ພາລະບົດບາດ ຂອງອົງການກາແດງແຫ່ງຊາດລາວ

14/09/2023

 

ອົງການກາແດງແຫ່ງຊາດລາວ ສ້າງຕັ້ງຂຶ້ນໃນປີ 1955 ແມ່ນ ອົງການ ການຈັດຕັ້ງ​ທາງສັງຄົມ ມີໜ້າທີ່ຊ່ວຍລັດຖະບານໃນວຽກ​ງານມະນຸດສະທຳ ໂດຍສະເພາະການຊ່ວຍເຫຼືອປະຊາຊົນຜູ້ດ້ອຍໂອກາດ ແລະ ຜູ້ປະສົບໄພ ໃຫ້ທັນ ເວລາ ຕາມຄວາມຕ້ອງການຂັ້ນພື້ນຖານ ເພື່ອແກ້ໄຂບັນເທົາທຸກຊີວິດການເປັນຢູ່, ສຸຂະພາບ ໃຫ້ມີຄວາມປອດ​ໄ​ພ ແລະ ມີກຽດສັກສີຂອງມະນຸດ.

ອົງການກາແດງແຫ່ງຊາດລາວເຄື່ອນໄຫວຢ່າງ​ເປັນ​ເອ​ກະ​ລາດ​ທີ່​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສັງ​ຄົມ ​​ຢູ່ພາຍ​ໃຕ້ ລັດ​ຖະ​ທຳ​ມະ​ນູນ, ກົດ​ໝາຍ ແລະ ເຈັດຫຼັກ​ການ​ພື້​ນ​ຖານຂອງ​ຂະ​ບວນ​ການ​ກາ​ແດງ ແລະ ຊີກວົງ​ເດືອນ​ແດງ​ສາ​ກົນ; ໃຫ້ການ: ຊ່ວຍ​ເຫຼືອ​ບັນ​ເທົາ​ທຸກເບື້ອງຕົ້ນ; ປຸກ​ລະ​ດົມ​ຂົນ​ຂວາຍບໍລິຈາກເລືອດ ແລະ ການສະໜອງເລືອດ​ທີ່ປອດໄພ; ສົ່ງເສີມສຸຂະພາບຂັ້ນພື້ນຖານ; ປະຖົມພະຍາບານ; ກູ້ໄພສຸກເສີນ; ໂຄສະນາ ຂົນຂວາຍແຫຼ່ງທຶນ; ສ້າງສະ​ມາ​ຊິກ ແລະ ອາສາສະໝັກກາແດງ; ສືບທາວຫາຍາດພີ່ນ້ອງ ແລະ ພົວພັນ,ຮ່ວມມືສາກົນ.

ອົງການກາແດງແຫ່ງຊາດລາວ ມີເຄື່ອງໝາຍທີ່ເປັນເອກະລັກສະເພາະ ທີ່ມີປະຫວັດສາດອັນຍາວນານ. ແມ່ນກາ​ກະ​ບາດ​ສີ​ແດງ ເທິງ​ພື້ນ​ສີ​ຂາວ ເປັນສັນ​ຍາ​ລັກ​  ສະ​ເພາະ​ການ​ເຄື່ອນວຽກ​ງານ​ມະ​ນຸດ​ສະ​ທຳ​ຂອງອົງ​ການ​ກາ​ແດງ​ແຫ່ງຊາດລາວເທົ່າ​ນັ້ນ.

ອົງການກາແດງແຫ່ງຊາດລາວໄດ້ເຮັດໜ້າທີ່ຊ່ວຍເຫຼືອຂັ້ນພຶ້ນຖານໃຫ້ປະຊາຊົນບັນດາເຜົ່າດ້ອຍໂອກາດ ແລະ ຜູ້ປະສົບໄພ ເຊັ່ນ: ນ້ຳຖ້ວມ, ໄຟໄໝ້, ອຸບັດເຫດທາງຖະໜົນ...; ສ້າງຄວາມເຂັ້ມແຂງເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດ, ປ້ອງກັນສຸຂະພາບ, ສະໜອງເລືອດໃຫ້ຄົນເຈັບຕາມໂຮງໝໍ, ນ້ຳລິນ-ວິດຖ່າຍ, ສະບຽງອາຫານ ໂດຍໄດ້ຮັບການຊ່ວຍເຫຼືອຈາກພາຍໃນ ແລະ ຕ່າງປະເທດ.

 

Facebook ອົງການກາແດງແຫ່ງຊາດລາວ
Facebook ສະຖາບັນເລືອດແຫ່ງຊາດ
ໜ່ວຍກູ້ຊີບອົງການກາແດງແຫ່ງຊາດລາວສູນກາງ
ເຂົ້າລະບົບຖານຂໍ້ມູນອາສາສະໝັກກາແດງລາວ
ຜູ້ເຂົ້າຊົມ