ໃນວັນທີ 11 / 6 / 2012 ນາຍົກລັດຖະມົນຕີໄດ້ອອກດໍາລັດ , ເລກທີ 235 / ນຍ ວ່າດ້ວຍການແຕ່ງຕັ້ງ ທ່ານ ເລົາລີ ໄຟເພັງຢົວ ປະທານອົງການກາແດງຄົນໃຫມ່ ເພື່ອສືບຕໍ່ປ່ຽນແທນ ທ່ານ ດຣ . ສນີວຸຣັຊ ສຣະມານີ ເນື່ອງທ່ານກະສຽນອອກພັກຜ່ອນບໍານານ
ໃນເວລານີ້ ທ່ານ ເລົາລີ ໄຟເພັງຢົວ ປະທານອົງການກາແດງຄົນໃໝ່ ຈະໄດ້ສືບຕໍ່ບັບປຸງການຈັດຕັ້ງ ເພື່ອແນໃສ່ໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງພັກ , ເປັນຕົ້ນແມ່ນມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກປະຊາຊົນປະຕິວັດລາວໃນການຈັດຕັ້ງ ແລະ ຜັນຂະຫຍາຍເປັນຕົ້ນກໍ່ແມ່ນ 4 ບຸກທະລຸໃຫ້ປະກົດຜົນເປັນຈິງຕາມ. ນອກຈາກນັ້ນ , ຍັງໄດ້ປັບປຸງ ລະບຽບ ຫຼັກການ ເພື່ອເປັນການຄຸ້ມຄອງບໍລິຫານການເຄື່ອນໄຫວວຽກງານກາແດງ
ອົງການກາແດງແດງ ໄດ້ໄປສັງກັດຢູ່ຫ້ອງວາການລັດຖະບານ ທາງດ້ານແນວຄິດການເມືອງ ແລະ ການລາຍງານ ຄື: ອອກດຳລັດ 138 / ລບ , ລົງວັນທີ 13 / 5 / 2013 ນອກຈາກນັ້ນ, ຍັງໄດ້ຍົກຍາຍສັບຊອນພະນະງານໃຫ້ຖຶກຕ້ອງແທດເໜາະກັບຂະແໜງການຕ່າງໆຄື້:
- ໄດ້ມີການແຕ່ງຕັ້ງ ຮອງປະທານ ທັງສອງທ່ານໂດຍບໍ່ມີເລຂາທີ່ການຄືແຕ່ກ່ອນ
- ແຕ່ກ່ອນເອີ້ນກາສາຂາແດງແຂວງ ແຕ່ໃນປະຈຸບັນເອີ້ນວ່າ: ອົງການກາແດງແຂວງ ສື່ບຕໍ່ຂະຫຍາຍ ກາແດງເມືອງ ຢ່າງຕໍ່ເນື່ອງເພື່ອເປັນການຄຸ້ມຄອງບໍລິຫານຢ່າງມີປະສິດຕິພາບ ເຮັດໜ້າທີ່ຊ່ວຍເຫຼືອປະຊາຊົນຂັ້ນພື້ນຖານໄດ້ຢ່າງທົ່ວເຖິງແລະມີປະສິດຕິພາບ
- ໄດ້ມີການເຊັນບົດບັນທຶກຊ່ວຍຈຳລະຫວ່າງ ອົງການກາແດງລາວ ແລະ ກາແດງ ສສວຽດນາມ ເປັນຄັ້ງທຳອິດໃນປະຫວັດສາດໃນການຮ່ວມມືຊ່ວຍເຫຼືອເຊຶ່ງກັນ ແລະ ກັນ
- ດ້ານໂຄງສ້າງການຈັດຕັ້ງປະກອບມີ:
- ປະທານ
- ຮອງປະທານ 2 ທ່ານ
- ຫົວໜ້າຫ້ອງການ
- ໜ່ວຍງານຊ່ວຍວຽກເປັນເສນາທິການໃຫ້ອົງການກາແດງລາວປະກອບມີດັ່ງນີ້:
1 ຫ້ອງການ
- ສູນບໍລິຈາກເລືອດ
- ກອງທີ່ເຄື່ອນໄຫວຕາມໜ້າທີ່ພະລະບົດບາດຂອງກາແດງຄື:
- ກອງສົ່ງເສີມສຸຂະພາບ
- ກອງຊ່ວຍເຫຼືອບັນເທົາທຸກ
- ກອງໂຄສະນາແລະຂົນຂວາຍການກຸສົນ