ປະທານອົງການກາແດງແຫ່ງຊາດລາວຕ້ອນຮັບຄະນະອົງກາແດງສະວິດ

09/04/2024

ປະທານອົງການກາແດງແຫ່ງຊາດລາວຕ້ອນຮັບຄະນະອົງກາແດງສະວິດ

              ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢຽ້ມຢາມ ແລະ ເຮັດວຽກຢູ່ທີ່ອົງການກາແດງແຂວງບໍລິຄຳໄຊ ໃນວັນທີ 21 ພຶດສະພາ 2024 ນີ້ ໂດຍການຕ້ອນຮັບຂອງ ທ່ານ ນາງ ວັນເພັງ ໄຊສົງຄາມ ຫົວໜ້າອົງການກາແດງແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ, ພະນັກງານ. ທ່ານຫົວໜ້າອົງການກາແດງແຂວງບໍລິຄຳໄຊໄດ້ລາຍງານໃຫ້ຮູ້ວ່າ:ຕະຫຼອດໄລຍະ03ເດືອນຜ່ານມາອົງການກາແດງແຂວງໄດ້ເອົາໃຈໃສ່ປະຕິບັດວຽກງານຕາມ09ວຽກງານຕົ້ນຕໍຂອງອົງການກາແດງແຫ່ງຊາດລາວ ໃນນັ້ນວຽກງານທີ່ພົ້ນເດັ່ນແມ່ນ ໄດ້ເອົາໃຈໃສ່ ເຄື່ອນໄຫວໂຄສະນາຂົນຂວາຍປຸກລະດົມ ແລະ ຮັບບໍລິຈາກເລືອດຕາມສະຖານທີ່ຕ່າງໆ ມາຮອດປະຈຸບັນຮັບບໍລິຈາກເລືອດໄດ້ທັງໝົດ 959 ຖົງ, ແຜນຂອງສູນເລືອດວາງໃຫ້ປີ 2024 ແມ່ນ 3.130 ຖົງ;ວຽກງານສົ່ງເສີມສຸຂະພາບ ໄດ້ໄດ້ຮັບເຄື່ອງກັ່ນຕອງນໍ້າຈາກສະພາກາແດງ ສສ ຫວຽດນາມ ຮ່ວມກັບ ບໍລິສັດ ຊີບໂກຈໍານວນ 15.600 ເຄື່ອງ ໃນປີ 2023 ແລະ ປີ 2024 ໄດ້ແຈກຢາຍໃຫ້ປະຊາຊົນເມືອງປາກຊັນ, ຈໍານວນ 10.120 ເຄື່ອງ, ມອບໃຫ້ແກ່ 54 ບ້ານ ແລະ ເມືອງທ່າພະບາດ ຈໍານວນ 5.480 ເຄື່ອງ, ມອບໃຫ້ແກ່ 17 ບ້ານ; ໄດ້ຮັບເຕົາໄຟປະຢັດພະລັງງານຈາກ ສະພາກາແດງ ສສ ຫວຽດນາມ ຮ່ວມກັບບໍລິສັດຊິບໂກ ຈໍານວນ 2.299 ໜ່ວຍ, ໄດ້ແຈກຢາຍໃຫ້ປະຊາຊົນເມືອງປາກກະດິງຈໍານວນ 09 ບ້ານ;ວຽກງານຊ່ວຍເຫຼືອບັນເທົາທຸກໄດ້ຮັບການອຸປະຖໍາຈາກບຸກຄົນ.ນິຕິບຸກຄົນໃນສັງຄົມ ເຊີ່ງປະກອບມີວັດຖຸ ແລະ ເງີນສົດ ລວມມຸນຄ່າ 7.300.000 ກີບ; ໄດ້ຮັບເຄື່ອງຈາກອົງການກາແດງແຫ່ງຊາດລາວ ເຊີ່ງປະກອບມີ: ເຄື່ອງຄົວເຮືອນ ຈໍານວນ 30 ຊຸດ;ຖົງຜ້າບັນເທົາທຸກ ຖົງໃຫຍ່ 125 ຖົງ;ຖົງນ້ອຍ 75 ຖົງ;ເສື້ອກັກກາແດງ 10 ຜືນ;ນໍ້າດື່ມ 37 ແພກ;ລວມເປັນມຸນຄ່າທັງໝົດ 38.135.000.ກີບແລະວຽກງານອື່ນໆ

 

              ໂອກາດດັ່ງກ່າວ ທ່ານປະທານອົງການກາແດງແຫ່ງຊາດລາວ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນໄລຍະ03ເດືອນທີ່ຜ່ານມາເຫັນວ່າມີຜົນສຳເລັດຫຼາຍດ້ານເຊິ່ງລ້ວນແລ້ວແຕ່ເປັນໝາກຜົນແຫ່ງຄວາມສຳເລັດຂອງອົງການກາແດງແຂວງ ເຖິງຢ່າງໃດກໍຕາມຄຽງຄູ່ກັບຜົນສຳເລັດທີ່ຍາດມາໄດ້ນັ້ນ ຍັງມີຂໍ້ຄົງຄ້າງບາງດ້ານທີ່ຈະຕ້ອງໄດ້ສຸມໃສ່ໃນການແກ້ໄຂບັນຫາໂດຍສະເພາະວິກິດສະພາບເສດຖະກິດຂອງໂລກເຮັດໃຫ້ຊີວິດການເປັນຢູ່ຂອງອ້າຍນ້ອງພະນັກງານມີຄວາມຫຍຸ້ງຍາກ,ຝືດເຄືອງ ແຕ່ພະນັກງານກໍມີຄວາມອຸ່ນອຽນທຸ່ນທຽ່ງບຸກບືນສືບຕໍ່ໃນການເຄື່ອນໄຫວວຽກງານວິຊາສະເພາະຂອງຕົນໃຫ້ສຳເລັດ ພ້ອມທັງໃຫ້ສືບຕໍ່ຮັກສາມູນເຊື້ອແລະເສີມຂະຫຍາຍບາງວຽກງານຕື່ມໂດຍສະເພາະແມ່ນວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ສອດເຂົ້າໃນທຸກຂົງເຂດວຽກງານຂອງຕົນ,ການສະໜອງເລືອດຕ້ອງຮັບປະກັນເລື່ອງຄວາມປອດໄພ,ໃຫ້ພຽງພໍ,ລະດົມໃຫ້ກວ້າງຂວາງຫຼາຍຮູບແບບ,ລຶບລ້າງການຊື້-ຂາຍເລືອດ,ສືບຕໍ່ພົວພັນຮ່ວມມືກັບກາແດງເພື່ອນມິດໃນການຍາດແຍ່ງການຊ່ວຍເຫຼືອແລກປຽ່ນບົດຮຽນເຊິ່ງກັນແລະກັນ,ການປຸກລະດົມຂົນຂວາຍແຫຼ່ງທຶນດ້ວຍຫຼາຍຮູບແບບ. ໃນໂອກາດດຽວກັນທ່ານປະທານອົງການກາແດງແຫ່ງຊາດລາວໄດ້ມອບເຄື່ອງສຸຂະອະນາໄມ,ອາຫານລວມມູນຄ່າ 7 ລ້ານກວ່າກີບ ໃຫ້ກັບອົງການກາແດງແຂວງ, ຈາກນັ້ນຈຶ່ງໄດ້ໄປຢຽ້ມຢາມສູນເລືອດແລະຫ້ອງການກາແດງແຂວງ

ຂໍ້ມູນເພີ່ມເຕີມ

 

 

 

Facebook ອົງການກາແດງແຫ່ງຊາດລາວ
Facebook ສະຖາບັນເລືອດແຫ່ງຊາດ
ໜ່ວຍກູ້ຊີບອົງການກາແດງແຫ່ງຊາດລາວສູນກາງ
ເຂົ້າລະບົບຖານຂໍ້ມູນອາສາສະໝັກກາແດງລາວ
ຜູ້ເຂົ້າຊົມ