ປະຫວັດຄວາມເປັນມາ

ສະ​ພາ​ກາ​ຊາດ​ລາວ, ຖືກ​ສ້າງ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 01 ມັງ​ກອນ 1955 ທີ່​ນະ​ຄອນຫຼວງວຽງ​ຈັນ, ໂດຍ​ຄະ​ນະ​ກຳ​ມະ​ການ​ຊຸດ​ໜຶ່ງ,​ ລວມ​ມີ 73 ທ່ານ; ຍິງ 02 ທ່ານ ​ທີ່​ມາ​ຈາກ​ກຸ່ມ​ວິ​ຊາ​ຊີບ​ຕ່າງ​ໆ​ເຊັ່ນ: ຄາ​ລາ​ຊະ​ການ​ຈາກ​ກະ​ຊວງ​ຕ່າງໆ; ແພດ​ໝໍ; ນັກ​ກົດ​ໝາຍ; ນັກ​ສັງ​ຄົມ​ສົງ​ເຄາະ ແລະ ອາຊີບອື່ນໆ. ຄະ​ນະ​ກຳ​ມະ​ການ​ຊຸດນີ້​ໄດ້​ພິ​ຈາ​ລະ​ນາ​ຕົກ​ລົງ​ຮັບ​ຮອງ​ເອົາ 02 ບັນ​ຫາ​ສຳ​ຄັນ​ຄື:

1. ກົດ​ລະ​ບຽບ​ສະ​ພາ​ກາ​ຊາດ​ລາວ​ປະ​ກອບ​ມີ 10 ພາກ; 36 ມາດ​ຕາ

2. ເລືອກ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ສະ​ພາ​ກາ​ຊາດ​ລາວ​ຊຸດ​ທຳ​ອິດ​ປະ​ກອບ​ມີ: 07 ທ່ານ; ກອງ​ປະ​ຊຸມ​ໄດ້​ເລືອກ​ເອົາ​ທ່ານ ດ​ຣ. ອຸ​ດົມ ​ສຸ​ວັນ​ນະ​ວົງ ເປັນ​ປະ​ທານ ແລະ ທ່ານ ດ​ຣ. ກູ່​ແກ້ວ ໄຊ​ໂກ​ສີ ເປັນ​ເລ​ຂາ​ທິ​ການ. ມີ​ສຳ​ນັກ​ງານ​ໃຫຍ​ຕັ້ງ​ຢູ່​ບ້ານ​ຊຽງ​ຍືນ; ເມືອງ​ຈັນ​ທະ​ບູ​ລີ; ນະ​ຄອນຫຼວງວຽງ​ຈັນ,

ສະພາກາຊາດລາວ ຖືກ​ຮັບ​ຮອງ​ຈາກ​ຄະ​ນະ​ກຳ​ມະ​ການ​ກາ​ແດງ​ສາ​ກົນ ( ICRC ) ໃນ​ວັນ​ທີ 23 ພຶດ​ສະ​ພາ 1957; ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ຫະ​ພັນ​ກາ​ແດງ ແລະ ຊີກວົງ​ເດືອນ​ແດງ​ສາ​ກົນ (IFRC) ໃນ​ວັນ​ທີ 25 ຕຸ​ລາ 1957 ໂດຍກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 24 ທີ່​ກຸງ​ນິວ​ເດັນ​ລີ​ປະ​ເທດ​ອິນ​ເດຍ (ເວ​ລານັ້ນ​ກາ​ແດງ​ທົ່ວໂລກ​ມີ 80 ປະ​ເທດ)

ນັບ​ແຕ່ມື້​ສ້າງ​ຕັ້ງ​ມາ​ຮອດ​ປະ​ຈຸ​ບັນ​ອົງ​ການ​ກາ​ແດງ​ລາວ ​ໄດ້​ຜ່ານ​ຂະ​ບວນ​ວິ​ວັດ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ (01/01/ 1955 – ປະ​ຈຸ​ບັນ ) ເປັນ 02 ໄລ​ຍະຄື:

ໄລ​ຍະ​ທີ I ( ປີ 1955 -1975)

ເອີ້ນ​ວ່າ: ສະ​ພາ​ກາ​ຊາດລາວ ເຄື່ອນ​ໄຫວ​ຕາມ​ກົດ​ລະ​ບຽບ​ຂອງ​ສ​ະ​ພາ​ກາ​ຊາດ​ລາວ​ມີ​ໜ້າ​ທີ່​ຕົ້ນ​ຕໍ​ດັ່ງ​ນີ້:

- ປະ​ຕິ​ບັດ​ພັນ​ທະ ແລະ ໜ້າ​ທີ່​ຕາມ​ສົນ​ທິ​ສັນ​ຍາ​ສາ​ກົນ​ທີ່​ລາວ​ເປັນ​ພາ​ຄີ;

- ຂົນ​ຂວາຍ​ຍາດ​ແຍ່ງ​ການ​ຊ່ວຍ​ເຫຼືອ​ຈາກ​ສາ​ກົນ; ແລະ

- ປະ​ສານ​ງານ​ກັບ​ກະ​ຊວງ​ທີ່​ກ່ຽວ​ຂ້ອງ: ສາ​ທາ​ລະ​ນະ​ສຸກ; ສັງ​ຄົມ​ສົງ​ເຄາະ; ມະ​ຫາດ​ໄທ ແລະ ກະ​ຊວງ​ປ້ອງ​ກັນ​ຊາດ; ປະ​ສານ​ກັບ​ການ​ຈັດ​ຕັ້ງ​ອາ​ສາ​ສະ​ໝັກ​ຊາວ​ໜຸ່ມ​ກາ​ແດງ​ໃນ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ; ວຽກ​ງານ​ເລືອດ ແລະ ການ​ສົງ​ເຄາະ​ກະ​ທັນ​ຫັນ.

ໄລຍະທີ:II. (1975  - ປະຈຸບັນ).

ຊື່​ວ່າ: ສະ​ພາ​ກາ​ແດງ​ລາວ  ເຄື່ອນ​ໄຫວ​ຕາມ​ນິ​ຕິ​ກຳ​ດັ່ງ​ນີ້: ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ​ ຄັ້ງ​ວັນ​ທີ 02 ທັນ​ວາ 1975 ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ຄະ​ນະ​ລັດ​ຖະ​ບານ​ແຫ່ງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ, ຈາກນັ້ນ​ສະ​ພາ​ລັດ​ຖະ​ມົນ​ຕີແຫ່ງ ສ.ປ.ປ ​ລາວ ​ໄດ້​ອອກ​ດຳ​ລັດ​ເລກ​ທີ 113/ສນຍ​, ລົງ​ວັນ​ທີ 28 ກໍ​ລະ​ກົດ 1978 ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ຄະ​ນະ​ສ​ະ​ພາ​ກາ​ແດງ​ລາວ ​ປະ​ກອບ​ມີ 05 ທ່ານ: ທ່ານ ດ​ຣ. ຄຳ​ລຽງ​ ພົນ​ເສ​ນາ ເປັນ​ປະ​ທານ; ທ່ານ ດ​ຣ. ແກ້ວ ພິມ​ມະ​ຈັນ ​ເປັນ​ຮອງ​ປະ​ທານ; ທ່ານ ດ​ຣ. ອຸ​ດົມ ສຸ​ວັນ​ນະ​ວົງ​ ເປັນ ຮອງ​ປະ​ທານ; ທ່ານ ດ​ຣ. ບຸນ​ພັກ ເພັດ​ດາ​ລາ ເປັນ​ກຳ​ມະ​ການ ແລະ ທ່ານ ດ​ຣ. ກູ່​ແກ້ວ ໄຊ​ໂກ​ສີ ເປັນ​ກຳ​ມະ​ການ​ທັງ​ເປັນ​ເລ​ຂາ​ທິ​ການ​ສະ​ພາ​ກາ​ແດງ​ລາວ ແລະ ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ບ້ານ​ຊຽງ​ຍືນ​ເຊັ່ນ​ດຽວ​ກັນ.

 ສະ​ພາ​ກາ​ແດງ​ລາວ​ມີ​ໜ້າ​ທີ່​ພາ​ລະ​ບົດ​ບາດ​ຄື:

  • ຂົນ​ຂວາຍ​ຍາດ​ແຍ່ງ​ເອົາ​ການ​ຊ່ວຍ​ເຫຼືອ​ຈາກ​ສາ​ກົນ
  • ຊ່ວຍ​ວຽກ​ງານ​ດ້ານ​ສາ​ທາ​ລະ​ນະ​ສຸກ: ຂົນ​ຂວ​າຍ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ເຮັດ​ອາ​ນາ​ໄມ​ກັນ​ພະ​ຍາດ​ຕ້ານ​ພະ​ຍຸ; ຊ່​ວຍ​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ​ແລະ ​ພະ​ຍາດ​ກະ​ທັນ​ຫັນ; ພະ​ຍາດ​ສັງ​ຄົມ, ຄຸ້ມ​ຄອງ​ການ​ການ​ເກີດ, ການ​ຕາຍ ແລະ ໝູນ​ໃຊ້​ຢາ​ພື້ນ​ເມືອງ​ສົມ​ທົບ​ກັບ​ຢາຫຼວງ.
  • ໂຄ​ສະ​ນາ​ສຶກ​ສາ​ອົບ​ຮົມ​ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ ໃຫ້​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຂອງ​ພັກ ແລະ ລັດ ຕໍ່​ຜູ້​ເສຍ​ອົງ​ຄະ​ໃນ​ປາງ​ສົງ​ຄາມ ແລະ ເດັກ​ກຳ​ພ້າກຳ​ພອຍ.
  • ຊ່ວຍ​ເຫຼືອ​ສັງ​ຄົມ​ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໄພ​ສົງ​ຄາມ ແລະ ໄພ​ທຳ​ມະ​ຊາດ.

 

ມະ​ຕິ​ກົມ​ການ​ເມືອງ ​ສູນ​ກາງ​ພັກ​ເລກ​ທີ 06/ກມ​ສ​ພ, ລົງ​ວັນ​ທີ 04 ເມ​ສາ 1992 ໃນ​ຂໍ້ 06 ຂຽນ​ວ່າ: ອົງ​ການ​ສະ​ພາ​ກາ​ແດງ​ລາວ ​ໃຫ້​ແຍກ​ອອກ​ຈາກ​ກະ​ຊວງ​ສະ​ຫວັດ​ດີ​ການ​ສັງ​ຄົມ, ຈັດ​ຕັ້ງ​ເປັນ​ອົງ​ການ​ສັງ​ຄົມ​ທີ່​ເປັນ​ເອ​ກະ​ລາດ​ແຕ່​ຢູ່​ໃຕ້​ການ​ນຳ​ພາ​ຂອງ​ພັກ​ມີ​ໜ້າ​ທີ່​ພົວ​ພັນ​ກັບ​ກາ​ແດງ​ສາ​ກົນ.

ເຄື່ອນ​ໄຫວ​ຕາມ​ດຳ​ລັດ 188/ນຍ, ລົງ​ວັນ​ທີ 30 ພະ​ຈິກ 1993 ວ່າ​ດ້ວຍ: ສະ​ພາ​ກາ​ແດງ​ແຫ່ງ​ຊາດ ແມ່ນ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ໜຶ່ງ​ຢູ່ ສ​ປ​ປ ​ລາວ​ ມີ​ພາ​ລະ​ບົດ​ບາດ​ຊ່ວຍ​ເຫຼືອ​ບັນ​ເທົາ​ທຸກ​ຜູ້​ປະ​ສົບ​ໄພ ແລະ ອາ​ນາ​ຖາ; ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ຂະ​ບວນ​ການ​ມະ​ນຸດ​ສະ​ທຳ​ຕາມ 07 ຫຼັກ​ການ​ຂອງ​ຂະ​ບວນ​ການ​ກາ​ແດງ​ສາ​ກົນ.

ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອດ້ານ​ມະ​ນຸດ​ສະ​ທຳ​ແກ່ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ໃຫ້​ທົ່ວ​ເຖິງ​ຈຶ່ງ​​ໄດ້ຂະ​ຫຍາຍ​​ຕາ​ໜ່າງ​ການ​ຈັດ​ຕັ້ງ​ໄປ​ສູ່​ບັນ​ດາ​ແຂວງ​ຕ່າງໆດັ່ງ​ນີ້:​ ປີ1993 ແຂວງຫຼວງ​ພະ​ບາງ; 1994 ສະ​ຫວັນ​ນະ​ເຂດ ແລະ ຄຳ​ມ່ວນ; 1995 ຈຳ​ປາ​ສັກ ແລະ ສາ​ລະ​ວັນ; 1996 ເຊກອງ ແລະ ອັດ​ຕະ​ປື; 1997 ບໍ​ລິ​ຄຳ​ໄຊ; ວຽງ​ຈັນ; ອຸ​ດົມ​ໄຊ ແລະ ບໍ່​ແກ້ວ; 1998 ​ຫົວ​ພັນ; ຊຽງ​ຂວາງ; ຫຼວງນ້ຳ​ທາ; 1999 ນະ​ຄອນຫຼວງວຽງ​ຈັນ ແລະ ​ຜົ້ງ​ສາ​ລີ; 2000 ໄຊ​ຍະ​ບູ​ລີ.

ປີ 1999 ປ່ຽນຊື່ມາເປັນ ອົງ​ການ​ກາ​ແດງ​ລ​າວ ເຄື່ອນ​ໄຫວ​ພາຍ​ໃຕ້​ນິ​ຕິ​ກຳ ສອງ ສະ​ບັບ​ຄື: ດຳ​ລັດ36/ນຍ​ລົງ​ວັນ​ທີ 21 ເມ​ສາ 1999 ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ຂອງ​ອົງ​ການ​ກາ​ແດງ​ລາວ ແລະ ດຳ​ລັດ138 / ລບ, ລົງ​ວັນ​ທີ 13 ພຶດ​ສະ​ພາ 2013 ວ່າ​ດ້ວຍ​ການ​ຈັດ​ຕັ້ງ ແລະ ເຄື່ອນ​ໄຫວ​ຂອງ​ອົງ​ການ​ກາ​ແດງ​ລາວ.

ອົງ​ການ​ກາ​ແດງ​ລາວ​ແມ່ນ​ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ​ໜຶ່ງ​ສັງ​ກັດ​ຫ້ອງວ່າ​ການ​ລັດ​ຖະ​ບານ​ມີ​ພາ​ລະ​ບົດ​ບາດ​ເປັນ​ເສ​ນາ​ທິ​ການ​ຊ່ວຍ​ລັດ​ຖະ​ບານ​ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ບັນ​ເທົາ​ທຸກ​ແກ່​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ຂາດ​ເຂີນ; ຜູ້​ປະ​ສົບ​ໄພ​ພິ​ບັດ​ຕ່າງໆ; ປົກ​ປັກ​ຮັກ​ສາ​ສົ່ງ​ເສີມ​ສຸ​ຂະ​ພາບ​ຂັ້ນ​ພື້ນ​ຖານ​, ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ການ​ບໍ​ລິ​ຈາກ​ເລືອດ ສະ​ໜອງ​ເລືອດ​ປອດ​ໄພ  ແລະ​ ສົ່ງ​ເສີມ​ຄຸນ​ຄ່າ​ດ້ານ​ມະ​ນຸດ​ສະ​ທຳ, ​ຂົນ​ຂວາຍ​ແຫຼ່ງ​ທຶນ; ອາ​ສາ​ສະ​ໝັກ​ກາ​ແດງ​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ມະ​ນຸດ​ສະ​ທຳ​ຕາມ 07 ຫຼັກ​ການ​ຂອງ​ຂະ​ບວນ​ການ​ກາ​ແດງ​ສາ​ກົນ. ດ້ານ​ການ​ຈັດ​ຕັ້ງ ແລະ​ ບຸກ​ຄະ​ລາ​ກອນ​ທີ່ບໍ່​ປະ​ຈ​ຳການ: ປະ​ທານກິ​ຕິ​ມະ​ສັກ; ຄະ​ນະ​ກຳ​ມະ​ການ​ກາ​ແດງ​ຂັ້ນ​ສູນ​ກາງ;​ຄະ​ນະ​ກຳ​ມະ​ການ​ຂັ້ນ​ແຂວງ-ນະ​ຄອນຫຼວງ; ຄະ​ນະ​ກຳ​ມະ​ການ​ກາ​ແດງ​ຂັ້ນ​ເມືອງ (ສະ​ເພາະເມືອງ​ທີ່​ມີ​ເງື່ອນ​ໄຂ).

 ການ​ຈັດ​ຕັ້ງ ແລະ ​ບຸກ​ຄະ​ລາ​ກອນ​ທີ່​ປະ​ຈຳ​ການປະ​ກອບ​ດ້ວຍ: ປະ​ທານ​ອົງ​ການ​ກາ​ແດງ​ລາວ; ຮອງ​ປະ​ທານ​ຈຳ​ນວນ​ໜຶ່ງ​ ແລະ ​ມີກົງ​ຈັກ​ການ​ຈັດ​ຕັ້ງ​​ດັ່ງ​ນີ້: ຫ້ອງ​ການ; ກອງ​ສົ່ງ​ເສີມ​ສຸ​ຂະ​ພາບ​ຊຸມ​ຊົນ; ກອງ​ຊ່ວຍ​ເຫຼືອ​ບັນ​ເທົາ​ທຸກ; ກອງ​ໂຄ​ສະ​ນາ ແລະ ຂົນ​ຂວາຍການ​ກຸ​ສົນ; ສູນ​ເລືອດ​ແຫ່ງ​ຊາດ. ສ່ວນການ​ຈັດ​ຕັ້ງຢູ່​ຂັ້ນ​ແຂວງ, ນະ​ຄອນຫຼວງແມ່ນ​ມີ ຫ້​ອງ​ການ​ອົງ​ການ​ກາ​ແດງ​ແຂວງ, ນະ​ຄອນຫຼວງ, ​ການ​ຈັດ​ຕັ້ງຂັ້ນ​ເມືອງ (ເມືອງ​ທີ່​ມີ​ເງື່ອນ​ໄຂ) ​ແມ່ນ ຫ້ອງ​ການ​ກາ​ແດງ​ເມືອງ​.

         ການ​ຈັດ​ຕັ້ງ ແລະ ​ບຸກ​ຄະ​ລາ​ກອນ​ຂອງ​ອົງ​ການ​ກາ​ແດງ​ລາວ​ແມ່ນບໍ່​ໃຫຍ່​ໂຕ ແລະ ​ບຸກ​ຄະ​ລາ​ກອນ​ມີ​ຈຳ​ນວນ​ຈຳ​ກັດກໍ່​ຕາມ ແຕ່​ຍ້ອນ​ວຽກ​ງານ​ກາ​ແດງ​ມີລັກ​ສະ​ນະ​ສັງ​ຄົມ​ສູງ; ສະ​ນັ້ນ​ຈຶ່ງ​ມີ​ຊັ້ນ​ຄົນ ແລະ ​ອາ​ສາ​ສະ​ໝັກ​ຈຳ​ນວນຫຼວງຫຼາຍ​ເຂົ້າ​ຮ່ວມ​ໃນ​ພາ​ລະ​ກິດ​ມະ​ນຸດ​ສະ​ທຳ​ດັ່ງ​ກ່າວ.

  • ສັງລວມແລ້ວ: ການ​ຈັດ​ຕັ້ງ ແລະ ການ​ເຄື່ອນ​ໄຫວ​ວຽກງານ​ກາ​ແດງ​ໃນ​ ສປ​ປ ລາວ ​ໄດ້​ມີ​ການ​ເ​ຕີບ​ໃຫຍ່​ຂະຫຍາຍ​ຕົວ​ເປັນ​ແຕ່​ລະ​ໄລ​ຍະ​ຢ່າງ​ຕໍ່​ເນື່ອງ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ ແລະ ​ການ​ຄຸ້ມ​ຄອງ​ຂອງ​ລັດ​ຖະ​ບານ.

ມາຮອດໄລຍະປະຈຸບັນ, ອີງ​ຕາມ ດຳລັດລັດຖະບານເລກທີ 22/ນຍ ລົງ​ວັນ​ທີ 28 ມັງກອນ 2022 ວ່າ​ດ້ວຍ​ການຈັດຕັ້ງ ​ແລະ ​ເຄື່ອນ​ໄຫວ​ຂອງ​ອົງການ​ກາ​ແດງ​ແຫ່ງຊາດລາວ; ຈິ່ງປ່ຽນມາເປັນ ອົງການກາແດງແຫ່ງຊາດລາວ ຊື່ງແມ່ນ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ​ຂອງ  ສ​ປ​ປ​ ລາວ ທີ່​ເຄື່ອນ​ໄຫວ​ວຽກ​ງານ​ມະ​ນຸດ​ສະ​ທຳ ຢ່າງ​ເປັນ​ເອ​ກະ​ລາດ ຢູ່​ພາຍ​ໃຕ້​ລັ​ດຖະທຳ​ມະ​ນູນ, ກົດ​ໝາຍ ແລະ ເຈັດຫຼັກ​ການ​ພື້ນ​ຖານ ຂອງ​ຂະ​ບວນ​ການ​ກາແດງ  ແລະ ຊີກວົງ​ເດືອນ​ແດງ​ສາ​ກົນ,ໂດຍ​ມີ​ປະ​ທານ​ປະ​ເທດ​ເປັນ​ປະ​ທານ​ກິ​ຕິ​ມະ​ສັກ, ມີ​ຖາ​ນະ​ເທົ່າ​ກັບ​ ອົງ​ການຈັດ​ຕັ້ງ​ຂອງ​ລັດ ແລະ ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ອື່ນ.

ປະຈຸບັນມີອົງການກາແດງແຂວງ 17 ແຂວງ ແລະ 1 ນະຄອນຫຼວງ; ມີກາແດງເມືອງ 34 ເມືອງ ແລະ ຜູ້ປະສານງານກາແດງປະຈຳຢູ່ທຸກເມືອງ; ມີພະນັກງານຫຼາຍກ່ວາ 508 ຄົນ

 

  • ອົງການ​​ກາ​ແດງແຫ່ງຊາດ​ລາວ ປະຕິບັດວຽກງານມະນຸດສະທຳ ​ລວມ​ມີ 9 ໜ້າ​ທີ່​ຕົ້ນຕໍດັ່ງ​ນີ້:
    ​ກາ​ແດງ​ແຫ່ງ​ຊາດ​ລາວ ມີ​ພາ​ລະ​ບົດ​ບາດ ໃນ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ທີ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສັງ​ຄົມ ເຊັ່ນ: ການ​ຊ່ວຍ​ເຫຼືອ​ບັນ​ເທົາ​ທຸກ​ເບື້ອງ​ຕົ້ນ,ການ​ປຸກ​ລະ​ດົມ​ຂົນ​ຂວາຍ​ບໍ​ລິ​ຈາກ​ເລືອດ ແລະ ສະ​ໜອງ​ເລືອດ​ປອດ​ໄພ, ການ​ສົ່ງ​ເສີມ​ສຸ​ຂະ​ພາບ​ຂັ້ນ​ພື້ນ​ຖານ, ການ​ປະ​ຖົມ​ພະ​ຍາ​ບານ, ການ​ກູ້​ໄພ​ສຸກ​ເສີນ, ການ​ໂຄ​ສະ​ນາ​ຂົນ​ຂວາຍ​ແຫຼ່ງ​ທຶນ, ການ​ສ້າງ​ສະ​ມາ​ຊິກ ແລະ ອາ​ສາ​ສະ​ໝັກກາ​ແດງ, ການ​ສືບ​ທາວ​ຫາ​ຍາດ​ພີ່​ນ້ອງ ແລະ ການ​ພົວ​ພັນ-ຮ່ວມ​ມື​ສາ​ກົນ ດ້ວຍ​ການ​ຮ່ວມ​ມື​ ຈາກອົງ​ການ​ປະ​ສານ​ສົມ​ທົບ​ວຽກ​ງານ​ກາ​ແດງ ເພື່ອ​ສ້າງ ແລະ ສົ່ງ​ເສີມ​ຄຸນ​ຄ່າ​ດ້ານ​ມະ​ນຸດ​ສະ​ທຳ ໂດຍບໍ່​ຈຳ​ແນກ​ການ​ປະ​ຕິ​ບັດ.
     
  • ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ

ການຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ແມ່ນ ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂັ້ນ​ພື້ນ​ຖານ,  ລວມ​ທັງ ການໃຫ້​ຄວາມ​ຮູ້​ພື້ນ​ຖານ ເພື່ອສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ກ່ຽວກັບວຽກງານປ້ອງກັນ, ຫຼຸດຜ່ອນຄວາມສ່ຽງ ແລະ ຮັບມືກັບໄພພິບັດ. ເປົ້າ​ໝາຍຂອງການ​ຊ່ວຍ​ເຫຼືອ​ບັນ​ເທົາ​ທຸກ​ເບື້ອງ​ຕົ້ນ ແມ່ນ ຜູ້​ທີ່ຖືກຜົນກະທົບຈາກໄພພິບັດ, ຜູ້ທຸກຍາກຂາດເຂີນ, ປ່ຽວພອຍ, ດ້ອຍໂອກາດ, ກຳ​ພ້າ, ກຳ​ພອຍ, ຄົນ​ພິ​ການ ແລະ ຜູ້ຢູ່ເຂດຫ່າງໄກສອກຫຼີກ.

ການປຸກລະດົມຂົນຂວາຍບໍລິຈາກເລືອດ ແລະ ການສະໜອງເລືອດທີ່ປອດໄພ

 ການປຸກ​ລະ​ດົມ​ຂົນ​ຂວາຍ ບໍລິຈາກເລືອດ ແລະ ການສະໜອງເລືອດ​ທີ່ປອດໄພ ແມ່ນ ​​ຂະ​ບວນການ ຈັດ​ຫາ​ຜູ້ບໍລິຈາກ​ເລືອດ​ແບບ​ສະໝັກ​ໃຈ, ຮັບການ​ບໍ​ລິ​ຈາກ​ເລືອດ, ກວດກາວິເຄາະ​ເລືອດ, ​ເກັບ​ຮັກສາ, ຄຸ້ມ​ຄອງຄຸນ​ນະພາ​ບ ແລະ ການ​ສະ​ໜອງ​ເລືອດ​​ໃຫ້ພຽງ​ພໍ, ປອດ​ໄພ ແລະ ທັນ​ເວ​ລາ.

ການສົ່ງເສີມສຸຂະພາບຂັ້ນພື້ນຖານ

ແມ່ນ ການເ​ຮັດ​ໃຫ້​ປະ​ຊາ​ຊົນ​ຜູ້​​ດ້ອຍ​ໂອ​ກາດ, ​ຊຸມ​ຊົນ, ​ເຂດ​ຫ່າງ​ໄກ​ສອກຫຼີກ ​ໄດ້​​ເຂົ້າ​ເຖິງ​ນ້ຳ​ສະອາດ, ສຸຂາ​ພິບານ, ອະນ​າ​ໄມ, ​ໂພ​ຊະນາ​ການ, ສຸຂະພາບ​ແມ່ ​ແລະ ​ເດັກ ດ້ວຍ ​ການໂຄສະນາ​ສຸຂະ​ສຶກສາ, ການຝຶກ​ອົບຮົມການ​ປະຖົມພະຍາບານ ​​ຕາມ​ນະ​ໂຍ​ບາຍ​ຂອງ​ກະ​ຊວງສາ​ທາ​​ລະ​ນະ​ສຸກ ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ມີ​ສຸຂະພາບ ​ແລະ ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​.

 

ການປະຖົມພະຍາບານ

ແມ່ນ ການຊ່ວຍເຫຼືອເບື້ອງຕົ້ນ ແກ່ຜູ້​ຖືກ​ເຄາະ​ຮ້າຍ​ທີ່​ໄດ້​ຮັບບາດ​ເຈັບ ທາງ​ດ້ານ​ຮ່າງ​ກາ​ຍ ແລະ/ຫຼື ຈິດ​ໃຈ ​ໂດຍ​ນຳ​ໃຊ້​ວັດ​ຖູປະ​ກອນທີ່​ມີ​ຢູ່​ອ້ອມ​ຂ້າງ ຢ່າງ​ຖືກ​ວິທີ ຈົນ​ກວ່າ​ຈະ​ນຳ​ສົ່ງ​ເຖິງ​ສະ​ຖານ​ທີ່​ບໍລິການ​ດ້ານ​ການ​ແພດທີ່​ຈະ​ໃຫ້​ການ​ຊ່ວຍ​ເຫຼືອປະ​ຖົມ​ພະ​ຍາ​ບານ ຕ້ອງໄດ້​ຮັບ​ການ​ຝຶກ​ອົບ​ຮົມ ​​ທາງ​ດ້ານປ​ະ​ຖົມ​ພະ​ຍາ​ບານ.

 

ການກູ້ໄພສຸກເສີນ

ການກູ້ໄພສຸກເສີນ ແມ່ນ ການ​ຊ່ວຍ​ເຫຼືອຮີບ​ດ່ວນ ເພື່ອກອບ​ກູ້ຜູ້​ຖືກເຄາະ​ຮ້າຍ ​ ​ຈາກ​ໄພ​ທຳ​ມະ​ຊາດ ​ຫຼື ມະນຸດ​ສ້າງ​ຂຶ້ນ ເຊັ່ນ ອຸບປະ​ຕິ​ເຫດ​ທາງ​ຖະໜົນ, ທາງ​ອາ​ກາດ, ທາງ​ນ້ຳ, ອຸທົກກະໄພ, ອັກຄີໄພ, ວາຕະໄພ, ດິນ​ເຈື່ອນ, ຕຶກ​ຖະຫຼົ່ມ, ​ແຜ່ນດິນ​ໄຫວ, ພະຍາດ​ລະບາດ.

 

ການໂຄສະນາຂົນຂວາຍແຫຼ່ງທຶນ

 ການໂຄສະນາຂົນຂວາຍແຫຼ່ງທຶນ ແມ່ນ ການເຮັດ​ໃຫ້​ສັງ​ຄົມ​ຮູ້, ເຂົ້າ​ໃຈ​ ​ພາ​ລະ​ບົດ​ບາດ, ຄວາມ​ສຳ​ຄັນ, ຜົນງານການເຄື່ອນໄຫວວຽກ​ງານ​ກາ​ແດງ​​​ລາວໃນແຕ່ລະໄລຍະ ໂດຍຜ່ານສື່ ແລະ ​ກິດ​ຈ​ະ​ກຳຕ່າງໆ ເພື່ອ​​​ໃຫ້​ມີ​ຄວາມສະ​ໝັກ​ໃຈ​​ປະ​ກອບ​ສ່ວນ​ທຶນ​ຮອນ​ເຂົ້າ​ໃນ​ວຽກ​ງານກາ​ແດງ​ລາວ.

 

ການສ້າງສະ​ມາຊິກ ແລະ ອາສາສະໝັກກາແດງ

ການສ້າງສະ​ມາ​ຊິກ ແລະ ອາສາສະໝັກກາແດງ​ ແມ່ນ ການປຸກ​ລະ​ດົມ​ຂົນ​ຂວາຍ,​ ສຶກສາອົບຮົມ, ຝຶກ​ອົບ​ຮົມ ບຸກ​ຄົນ, ນິ​ຕິ​ບຸກ​ຄົນ ແລະ ການ​ຈັດ​ຕັ້ງ ​ເຂົ້າ​ເປັນ​ສະ​ມາ​ຊິກ ແລະ ອາ​ສາ​ສະ​ໝັກ​ກາ​ແດງ​ ​ ເພື່ອ​ປະ​ກອບ​ສ່ວນເຂົ້າ​ໃນ​ການ​ເຄື່ອນ​ໄຫວວຽກ​ງານ​ກາ​ແດງ​ລາວ.

 

ການສືບທາວຫາຍາດພີ່ນ້ອງ

ການສືບທາວຫາຍາດພີ່ນ້ອງ ແມ່ນ ການເປັນສື່ກາງໃນການຕິດຕໍ່ພົວພັນຫາ ບຸກຄົນ, ກຸ່ມຄົນ ທີ່ບໍ່ສາມາດຕິດຕໍ່ພົວພັນກັນໄດ້ ເນື່ອງຈາກໄພພິບັດ, ການຍົກຍ້າຍຖິ່ນຖານ, ການອົບພະຍົບ, ສົງຄາມ ແລະ ອື່ນໆ ໃຫ້ຮູ້ຂ່າວຄາວ ຫຼື ກັບມາຢູ່ຮ່ວມກັນອີກ.

 

ການ​ພົວ​ພັນ ແລະ ຮ່ວມມືສາກົນ​ ອົງ​ການ​ກາ​ແດງ​ລາວ ພົວ​ພັນ ແລະ ຮ່ວມ​ມື​ສາ​ກົນ ກ່ຽວ​ກັບ​ວຽກ​ງານ​ກາ​ແດງ ດ້ວຍ​ການອອກ​ແຮງຊອກ​ຮູ້​ບົດ​ຮຽນ​ທີ່ເປັນ​ປະ​ໂຫຍດ, ​ຂົນ​ຂວາຍແຫຼ່ງທຶນ​, ວັດ​ຖູ​ປະ​ກອນ, ເຕັກ​ນິກ ແລະ ການ​ພັດ​ທະ​ນາ​ບຸກ​ຄະ​ລາ​ກອນ ເພື່ອ​ນຳ​ໃຊ້ເຂົ້າ​ໃນ​ວຽກ​ງານ​ຂອງ​ຕົນ ໃຫ້​ມີ​ປະ​ສິດ​ທິ​ພາບ ລວມ​ທັງ​ການ​ປະ​ຕິ​ບັດ​ພັນ​ທະ​ຂອງ​ຕົນ​ຕໍ່​ສາ​ກົນ.

 

 

Facebook ອົງການກາແດງແຫ່ງຊາດລາວ
Facebook ສະຖາບັນເລືອດແຫ່ງຊາດ
ໜ່ວຍກູ້ຊີບອົງການກາແດງແຫ່ງຊາດລາວສູນກາງ
ເຂົ້າລະບົບຖານຂໍ້ມູນອາສາສະໝັກກາແດງລາວ
ຜູ້ເຂົ້າຊົມ