ຂ່າວສານ
ຄົ້ນ​ຫາ​ໃນ​ໜ້ານີ້

ປະທານອົງການກາແດງແຫ່ງຊາດລາວໂອ້ລົມພະນັກງານທົ່ວອົງການກາແດງແຂວງບໍລິຄຳໄຊ

ປະທານອົງການກາແດງແຫ່ງຊາດລາວໂອ້ລົມພະນັກງານທົ່ວອົງການກາແດງແຂວງບໍລິຄຳໄຊ

22/05/2024

ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢຽ້ມຢາມ ແລະ ເຮັດວຽກຢູ່ທີ່ອົງການກາແດງແຂວງບໍລິຄຳໄຊ ໃນວັນທີ 21 ພຶດສະພາ 2024 ນີ້ ໂດຍການຕ້ອນຮັບຂອງ ທ່ານ ນາງ ວັນເພັງ ໄຊສົງຄາມ ຫົວໜ້າອົງການກາແດງແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ, ພະນັກງານ. ທ່ານຫົວໜ້າອົງການກາແດງແຂວງບໍລິຄຳໄຊໄດ້ລາຍງານໃຫ້ຮູ້ວ່າ:ຕະຫຼອດໄລຍະ03ເດືອນຜ່ານມາອົງການກາແດງແຂວງໄດ້ເອົາໃຈໃສ່ປະຕິບັດວຽກງານຕາມ09ວຽກງານຕົ້ນຕໍຂອງອົງການກາແດງແຫ່ງຊາດລາວ ໃນນັ້ນວຽກງານທີ່ພົ້ນເດັ່ນແມ່ນ ໄດ້ເອົາໃຈໃສ່ ເຄື່ອນໄຫວໂຄສະນາຂົນຂວາຍປຸກລະດົມ ແລະ ຮັບບໍລິຈາກເລືອດຕາມສະຖານທີ່ຕ່າງໆ ມາຮອດປະຈຸບັນຮັບບໍລິຈາກເລືອດໄດ້ທັງໝົດ 959 ຖົງ

ອ່ານ​ເພີ່ມ

 

ປະທານອົງການກາແດງແຫ່ງຊາດລາວຕ້ອນຮັບຜູ້ຕາງໜ້າອົງການອາຫານໂລກ.

ປະທານອົງການກາແດງແຫ່ງຊາດລາວຕ້ອນຮັບຜູ້ຕາງໜ້າອົງການອາຫານໂລກ.

20/05/2024

ໃນວັນທີ 16 ພຶດສະພາ 2024 ນີ້ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ໄດ້ຕ້ອນຮັບທ່ານ ມາກ-ອານເດຣ ໂປຣ ຜູ້ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເຊິ່ງທ່ານໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ຄະນະດັ່ງກ່າວພ້ອມທັງໄດ້ລາຍງານສະພາບລວມ, ພາລະບົດບາດ, ສິດໜ້າທີ່ຂອງອົງການກາແດງແຫ່ງຊາດລາວ ໃຫ້ຮັບຊາບ ໂດຍສະເພາະຜົນງານການຮ່ວມມືສອງຝ່າຍໃນການແຈກຢາຍອາຫານໃຫ້ປະຊາຊົນຢູ່ບັນດາແຂວງໃນປີຜ່ານມາເຫັນວ່າມີຜົນສຳເລັດຫຼາຍດ້ານ ແລະ ພ້ອມຈະໃຫ້ຄວາມຮ່ວມມືສືບຕໍ່ໃນການຊ່ວຍເຫຼືອປະຊາຊົນທີ່ທຸກຍາກຂາດເຂີນກັບອົງການອາຫານໂລກຕໍ່ໄປ. ໃນພິທີ ທ່ານ ມາກ-ອານເດຣ ໂປຣ ຜູ້ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ ໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງທ່ານປະທານອົງການກາແດງແຫ່ງຊາດລາວທີ່ໄດ້ເສຍສະຫຼະເວລາອັນມີຄ່າຕ້ອນຮັບຄະນະພວກເຮົາ ແລະ ໄດ້ສະແດງຄວາມຍິນດີຊົມເຊີຍຕໍ່ທ່ານປະທານອົງການກາແດງແຫ່ງຊາດລາວທີ່ໄດ້ມາຮັບໜ້າທີ່ໃໝ່ ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານແຈກຢາຍອາຫານ(ເຂົ້າສານ)ໃຫ້ກັບປະຊາຊົນທີ່ທຸກຍາກຂາດເຂີນຢູ່04 ແຂວງໃນປີຜ່ານມາເຫັນວ່າມີຜົນສຳເລັດຢ່າງຈົບງາມ ແລະ ເຖິງມືປະຊາຊົນຢ່າງແທ້ຈິງ, ສິ່ງເຫຼົ່ານັ້ນລ້ວນແຕ່ໄດ້ຮັບການຮ່ວມມືຈາກອົງການກາແດງແຫ່ງຊາດລາວ, ອົງການກາແດງແຂວງ-ເມືອງ ແລະ ບຸກຄະລາກອນແຕ່ລະຂັ້ນ ທີ່ມີປະສົບການໃນການລົງເຮັດວຽກພື້ນທີ່ທ້ອງຖິ່ນ. ສຳລັບແຜນການຮ່ວມມືກັບອົງການກາແດງແຫ່ງຊາດລາວໃນການຈັດຕັ້ງປະຕິບັດການແຈກຢາຍອາຫານໃຫ້ກັບປະຊາຊົນຜູ້ທຸກຍາກຂາດເຂີນຢູ່ເຂດຊົນນະບົດຫ່າງໄກສອກຫຼີກຂອງແຂວງເປົ້າໝາຍຂອງໂຄງການແມ່ນຈະໄດ້ດຳເນີນຮ່ວມກັນໃນໄວໆ

ອ່ານ​ເພີ່ມ

 

ຄະນະຜູ້ແທນສະພາກາແດງກຳປູເຈຍເຄື່ອນໄຫວເຮັດວຽກຢູ່ສ.ປ.ປ ລາວ

ຄະນະຜູ້ແທນສະພາກາແດງກຳປູເຈຍເຄື່ອນໄຫວເຮັດວຽກຢູ່ສ.ປ.ປ ລາວ

15/05/2024

ຕອນເຊົ້າ ໃນວັນທີ 14 ພຶດສະພາ 2024 ນີ້. ທ່ານ ຮສ.ດຣ ນ. ຈັນຖະໜອມ ມະນີທິບ ຮອງປະທານອົງການກາແດງແຫ່ງຊາດລາວ ໄດ້ຕ້ອນຮັບ ທ່ານ ວາ ໂສພຽກ (Mr. Va Sopheak) ຫົວໜ້າພະແນກປ້ອງກັນພະຍາດຕິດຕໍ່, ກົມສຸຂະພາບ ສະພາກາແດງກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດທີ່ໄດ້ມາເຄື່ອນໄຫວ ເຮັດວຽກ ຢູ່ ອົງການກາແດງແຫ່ງຊາດລາວ ພ້ອມທັງສະແດງຄວາມຍິນດີຕໍ່ ທ່ານ ຮອງປະທານ ອົງການກາແດງແຫ່ງຊາດລາວ ທີ່ມາຮັບໜ້າທີ່ໃໝ່ ທ່ານ ວາ ໂສພຽກ ໄດ້ແຈ້ງຈຸດປະສົງຂອງການມາເຄື່ອນໄຫວເຮັດວຽກຂອງຄະນະໃນຄັ້ງນີ້ໂດຍສະເພາະແມ່ນເພື່ອລົງຕິດຕາມກິດຈະກຳຂອງໂຄງການປັບປຸງການເຂົ້າເຖິງການປິ່ນປົວ ແລະ ດູແລຜູ້ເຄື່ອນຍ້າຍທີ່ຕິດເຊື້ອເຮສ໌ໄອວີ/ເອດ ໃນອານຸພາກພື້ນແມ່ນ້ຳຂອງພ້ອມທັງແລກປຽ່ນບົດຮຽນ ໂອກາດດຽວກັນ ທ່ານຮອງປະທານອົງການກາແດງແຫ່ງຊາດລາວໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ການມາເຄື່ອນໄຫວຢຽ້ມຢາມຂອງຄະນະສະພາກາແດງປະເທດກຳປູເຈຍ ໃນຄັ້ງນີ້ ໂດຍສະເພາະແມ່ນການເສີມສ້າງສາຍພົວພັນກັນລະຫວ່າງ 2 ອົງການ ແລະ ສະພາກາແດງທີ່ມີມາແຕ່ຍາວນານ ແລະ ຍັງຈະຄົງສືບຕໍ່ຮ່ວມມືໃນວຽກງານມະນຸດສະທຳຕໍ່ໄປ

ອ່ານ​ເພີ່ມ

 

ຍົກລະດັບທັກສະເພື່ອປຸກລະດົມຜູ້ທີ່ບໍ່ທັນເຄີຍບໍລິຈາກເລືອດໃຫ້ຫັນມາບໍລິຈາກເລືອດ.

ຍົກລະດັບທັກສະເພື່ອປຸກລະດົມຜູ້ທີ່ບໍ່ທັນເຄີຍບໍລິຈາກເລືອດໃຫ້ຫັນມາບໍລິຈາກເລືອດ.

15/05/2024

ໃນວັນທີ 13 ພຶດສະພາ 2024 ນີ້ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໄດ້ຈັດຝຶກອົບຮົມດ້ານການປຸກລະດົມບໍລິຈາກເລືອດ ພາຍໃຕ້ຫົວຂໍ້ “ການປຽ່ນແປງພຶດຕິກຳ ບໍລິຈາກເລືອດແບບສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນ” ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 45 ທ່ານ ທີ່ມາຈາກບັນດາສູນເລືອດແຂວງໃນຂອບເຂດທົ່ວປະເທດ. ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງ ການກາແດງແຫ່ງຊາດລາວ, ມີ ທ່ານ ດຣ ຈັນທາລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ, ທ່ານ ນາງ ບີນີຕ້າ ປູເດັນ ຜູ້ຕາງໜ້າອົງການກາແດງສະວິດ ປະຈຳລາວ. ການຝຶກອົບຮົມຄັ້ງນີ້ ໄດ້ຍົກໃຫ້ເຫັນສະພາບວຽກງານບໍລິຈາກເລືອດ ໃນປັດຈຸບັນ ຊຶ່ງການຕອບສະໜອງເລືອດແມ່ນຍັງບໍ່ທັນພຽງພໍກັບຄວາມຕ້ອງການ, ເພື່ອແນໃສ່ການລະດົມການບໍລິຈາກເລືອດແບບສະໝັກໃຈບໍ່ຮຽກຮ້ອງສິ່ງຕອບແທນໃຫ້ຫຼາຍຂຶ້ນດ້ວຍຫຼາຍຮູບແບບ ຫຼາຍສີສັນ ໃຫ້ທັນກັບສະພາບການ ແລະ ຖືກກັບກຸ່ມເປົ້າໝາຍ. ສະນັ້ນ, ສະຖາບັນເລືອດແຫ່ງຊາດຈຶ່ງໄດ້ຈັດຊຸດອົບຮົມດັ່ງກ່າວຂຶ້ນເພື່ອຈະໄດ້ສຶກສາພຶດຕິກໍາຂອງຄົນທີ່ເຄີຍບໍລິຈາກເລືອດ ແລະ ບໍ່ເຄີຍບໍລິຈາກມາກ່ອນ. ພ້ອມນັ້ນ, ຍັງຊອກຫາວິທີການເພື່ອມາປັບປ່ຽນພຶດຕິກໍາຂອງຜູ້ທີ່ບໍ່ທັນເຄີຍບໍລິຈາກເລືອດ ໃຫ້ຫັນມາບໍລິຈາກເລືອດໃນແຕ່ລະສູນເລືອດທົ່ວປະເທດ ເພື່ອໃຫ້ມີຜູ້ບໍລິຈາກເລືອດເພີ່ມຂື້ນ ແລະ ມີເລືອດພຽງພໍ, ປອດໄພ ແລະ ທັນເວລາ. ຊຸດອົບຮົມໃນຄັ້ງນີ້ໄດ້ດຳເນີນໄປເປັນເວາລາ 05 ວັນຈຶ່ງສຳເລັດ. ພາບ:ສະຖາບັນເລືອດ

ອ່ານ​ເພີ່ມ

 

7ຄອບຄົວທີ່ປະສົບອັກຄີໄພໃນນະຄອນຫຼວງວຽງຈັນໄດ້ຮັບການຊ່ວຍເຫຼືອ.

7ຄອບຄົວທີ່ປະສົບອັກຄີໄພໃນນະຄອນຫຼວງວຽງຈັນໄດ້ຮັບການຊ່ວຍເຫຼືອ.

13/05/2024

ໃນວັນທີ 10 ພຶດສະພາ 2024 ນີ້. ອົງການກາແດງນະຄອນຫຼວງວຽງຈັນ ໄດ້ນໍາເອົາເຄື່ອງຊ່ວຍບັນເທົາທຸກ ປະເພດເຄື່ອງໃຊ້ຄົວເຮືອນທີ່ຈຳເປັນເຊັ່ນ: ເຄື່ອງນອນ, ເຄື່ອງຄົວ ແລະ ອື່ນໆ ມູນຄ່າ ທັງໝົດ 10,297,000 ກີບ, ມອບໃຫ້ແກ່ຄອບຄົວຜູ້ປະສົບເຄາະຮ້າຍຈາກໄຟໄໝ້ເຮືອນ ຈຳນວນ 7 ຄອບຄົວ ລວມມີ21ຄົນ, ຍິງ 14 ຄົນ ທີ່ຢູ່ເມືອງສີໂຄດຕະບອງ, ແລະ ເມືອງໄຊທານີ ຊຶ່ງ ທ່ານ ປອ ຄຳແສນ ພົນສົງຄາມ ຫົວໜ້າອົງການກາແດງ ນະຄອນຫຼວງວຽງຈັນ ໄດ້ມອບໃຫ້ແກ່ຄອບຄົວຜູ້ປະສົບອັກຄີໄພ ມີພະນັກງານ ແລະ ອົງການປົກຄອງບ້ານ ເຂົ້າຮ່ວມເປັນສັກຂີພະຍານ. ໃນໂອກາດດັ່ງກ່າວ ທາງອຳນາດການປົກຄອງບ້ານ ແລະ ຄອບຄົວ ໄດ້ສະແດງຄວາມຂອບໃຈຕໍ່ທາງອົງການກາແດງນະຄອນຫຼວງວຽງຈັນທີ່ຍາມໃດກໍເປັນຫ່ວງເປັນໄຍຕໍ່ຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພຕ່າງໆ. ພາບ ແລະ ຂ່າວ: ທ. ເພັດສະຫວັນ ທິບພະສຸກ(ກດ.ນຫຼ

ອ່ານ​ເພີ່ມ

 

ສັງຄົມຮ່ວມລະນຶກວັນກາແດງແລະຊີກວົງເດືອນແດງສາກົນ.

ສັງຄົມຮ່ວມລະນຶກວັນກາແດງແລະຊີກວົງເດືອນແດງສາກົນ.

13/05/2024

ໃນວັນທີ 10 ພຶດສະພາ 2024 ນີ້ ອົງການກາແດງແຫ່ງຊາດລາວ ຮ່ວມກັບ ສູນການຄ້າວຽງຈັນເຊັນເຕີ ໄດ້ຈັດກິດຈະກໍາບໍລິຈາກເລືອດແບບເປີດກວ້າງຂຶ້ນ ເພື່ອສະເຫຼີມສະຫຼອງວັນກາແດງ ແລະ ຊີກວົງເດືອນແດງສາກົນ ຄົບຮອບ 161 ປີ (8/5/1863-8/5/2024) ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໂດຍມີຜູ້ບໍລິຈາກເລືອດທີ່ເປັນນັກຮຽນ, ນັກສຶກສາ, ພະນັກງານ, ພໍ່ຄ້າຊາວຂາຍ ເຂົ້າຮ່ວມ. ໃນກິດຈະກຳ, ທ່ານ ດຣ ຈັນທະລາ ສຸກສາຄອນ ໄດ້ໃຫ້ຄວາມໝາຍ ຄວາມສຳຄັນ ການສະເຫຼີມສະຫຼອງວັນກາແດງ ແລະ ຊີກວົງເດືອນແດງສາກົນ ຄົບຮອບ 161 ປີ ພາຍໃຕ້ຫົວຂໍ້ “ຮັກສາຫຼັກມະນຸດສະທໍາໃຫ້ຄົງຢູ່” ຫຼື “Keeping Humanity” ເພື່ອເປັນການຢໍ້າເຕືອນເຖິງສັດຕະຍາບັນອັນຍືນຍົງຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ ທີ່ຕ້ອງການຮັກສາກຽດສັກສີຂອງມະນຸດ, ບັນເທົາຄວາມທຸກ ແລະ ຂະຫຍາຍການຊ່ວຍເຫຼືອປະຊາຊົນທີ່ກຳລັງປະເຊີນກັບສະຖານະການຮ້າຍແຮງ ໂດຍສະເພາະແມ່ນປະຊາຊົນຢູ່ເຂດຫ່າງໄກສອກຫຼີກ ແລະ ເຂົ້າເຖິງຫຍຸ້ງຍາກ. ໃນສະພາບປະຈຸບັນ,ອົງການກາແດງກາແດງແຫ່ງຊາດລາວ ພະຍາຍາມຢ່າງຕັ້ງໜ້າໃນການ ແກ້ໄຂ ແລະ ຕອບສະໜອງ ການຂາດແຄນເລືອດພາຍໃນປະເທດ,ເວົ້າລວມ ເວົ້າສະເພາະຢູ່ໃນຂອບເຂດນະຄອນຫຼວງວຽງຈັນ ທີ່ມີຄວາມຕ້ອງການນຳໃຊ້ສູງຫຼາຍ. ປີນີ້ ກໍເໝືອນດັ່ງທຸກໆປີ ທີ່ຄະນະກຳມະການກາແດງສາກົນ (ICRC), ສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC) ຮ່ວມກັບ ບັນດາສະພາ, ອົງການກາແດງ ແລະ ຊີກວົງເດືອນແດງ ຫຼາຍ 190 ກວ່າປະເທດທົ່ວໂລກ ຮ່ວມກັນສະເຫຼີມສະຫຼອງ ເພື່ອຢັ້ງຢືນເຖິງຄວາມມຸ່ງໝັ້ນອັນໜັກແໜ້ນຂອງຂະບວນການກາແດງ ແລະ ຊີກວົງເດືອນແດງສາກົນ ຕໍ່ມວນມະນຸດຊາດ ພ້ອມທັງສະທ້ອນເຖິງ ຫຼກການພື້ນຖານກາແດງ ແລະ ຊີກວົງເດືອນແດງຂອງພວກເຮົາ. ກິດຈະກຳດັ່ງກ່າວ ຍັງໄດ້ຮັບການສະໜັບສະໜູນຈາກ ຜະລິດຕະພັນນໍ້າດື່ມກາຫົວເສືອ ແລະ ເຄື່ອງດື່ມ ສະຕິງ. ຂ່າວຍັງໃຫ້ຮູ້ຕື່ມຜ່ານການດຳເນີນກິດຈະກຳ ສາມາດປຸກລະດົມບໍລິຈາກເລືອດ ຈຳນວນ 202 ຖົງ.

ອ່ານ​ເພີ່ມ

 

ປະກາດແຕ່ງຕັ້ງປະທານອົງການກາແດງແຫ່ງຊາດລາວ ແລະ ການນຳຂັ້ນສູງ ອົງການກາແດງແຫ່ງຊາດລາວ ອອກພັກການ-ອຸດໜຸນບຳນານ

ປະກາດແຕ່ງຕັ້ງປະທານອົງການກາແດງແຫ່ງຊາດລາວ ແລະ ການນຳຂັ້ນສູງ ອົງການກາແດງແຫ່ງຊາດລາວ ອອກພັກການ-ອຸດໜຸນບຳນານ

01/04/2024

ໃນຕອນບ່າຍວັນທີ 29 ມີນາ 2024 ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດພິທີປະກາດແຕ່ງຕັ້ງການນຳຂັ້ນສູງ ອົງການກາແດງແຫ່ງຊາດລາວ ແລະ ປະກາດການນຳຂັ້ນສູງ ອອກພັກການ-ຮັບອຸດໜຸນບຳນານ ພາຍໃຕ້ການເປັນປະທານ ຂອງທ່ານ ສຈ. ປອ ກິແກ້ວ ໄຂຄຳພິທຸນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານການປົກຄອງ, ວັດທະນະທຳ-ສັງຄົມ, ມີທ່ານ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ, ຫົວໜ້າ ຫສນຍ; ທ່ານ ດຣ ບຸນແຝງ ພູມມະໄລສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງສາທາລະນາສຸກ, ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ແຂກຖືກເຊີນຈາກບັນດາກະຊວງ-ອົງການ ແລະ ມາຊິກພັກ-ພະນັກງານ ອົງການກາແດງແຫ່ງຊາດລາວ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ ທ່ານ ນາງ ວິໄລ ພິລາວົງ, ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສຸງອອກພັກການ-ຮັບອຸດໜູນບຳນານ ເຊິ່ງປະກອບມີ ທ່ານ ສຈ.ດຣ ພູທອນ ເມືອງປາກ, ປະທານອົງການກາແດງແຫ່ງຊາດລາວຜູ້ເກົ່າ, ທ່ານ ຮສ. ດຣ ສິງ ເມໂນລາດ, ຮອງປະທານອົງການກາແດງແຫ່ງຊາດລາວຜູ້ເກົ່າ, ທ່ານ ດຣ ກາວີພອນ ສຸດທິ, ຫົວໜ້າຫ້ອງການອົງການກາແດງແຫ່ງຊາດລາວຜູ້ເກົ່າ ແລະ ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງພະນັກງານການນຳຂັ້ນສູງອົງການກາແດງແຫ່ງຊາດລາວ ໃນນັ້ນ, ທ່ານ ຄຳລາວັນ ຈັນທະລາວັນ ໄດ້ຮັບການແຕ່ງຕັ້ງເປັນປະທານອົງການກາແດງແຫ່ງຊາດລາວຜູ້ໃໝ່, ແຕ່ງຕັ້ງ ທ່ານ ດຣ ນາງ ຈັນທະໜອມ ມະນີທິບ ເປັນຮອງປະທານອົງການກາແຫ່ງຊາດລາວຜູ້ໃໝ່; ແຕ່ງຕັ້ງ ທ່ານ ດຣ ຈັນທະລາ ສຸກສາຄອນ ເປັນຫົວໜ້າສະຖາບັນເລືອດ ອົງການກາແດງແຫ່ງຊາດລາວ ແລະ ແຕ່ງຕັ້ງທ່ານ ຮອງຈັນ ຈັນທະວົງ ເປັນຫົວໜ້າຫ້ອງການອົງການກາແດງແຫ່ງຊາດລາວຜູ້ໃໝ່. ໃນຕອນທ້າຍ, ທ່ານ ສຈ. ປອ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດການປົກຄອງ, ວັດທະນະທຳ-ສັງຄົມ ປະທານກອງປະຊຸມ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ສະຫາຍ ທີ່ໄດ້ຮັບອຸດໜູນບຳນານ ເຊິ່ງຕະຫຼອດໄລຍະທີ່ຜ່ານມາ ໄດ້ເສຍສະຫຼະອຸທິດເຫື່ອແຮງສະຕິປັນຍາ ປະກອບສ່ວນເຂົ້າໃນການ ຈັດຕັ້ງປະຕິບັດໜ້າທີ່ວຽກງານດ້ວຍຄວາມຫ້າວຫັນ ແລະ ປະຕິບັດກົດໝາຍ, ລະບຽບການ. ການທີ່ໄດ້ເຂົ້າຮັບບຳນານຕາມນະໂຍບາຍ, ຕາມກົດໝາຍວ່າດ້ວຍປະກັນສັງຄົມ; ເຊິ່ງແຕ່ລະ ສະຫາຍ ເມື່ອຮອດກຳນົດອາຍຸກະສຽນ, ຄົບຖ້ວນບັນດາມາດຖານທີ່ໄດ້ກຳນົດ ກໍ່ຈະໄດ້ຮັບນະໂຍບາຍດັ່ງກ່າວ ແມ່ນກຽດສັກສີ, ແມ່ນຄວາມເອກອ້າງທະນົງໃຈ, ແມ່ນນະໂຍບາຍອັນສູງສົ່ງ ທີ່ພັກ-ລັດຖະບານ, ການຈັດຕັ້ງ ໄດ້ຕອບແທນຄຸນງາມຄວາມດີ; ການອຸທິດຕົນຢ່າງສຸດກົກສຸດປາຍ, ປະກອບສ່ວນທາງດ້ານສະຕິປັນຍາ, ເຫື່ອແຮງ ທີ່ບໍ່ຮູ້ອິດເມື່ອຍຂອງສະຫາຍ ເຂົ້າໃນພາລະກິດປະຕິວັດ ໃນຕະຫຼອດໄລຍະທີ່ຜ່ານມາ; ການເຂົ້າຮັບບຳນານຂອງບັນດາສະຫາຍ ແມ່ນການປະຕິບັດນະໂຍບາຍ ທີ່ສູນກາງພັກ, ລັດຖະບານ ຕົກລົງມອບໃຫ້ ເພື່ອໃຫ້ສະຫາຍໄດ້ມີເວລາພັກຜ່ອນ, ໄດ້ໃກ້ສິດຕິດແທດກັບຄອບຄົວລູກຫຼານໃຫ້ຫຼາຍຂຶ້ນ ທັງໃຫ້ບັນດາສະຫາຍ ໄດ້ມີເງື່ອນໄຂຖະໜອມສຸຂະພາບ, ເຫື່ອແຮງ ເມື່ອອາຍຸກະສຽນສູງຂຶ້ນ ແລະ ອີກດ້ານໜຶ່ງ ກໍ່ເພື່ອໃຫ້ພະນັກງານຫຼັກແຫຼ່ງຮຸ້ນນ້ອງ, ບົນພື້ນຖານແບບຢ່າງ, ຄຸນງາມຄວາມດີ ທີ່ເປັນແວ່ນແຍງອັນໃສແຈ້ງ ໃຫ້ເຂົາເຈົ້າໄດ້ສືບທອດປ່ຽນແທນ ແລະ ສືບ ຕໍ່ປະຕິບັດໜ້າທີ່ອັນມີກຽດຂອງບັນດາສະຫາຍ. ສຳລັບ ສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ກໍ່ເຫັນວ່າ ບັນດາສະຫາຍ ກໍແມ່ນພະນັກງານຂັ້ນຍຸດທະສາດຂອງພັກ, ລັດ ເຄີຍດໍາລົງຕໍາແໜ່ງ, ເຄີຍຊີ້ນໍາບັນຊາຜ່ານຫຼາຍຂົງເຂດ ແລະ ມີຜົນສໍາເລັດຫຼາຍດ້ານທີ່ສໍາຄັນ ການເຂົ້າມາຮັບໜ້າທີ່ຂອງບັນດາສະຫາຍ ແມ່ນການປັບປຸງກົງຈັກການຈັດຕັ້ງ, ແມ່ນການບູລະນະບຸກຄະລາກອນ ເພື່ອໃຫ້ສອດຄ່ອງກັບບັນດາມະຕິ, ຄຳສັ່ງແນະນຳຂອງສູນກາງພັກ ເພື່ອກຽມໃຫ້ກອງປະ ຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ສອດຄ່ອງກັບເງື່ອນໄຂ ແລະ ສະພາບການໃໝ່ ບົນພື້ນຖານຄວາມເຊື່ອໝັ້ນ, ຄວາມໄວ້ວາງໃຈ ຈາກການນຳຂັ້ນເທິງ. ພ້ອມນັ້ນ, ທ່ານ ຮອງນາຍົກລັດຖະມົນຕີໄດ້ມີຄຳເຫັນໂອ້ລົມຕື່ມ ເປັນຕົ້ນ ໃຫ້ບັນດາສະຫາຍເອົາໃຈໃສ່ກໍ່ສ້າງພັກທາງດ້ານການເມືອງ, ກໍ່ສ້າງພັກທາງດ້ານແນວຄິດ, ກໍ່ສ້າງພັກທາງດ້ານການຈັດຕັ້ງ ໃນນັ້ນອັນເປັນກົກແມ່ນປະຕິບັດເຂັ້ມງວດ 5 ຫຼັກການ 3 ທິດນຳແຫ່ງການຈັດຕັ້ງຂອງພັກ; ຕັ້ງໜ້າປັບປຸງແບບແຜນນຳພາຂອງຄະນະພັກ, ປ່ຽນແປງແກ້ໄຂຂໍ້ຂາດຕົກບົກພ່ອງ ແລະ ການນຳພາແຫ່ງການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ດີຂຶ້ນ; ສືບຕໍ່ເອົາໃຈໃສ່ວຽກພະນັກງານ, ອົງຄະນະພັກຕ້ອງປັບປຸງຢ່າງຈິງຈັງວຽກງານພະນັກ ງານ ເປັນປັດໄຈສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ໃນທຸກຂອດຂອງວຽກງານພະນັກງານ. ນັບແຕ່ການສ້າງ ແລະ ປະຕິບັດແຜນກຳນົດພະນັກງານ; ການເລືອກເຟັ້ນ ແລະ ສັບຊ້ອນພະນັກງານ; ການປະຕິບັດນະໂຍບາຍ ແລະ ສະຫວັດດີການຕໍ່ພະນັກງານ; ການເພີ່ມທະວີການຄຸ້ມຄອງຕິດຕາມກວດກາ ແລະ ປະຕິບັດວິໃນຕໍ່ພະນັກງານຢ່າງຖືກຕ້ອງເຂັ້ມງວດ. ເຮັດໄດ້ແນວນັ້ນ ພວກເຮົາຈິ່ງຈະສາມາດຍົກສູງບົດບາດພະນັກງານ ທີ່ເປັນປັດໄຈຕັດສິນ ຫັນເຂົ້າສູ່ການຈັດຕັ້ງປະຕິບັດແນວທາງນະ ໂຍບາຍຂອງພັກ, ລັດ; ເປັນຂໍກະແຈແຫ່ງການປະຕິບັດບົດບາດນຳພາຂອງພັກຕໍ່ ແລະ ພາລະກິດຂອງພັກເຮົາ; ສືບຕໍ່ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກໂດຍສະເພາະ ຍູ້ແຮງວຽກງານສຶກສາອົບຮົມການເມືອງແນວຄິດ ດ້ວຍຫຼາຍຮູບການ, ຫຼາຍວິທີ; ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນກົມກອງ; ຍູ້ແຮງຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຕິດພັນກັບວຽກງານ 3 ສ້າງ; ເອົາໃຈໃສ່ປັບປຸງກົນໄກບໍລິຫານລັດ ເພື່ອເອື້ອອໍານວຍຄວາມສະດວກໃຫ້ແກ່ປະຊາຊົນ; ສ້າງຂະບວນກາແຂ່ງຂັນສິລະປະວັນນະຄະດີ, ກິລາ ໃຫ້ມີບັນຍາກາດຟົດຟື້ນ, ມ່ວນຊື່ນ ໃຫ້ກາຍເປັນຂະບວນການຂອງມະຫາຊົນຢ່າງກວ້າງຂວາງ ໄປຄຽງຄູ່ກັບການອອກແຮງງານ, ອະນາ ໄມ ແລະ ປະດັບປະດາສະຖານທີ່ເຮັດວຽກໃຫ້ມີຄວາມສະອາດ, ຈົບງາມ ບົນພື້ນຖານປະຕິບັດນະ ໂຍບາຍປະຢັດ; ຕ້ອງຮັບປະກັນຄວາມເຂັ້ມງວດໃນການປະຕິບັດຫຼັກການລວມສູນປະຊາທິປະໄຕ ໄປພ້ອມ ກັບການປັບປຸງແບບແຜນວິທີເຮັດວຽກໃຫ້ມີລັກສະນະປະຕິວັດບຸກ, ມີວິທະຍາສາດ, ແທດຕົວຈິງ ແລະ ໂປ່ງໃສ. ປັບປຸງ ແລະ ເພີ່ມທະວີແບບແຜນນໍາພາ ທີ່ມີການແບ່ງງານ, ການມອບໝາຍຄວາມຮັບຜິດຊອບຢ່າງຈະແຈ້ງ; ສືບຕໍ່ເປັນແບບຢ່າງໃນການນຳພາ-ຊີ້ນໍາ, ມີທັດສະນະ ແລະ ແບບແຜນດຳລົງຊີວິດທີ່ປອດໃສ; ປະຕິບັດໜ້າທີ່ດ້ວຍຄວາມບໍລິສຸດສັດຊື່, ຮັກສາຈັນຍາບັນ, ຈັນຍາທຳ, ມີຄວາມສະດຸ້ງໄວ ຕໍ່ສະພາບການໃນເງື່ອນໄຂໃໝ່ ແລະ ຍາມໃດ ກໍ່ຢູ່ໃນທ່າກຽມພ້ອມປະຕິບັດໜ້າທີ່ ເພື່ອເຮັດສໍາເລັດໜ້າທີ່ການເມືອງ ທີ່ພັກ-ລັດ ມອບໝາຍໃຫ້; ໜ້າທີ່ຕໍາແໜ່ງໃໝ່ ກໍ່ຈະມາພ້ອມກັບຄວາມຮັບຜິດຊອບຫຼາຍຂຶ້ນ ແລະ ກໍ່ຈະມີສິ່ງທ້າທາຍຫຼາຍຂຶ້ນ, ສະນັ້ນ ບັນດາສະຫາຍຕ້ອງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ, ສືບຕໍ່ຮຽນຮູ້, ແລກປ່ຽນບົດຮຽນນໍາຜູ້ອາວຸໂສ ແລະ ເພື່ອນຮ່ວມງານ.

ອ່ານ​ເພີ່ມ

 

ອົງການກາແດງແຫ່ງຊາດລາວຊ່ວຍເຫລືອຜ້າຫົ່ມ 1000 ຜືນໃຫ້ປະຊາຊົນແຂວງຊຽງຂວາງ.

ອົງການກາແດງແຫ່ງຊາດລາວຊ່ວຍເຫລືອຜ້າຫົ່ມ 1000 ຜືນໃຫ້ປະຊາຊົນແຂວງຊຽງຂວາງ.

04/03/2024

ໃນລະຫວ່າງວັນທີ 25-29 ກຸມພາ 2024 ນີ້ ອົງການກາແດງແຫ່ງຊາດລາວ ແລະ ອົງການກາແດງແຂວງຊຽງຂວາງ ໄດ້ນຳເອົາຜ້າຫົ່ມ ຈຳນວນ 1000 ຜືນ; ມູນຄ່າ 697,000,000 ກີບໄປຊ່ວຍເຫລືອປະຊາຊົນແຂວງຊຽງຂວາງທີ່ທຸກຍາກຂາດເຂີນໃນເຂດຫ່າງໄກທີ່ເປັນເປົ້າຫມາຍຂອງແຂວງທີ່ກຳນົດຈຳນວນ 05 ບ້ານ, 04 ໂຮງຮຽນ; ພາຍໃນ 4 ເມືອງ: ເມືອງຄຳ,ເມືອງພູກູດ,ເມືອງໜອງແຮດ ແລະ ເມືອງໝອກ ສຳລັບການລົງເຄື່ອນໄຫວລົງແຈກຢາຍຜ້າຮົ່ມໃນຄັ້ງນີ້ແມ່ນໄດ້ມອບໃຫ້ແກ່ນ້ອງນັກຮຽນໂຮງຮຽນມັດທະຍົມສຶກສາສົມບູນບ້ານເຜິ້ງຊາມ ເມືອງຄຳ; ຈຳນວນ 205 ຄົນ, ຍິງ 141 ຄົນ, ນອກນັັ້ນ, ຍັງໄດ້ມອບເກີບຈຳນວນ 245 ຄູ່ໃຫ້ນ້ອງນັກຮຽນປະຖົມສົມບູນບ້ານນ້ຳຢ້ຽມ ເມືອງໝອກ ຈຳນວນ 116 ຄົນ, ຍິງ 89 ຄົນ ແລະ ໂຮງຮຽນປະຖົມສົມບູນບ້ານໜອງແຮດໃຕ້ ເມືອງໜອງແຮດ ຈຳນວນ 129 ຄົນ, ຍິງ 76 ຄົນ;ກ່າວມອບໂດຍທ່ານ ຣສ.ດຮ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ ໂດຍຊ້ອງໜ້າອຳນາດນາດການປົກຄອງ,ພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນທີ່ໄດ້ຮັບການຊ່ວຍເຫຼືອ; ເຊິ່ງໄດ້ຮັບການສະໜັບສະໜູນຈາກກາແດງສ.ເກົາຫຼີ ແລະ ບໍລິສັດ ອອນວອດ ONWARD ຂອງປະເທດຍີ່ປຸ່ນ ໂດຍຜ່ານອົງການກາແດງຍີ່ປຸ່ນ ເພື່ອເປັນການຫ້າງຫາກະກຽມຮັບມືກັບລະດູໜາວທີ່ຈະມາເຖິງນີ້.

ອ່ານ​ເພີ່ມ

 

ກອງປະຊຸມຄະນະກໍາມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ

ກອງປະຊຸມຄະນະກໍາມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ

28/02/2024

ໃນວັນທີ 26 ກຸມພາ 2024 ນີ້ ຄະນະກໍາມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ (ຄສລ) ໄດ້ຈັດກອງປະຊຸມ ຄະນະກໍາມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ ຂຶ້ນທີ່ໂຮງແຮມລາວພະລາຊາ. ໂດຍການເປັນປະທານ ຂອງ ທ່ານ ປອ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ປະທານຄະນະກຳມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ, ທ່ານ ສຈ ດຣ ພູທອນ ເມືອງປາກ, ປະທານ ອົງການກາແດງແຫ່ງຊາດລາວ, ຮອງປະທານຄະນະກຳມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງ, ທ່ານ ປະເດີມພອນ ສົນທະນີ, ຮອງລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມ, ຮອງປະທານຄະນະກຳມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ, ບັນດາທ່ານໃນຄະນະກຳມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ,ທີ່ມາຈາກພາກສວ່ນຕ່າງໆ ພ້ອມດ້ວຍບັນດາທ່ານແຂກຖືກເຊີນເຂົ້າຮ່ວມ. ທ່ານ ປອ ບຸນແຝງ ພູມມະໄລສິດ ກ່າວວ່າ: ກອງປະຊຸມຄັ້ງນີ້ ຖືວ່າເປັນກອງປະຊຸມທີ່ສຳຄັນ ເພື່ອສະຫຼຸບຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານປຸກລະດົມບໍລິຈາກເລືອດ ແລະ ຕອບສະໜອງເລືອດທີ່ປອດໄພໃນໄລຍະຜ່ານມາ ພ້ອມທັງກຳນົດທິດທາງແຜນການໃນປີ 2024 ແລະ 2025. ໃນໄລຍະປີຜ່ານມາ, ໂດຍສະເພາະແມ່ນໃນໄລຍະປີ2023 ວຽກງານປຸກລະດົມການບໍລິຈາກເລືອດ ແລະ ຕອບສະໜອງເລືອດທີ່ປອດໄພ, ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າຮ່ວມກັບການຈັດຕັ້ງຂັ້ນຕ່າງໆໃນທົ່ວປະເທດໂດຍໃຫ້ການປະກອບສ່ວນໃນການປຸກລະດົມບໍລິຈາກເລືອດຢ່າງເປັນຂະບວນການທີ່ຟົດຟື້ນ ຊຶ່ງສາມາດຍາດໄດ້ຜົນສຳເລັດເປັນທີ່ໜ້າພໍໃຈ ໃນປີ2023, ສະພາແຫ່ງຊາດຮັບຮອງຕາມແຜນການຕ້ອງໃຫ້ບັນລຸ 73,000ຖົງ, ສາມາດປະຕິບັດ 73,023 ຖົງ ຖືວ່າປະຕິບັດໄດ້ 100% ລື່ນແຜນການ 23ຖົງ. ເລືອດທຸກຖົງໄດ້ຮັບການກວດວິເຄາະຢ່າງເປັນລະບົບ, ສາມາດແຍກສວ່ນປະກອບຂອງເລືອດ ແລະ ຕອບສະໜອງເລືອດໃຫ້ແກ່ຄົນເຈັບໄດ້ 78,446 ຖົງ ແລະ ມີ ຄົນເຈັບຈໍານວນ 57,491 ຄົນ ໄດ້ຮັບຜົນປະໂຫຍດ. ອີງໃສ່ຄວາມຮຽກຮ້ອງຕ້ອງການເລືອດ ເພື່ອນຳໃຊ້ເຂົ້າໃນການປິ່ນປົວຄົນເຈັບແລ້ວ ແມ່ນເຫັນວ່າ ມີນັບມື້ ນັບເພີ່ມສູງຂຶ້ນເລື້ອຍໆ, ຈຳນວນຄົນເຈັບທີ່ຕ້ອງການນໍາໃຊ້ເລືອດ ສວ່ນໃຫຍ່ແມ່ນແມ່ຍິງ ທີ່ໄດ້ຮັບຜົນກະທົບຈາກການເກີດລູກ, ອຸປະຕິເຫດ, ການຜ່າຕັດ, ໄຂ້ເລືອດອອກ, ເດັກນ້ອຍທີ່ເປັນພະຍາດເລືອດຈາງຂັ້ນຮ້າຍແຮງ, ພະຍາດມະເຮັງ, ໄຂ່ຫຼັງຊຸດໂຊມ, ຂາດເລືອດມາແຕ່ກໍາເນີດ, ອຸປະຕິເຫດສຸກເສີນຈາກໄພທາງທໍາມະຊາດ ແລະ ອື່ນໆ. ເຖິງແມ່ນວ່າ ຄວາມຕ້ອງການເລືອດເປັນສິ່ງສໍາຄັນກໍ່ຕາມ ແຕ່ການໄດ້ຮັບເລືອດ ແລະ ຜະລິດຕະພັນເລືອດ ຈາກເລືອດທີ່ມີຄຸນນະພາບ ແລະ ປອດໄພຍັງປະສົບກັບບັນຫາ, ຍັງບໍ່ທັນພຽງພໍກັບຄວາມຕ້ອງການ ແລະ ຍັງເປັນສີ່ງທ້າທາຍໃນດ້ານການປຸກລະດົມບໍລິຈາກເລືອດ ເພື່ອໃຫ້ໄດ້ຕາມຄາດໜາຍທີ່ວາງໄວ້. ໃນປີ2024, ໄດ້ກຳນົດຄາດໜາຍສູ້ຊົນທີ່ສະພາແຫ່ງຊາດຮັບຮອງ, ທົ່ວປະເທດຕ້ອງໃຫ້ບັນລຸ 78,000 ຖົງ. ໃນນີ້ ສູນກາງ (ກະຊວງ ອົງການ ແລະ ນະຄອນຫລວງວຽງຈັນ) ຕ້ອງບັນລຸ 33,300 ຖົງ ແລະ ທ້ອງຖີ່ນ 44,700 ຖົງ. ປີ 2025 ຕ້ອງໃຫ້ບັນລຸ 80,400 ຖົງ ແລະ ຮອດປີ 2030 ຕ້ອງໃຫ້ບັນລຸ 120,000 ຖົງ. ນອກນັ້ນ ກໍ່ຍັງຕ້ອງໄດ້ຮັບປະກັນໃຫ້ເລືອດທີ່ໄດ້ຮັບຈາກການບໍລິຈາກເລືອດມີຄວາມປອດໄພ ຮັບປະກັນໃຫ້ມີຄຸນະພາບຕາມມາດຕະຖານທີ່ວາງໄວ້. ສະນັ້ນ, ພວກເຮົາໄດ້ຮ່ວມກັນ ເຮັດວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພນີ້ ແມ່ນມີຄວາມໝາຍທີ່ສຸດ ຕໍ່ວຽກງານມະນຸດສະທຳເວົ້າລວມ ເວົ້າສະເພາະ ກໍ່ແມ່ນ ຕໍ່ຄົນເຈັບທີ່ນອນປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆ ຖືວ່າແມ່ນມີຄວາມຈໍາເປັນທີ່ສຸດ ເພື່ອຊ່ວຍກອບກູ້ເອົາຊີວິດຂອງບັນດາຄົນເຈັບເຫລົ່ານັ້ນ ຍ້ອນວ່າ ບໍ່ມີຢາ ຫຼື ສານອັນໃດ ໃນປັດຈຸບັນ ທີ່ເອົາມາປ່ຽນແທນ ການສົ່ງເລືອດໄດ້ເທື່ອ. ການປຸກລະດົມການບໍລິຈາກເລືອດ ແລະ ຕອບສະໜອງເລືອດທີ່ປອດໄພ ແມ່ນຕ້ອງໄດ້ ດໍາເນີນໄປ ຢ່າງຕໍ່ເນື່ອງ, ມີແຜນການ , ມີເປົ້າໝາຍ ແລະ ມີຈຸດສຸມ. ໃນນາມປະທານກອງປະຊຸມ ຂໍຮຽກຮ້ອງມາຍັງບັນດາທ່ານ ໃນການປະກອບຄຳຄິດຄຳເຫັນ ຂໍ້ສະເໜີແນະຕ່າງໆ ທີ່ຈະເປັນປະໂຫຍດຕໍ່ການຮັບບໍລິຈາກເລືອດໃຫ້ຫຼາຍຂື້ນ, ຮັບປະກັນໃຫ້ມີຄວາມປອດໄພຫຼາຍຂຶ້ນບັນຫາໃດທີ່ພວກທ່ານຍັງເຫັນວ່າຈະຕ້ອງໄດ້ເອົາໃຈໃສ່ ຄວນປັບປຸງແກ້ໄຂໃຫ້ດີຂຶ້ນ ກໍ່ສາມາດຍົກຂຶ້ນມາປຶກສາຫາລື ແລະ ແລກປ່ຽນນຳກັນ, ເພື່ອເອກະພາບກັນໃນການວາງແຜນການປຸກລະດົມບໍລິຈາກເລືອດແລະຕອບສະໜອງເລືອດທີ່ປອດໄພໃນ ປີ 2024-2025ນໍາອີກ.

ອ່ານ​ເພີ່ມ

 

 

 

Facebook ອົງການກາແດງແຫ່ງຊາດລາວ
Facebook ສະຖາບັນເລືອດແຫ່ງຊາດ
ໜ່ວຍກູ້ຊີບອົງການກາແດງແຫ່ງຊາດລາວສູນກາງ
ເຂົ້າລະບົບຖານຂໍ້ມູນອາສາສະໝັກກາແດງລາວ
ຜູ້ເຂົ້າຊົມ