍແຂວງຫຼວງພະບາງ
- ໂຮງໝໍແຂວງສາລະວັນ
- ໂຮງໝໍແຂວງຄຳມ່ວນ
- ສະຖິຕິການບໍລິຈາກເລືອດແບບສະໝັກໃຈ, ມາຮອດປັດຈຸບັນມີເຖິງ 20 % ( 1998 ) ແລະ ຄາດວ່າແຕ່ນີ້ຮອດປີ 2000, ການລະດົມແບບນີ້ຈະມີເຖິງ 30 – 40 %
2 ວຽກງານອາສາສະໝັກຊາວໜຸ່ມ ແລະ ການບໍລິການສຸກເສີນ:
ມີໜ້າທີ່ສ້າງອາສາສະໝັກຊາວໜຸ່ມປະຈຳຢູ່ໂຮງຮຽນ, ບ້ານຊຸມຊົນ ,ປະກອບຖົງຢາສຸກເສີມ ແລະ ສົ່ງເສີມບັນຫາກິລາຊາວໜຸ່ມ
- ມີຈັກໜ່ວຍ
- ຈໍານວນພົນລວມ
- ມີຈັກໂຮງຮຽນ
- ມີຈັກບ້ານ
3 ວຽຫງານຄຸ້ມຄອງໄພພິບັດ ແລະ ສົງເຄາະສຸກເສີນ
- ໃຫ້ການຝຶກອົບຮົມວຽກງານກະກຽມຕອບໂຕ້ອຸປະຕິໄພ.
- ໃຫ້ການຊ່ວຍເຫຼືອສຸກເສີນເວລາມີອຸປະຕິໄພເກີດຂຶ້ນ.
- ສ້າງສາງຢູ່ແຕ່ລະພາກເພື່ອຮອງຮັບການແກ້ໄຂສຸກເສີນ.
- ຊອກຈັດຫາແຫຼ່ງທຶນ.
- ວຽກງານສົ່ງເສີມສຸຂະພາບຊຸມຊົນ:
-
- ອົບຮົມການຮັກສາສຸຂະພາບຂັ້ນຕົ້ນໃຫ້ພະນັກງານລົງເຮັດວຽກຢູ່ 3 ແຂວງ ( PHC ) ( ແຂວງຫົວພັນ,ຊຽງຂວາງ ແລະ ຜົ້ງສາລີ ).
- ສ້າງນັກອາສາສະໝັກຊ່ວຍຊຸມຊົນຂັ້ນຕົ້ນ ( CBFA / FA ) ຢູ່ 13 ແຂວງ.
- ໂຄງການຈັດຫານ້ຳສະອາດ ແລະ ສຸຂະອານາໄມຄອບຄົວ.
- ໂຄງການອົບຮົມຊາວໜຸ່ມ ເພື່ອຕໍ່ເພື່ອນ ເພື່ອປ້ອງກັນໂລກເອສ໌ ແລະ ພະຍາດທາງເພດສຳພັນ ( HIV / AIDS).
5 ວຽກງານໂຄສະນາຂ່າວສານ ແລະ ຊອກຫາຜູ້ຫາຍສາບສູນ :
- ເຮັດວາລະສານກາແດງລາວປະຈຳ 2 ເດືອນ.
- ສ້າງໂປດສະເຕີ 7 ຫຼັກການ ແລະ ແຜ່ນພັບກຽ່ວກັບປະຫວັດຂອງສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ, ຄະນະກຳມະການກາແດງສາກົນ ແລະ ອົງການກາແດງລາວ.
- ຊອກຄົ້ນຫາຜູ້ຫາຍສາບສູນ.
- ຊອກຈັດຫາແຫຼ່ງທຶນ.
- ສ້າງຕັ້ງອາສາສະໝັກໜ່ວຍຊ່ວຍເຫຼືອຜູ້ປະສົບອຸປະຕິເຫດຕາມຖະໜົນ
6 ບັນດາອົງການກາແດງປະເທດເພື່ອນມິດທີ່ໃຫ້ການຊ່ວຍໜູນ
ກ. ປະຈຳຢູ່ ສປປ ລາວ :
- ຄະນະກໍາມະການກາແດງສາກົນ ( ICRC ) ຊ່ວຍດ້ານທຶນຮອນ ແລະ ບົດຮຽນໃນການເຜີຍແຜ່ພາລະບົດບາດອົງການກາແດງລາວ , ກົດໝາຍມະນຸດສະທຳສາກົນ , ສືບທາວຫາຍາດຕິພີ່ນ້ອງທີ່ພັດພາກຈາກກັນ ແລະ ອື່ນໆ.
- ອົງການກາແດງປະເທດສວີເດັນ , ໃຫ້ທຶນຊ່ວຍພັດທະນາຊີວິດການເປັນຢູ່ຂອງແມ່ຍິງໃນຊົນນະບົດ .
- ອົງການກາແດງປະເທດແອສປາຍໂຍນ , ໃຫ້ທຶນຊ່ວຍໜູນການພັດທະນາການພັດທະນາສາຂາກາແດງລາວ
- ອົງການກາແດງປະເທດອັງກິດ , ໃຫ້ທຶນຊ່ວຍພັດທະນາຂະໜາດນ້ອຍຕໍ່ຊຸມຊົນທຸກຍາກຢູ 4 ແຂວງພາກໃຕ້ .
- ອົງການກາແດງປະເທດສາທາລະນະລັດເກົາຫຼີຊ່ວຍເຄື່ອງນຸ່ງຫົ່ມ.
- ສະພາກາແດງໄທ , ໃຫ້ການຝຶກອົບຮົມພະນັກງານໂຄສະນາຈັດຫາເລືອດທີ່ປອດໄພ.
- ອົງການມູນນິທິໂອສະກາແຫ່ງຍີ່ປຸ່ນ , ໃຫ້ການຊ່ວຍເຫຼືອເຄື່ອງນຸ່ງຫົ່ມ.
- ອົງການກາແດງປະເທດ ສັງຄົມນິຍົມຫວຽດນາມ , ໄດ້ມີການຮ່ວມມືກັນທາງດ້ານການແລກປຽ່ນຜູ້ແທນ ແລະ ນັກວິຊາການຂອງອົງການນຳກັນໂດຍການສະໜັບສະໜູນດ້ານທຶນຮອນຈາກສະພາກາແດງປະເທດແດນມາກ.
ໃນຕໍ່ໜ້າ, ອົງການກາແດງລາວ ຈະມີແຜນການ ແລະ ການພົວພັນຮ່ວມມືກັບບັນດາສະພາກາແດງປະເທດເພື່ອນມິດໃນບັນດາປະເທດທີ່ເປັນສະມາຊິກຂອງກຸ່ມອາຊຽນ ແລະ ນອກກຸ່ມອີກ . ຕາມເງື່ອນໄຂຕົວຈິງ ແລະ ຈຸດພິເສດຂອງອົງການກາແດງລາວ.